ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Bad Bunny ແລະ ເທເລີ ສວິຟຕ໌ ນຳໜ້າໝູ່ ໃນການມອບລາງວັນ MTV Video Music Awards 


ຢູ່ທີ່ງານມອບລາງວັນຂອງ MTV Video ປະຈຳປີ 2022, ນາງເທເລີ ສວິຟຕ໌ (Taylor Swift) ລວມຢູ່ໃນບັນດາຜູ້ຊະນະເລີດ ໃນຄ່ຳຄືນນັ້ນ, ໂດຍໄດ້ຮັບລາງວັນທີ່ສູງສຸດໃນຄ່ຳຄືນ ຂອງວີດີໂອເພງປະຈຳປີ ສຳລັບວີດີໂອເພງ ທີ່ມີຄວາມຍາວ 10 ນາທີ ໃນເພງທີ່ຊື່ວ່າ "All Too Well" ຂອງນາງ. 
ຢູ່ທີ່ງານມອບລາງວັນຂອງ MTV Video ປະຈຳປີ 2022, ນາງເທເລີ ສວິຟຕ໌ (Taylor Swift) ລວມຢູ່ໃນບັນດາຜູ້ຊະນະເລີດ ໃນຄ່ຳຄືນນັ້ນ, ໂດຍໄດ້ຮັບລາງວັນທີ່ສູງສຸດໃນຄ່ຳຄືນ ຂອງວີດີໂອເພງປະຈຳປີ ສຳລັບວີດີໂອເພງ ທີ່ມີຄວາມຍາວ 10 ນາທີ ໃນເພງທີ່ຊື່ວ່າ "All Too Well" ຂອງນາງ. 

Bad Bunny ຊື່ສິນລະປິນທີ່ເປັນນັກ ແຣບເປີ້ລາຕິນ ແລະນັກເຕັ້ນ ເຣເກຕັນ (reggaeton) ແບບດັ່ງເດີມຈາກເປີ​ໂຕຣິໂກ (Puerto Rico) ຜູ້ທີ່ລວມຢູ່ໃນບັນດາຣານັກຮ້ອງທີ່ດັງທີ່ສຸດຂອງໂລກ ໄດ້ຮັບລາງວັນນັກຮ້ອງດີເດັ່ນປະຈຳປີຂອງ MTV ໃນວັນອາທິດວານນີ້ ຢູ່ທີ່​ພິ​ມີມອບລາງວັນປະຈຳປີ Video Music Awards (VMA) ອີງຕາມລາຍງານຂອງອົງການຂ່າວ AFP.

ແຕ່ນັກຮ້ອງທີ່ຫາຍໄປຈາກລາຍການທີ່ເຫັນໄດ້ຢ່າງຊັດເຈນ ເຊິ່ງລາວຫຍຸ້ງຢູ່ກັບການສະແດງຄອນເສີດ ທີ່ໄດ້ຮັບຄວາມນິຍົມຊົມຊອບເປັນຢ່າງສູງ ໂດຍໄດ້ທຳການສະແດງຄອນເສີດ ໃນຄືນທີສອງທີ່ປີ້ເຂົ້າຊົມໄດ້ຂາຍຈົນໝົດ ຢູ່ທີ່ສະໜາມກິລາ Yankee ເມື່ອທ້າຍອາທິດນີ້ ທີ່ໄດ້ດຶງດູດແຟນໆຈຳນວນ 100,000 ຄົນ.

Bad Bunny ໃນຂະນະທີ່ໃສ່ ຊູດຜ້າແພສີບົວ ພ້ອມດ້ວຍແວ່ນຕາກັນແດດ ລາວໄດ້ຮັບເອົາລາງວັນດັ່ງກ່າວ ໂດຍຜ່ານທາງວີດີໂອ ແລະ ຍັງໄດ້ທຳການສະແດງເພງດັງທີ່ສຸດຂອງລາວ ທີ່ຊື່ວ່າ “Titi Me Pregunto” ຢ່າງສະໜັ່ນຫວັ່ນໄຫວ ຈາກສະໜາມກິລາເບສບອລ ໃນນະຄອນນິວຢອກ ບ່ອນທີ່ເພງນີ້ ໄດ້ຖືກບັນເລງ ຢູ່ຕາມທ້ອງຖະໜົນສາຍຕ່າງໆເປັນເວລາຫຼາຍເດືອນ.

Bad Bunny ອາຍຸ 28 ປີ ໄດ້ກ່າວໃນພາສາສະເປນ ທ່າມກາງສຽງຕົບມື ວ່າ “ຂອບໃຈຫຼາຍໆ ນິວຢອກ”.

ລາວໄດ້ກ່າວອີກວ່າ “ຕັ້ງແຕ່ເລີ້ມຕົ້ນມາ ຂ້ອຍເຊື່ອຢູ່ສະເໝີວ່າ ຂ້ອຍອາດຈະເປັນສິ່ງທີ່ຍິ່ງໃຫຍ່ ທີ່ວ່າ ຂ້ອງອາດຈະເປັນດາຣາທີ່ໃຫຍ່ທີ່ສຸດໃນໂລກ ປາດສະຈາກການປ່ຽນແປງວັດທະນະທຳ ແລະພາສາຂອງຂ້ອຍ.” ລາວກ່າວຕໍ່ໄປວ່າ “ຂ້ອຍຊື່ວ່າ ເບນີໂຕ ແອນໂຕນີໂອ ມາຣຕີເນສ ຈາກເປີໂຕຣິໂກ ສຳລັບໂລກທັງມວນ.”

ໃນສັນຍານອັນທີ່ແນ່ນອນ ໃນການສະແດງຄອນເສີດທີ່ໄດ້ຖືກກີດກັນໂດຍໂຣກລະບາດນັ້ນ ແມ່ນໄດ້ກັບຄືນມາບັນເລງອີກຄັ້ງນຶ່ງ ຢ່າງເຕັມສ່ວນ ແລະດາຣາທີ່ດັງທີ່ສຸດໃນໂລກຂອງປີ ອີກຄົນນຶ່ງ ຄື ແຮຣີ ສໄຕລສ໌ ກໍຍັງບໍ່ສາມາດມາຮ່ວມງານຂອງ VMA ຍ້ອນການສະແດງຄອນເສີດຂອງລາວເອງ ຢູ່ທີ່ Prudential ຂອງລັດນິວເຈີຊີ ເຊິ່ງໄດ້ຖືກຖ່າຍທອດອອກອາກາດ ຈາກສະໜາມກິລາ Madison Square Garden ໃນລັດນິວຢອກ ເຊັ່ນກັນ.

ນັກຮ້ອງຜູ້ທີ່ໄດ້ອອກເພງຊື່ວ່າ “Harry’s House” ໃນປີນີ້ ກໍຍັງໄດ້ຮັບລາງວັນອາລບ້ຳທີ່ດີເດັ່ນປະຈຳປີ ໂດຍຜ່ານທາງວີດີໂອ ກ່ອນໜ້າຈະກັບຄືນໄປສະແດງຄອນເສີດທົ່ວໂລກຂອງລາວເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG