ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອາເຈີບາຍຈານ ລາຍງານວ່າ ກຳລັງອາເມເນຍ ຍິງປືນໃຫຍ່ຖະຫຼົ່ມ ເມືອງກັນຈາ ຂອງຕົນ


ແມ່ຍິງຄົນນຶ່ງຍ່າງຜ່ານຄູ້ມບ້ານ ທີ່ຖືກຍິງຖະຫຼົ່ມ ໃນເມືອງກັນຈາ ວັນທີ 10 ຕຸລາ 2020.
ແມ່ຍິງຄົນນຶ່ງຍ່າງຜ່ານຄູ້ມບ້ານ ທີ່ຖືກຍິງຖະຫຼົ່ມ ໃນເມືອງກັນຈາ ວັນທີ 10 ຕຸລາ 2020.

ອາເຈີບາຍຈານ ກ່າວໃນວັນອາທິດວານນີ້ວ່າ ກຳລັງອາເມເນຍໄດ້ຍິງປືນໃຫຍ່ຖະຫຼົ່ມເມືອງ ກັນຈາໃນຕອນຂ້າມຄືນ.

ກະຊວງການຕ່າງປະເທດຂອງອາເຈີບາຍຈານ ກ່າວຢູ່ໃນການຂຽນຂໍ້ຄວາມລົງທາງທວິດເຕີ້ວ່າ “ໃນຕອນຄໍ່າຄືນຂອງວັນທີ 11 ຕຸລາ ເມືອງກັນຢາ ທີໃຫຍ່ສຸດອັນດັບສອງຂອງ ອາເຈີບາຍຈານ ແລະຢູ່ຫ່າງໄກຈາກເຂດແນວໜ້ານັ້ນ ໄດ້ຖືກໂຈມຕີດ້ວຍລູກຈະຫຼວດ ທີ່ຍິງມາໃສ່ໂດຍກອງກຳລັງອາເມເນຍ. ການໂຈມຕີດັ່ງກ່າວ ເຮັດໃຫ້ພົນລະຮືອນເຈັດຄົນ ເສຍຊີວິດ ແລະໄດ້ຮັບບາດເຈັບອີກ 39 ຄົນ ຮວມທັງພວກເດັກນ້ອຍນຳດ້ວຍ.”

ເຫດການດັ່ງກ່າວຍັງບໍ່ທັນໄດ້ຖືກຢັ້ງຢືນ ຢ່າງເປັນອິດສະຫຼະ.

ການຢຸດຍິງລະຫວ່າງ ອາເມເນຍ ແລະອາເຈີບາຍຈານ ໄດ້ມີຜົນບັງຄັບໃຊ້ໃນວັນເສົາຕອນທ່ຽງທີ່ຜ່ານມາ ຕາມເວລາໃນທ້ອງຖິ່ນ ຊຶ່ງ ຢ່າງໜ້ອຍກໍໄດ້ຢຸດການໂຈມຕີທີ່ຮ້າຍແຮງຢູ່ໃນຂົງເຂດ ນາໂກນໍ-ກາຣາບັກ ທີ່ແຍກໂຕອອກໄປນັ້ນ ເປັນການຊົ່ວຄາວ ດັ່ງທີ່ແຕ່ລະປະເທດ ໄດ້ກ່າວອ້າງ.

ອາເມເນຍ ແລະອາເຈີບາຍຈານ ໄດ້ເຫັນພ້ອມກັບການຢຸດຍິງ ຢູ່ໃນເຂດຂັດແຍ້ງ ນາໂກນໍ-ກາຣາບັກ ຫຼັງຈາກທີ່ໄດ້ມີການເຈລະຈາທີ່ນະຄອນ ມົສກູ ເປັນເວລາ 10 ຊົ່ວໂມງ. ການຢຸດຍິງນີ້ ມີຈຸດປະສົງເພື່ອອະນຸຍາດໃຫ້ທັງສອງຝ່າຍ ແລກປ່ຽນ ພວກສະເລີຍເສິກ ແລະເກັບກູ້ເອົາສົບພວກທີ່ຜູ້ເສຍຊີວິດ.

ລັດຖະມົນຕີຕ່າງປະເທດ ທ່ານເຊີເກ ລາບວ໌ຣອຟ ຜູ້ທີ່ເປັນກຳມະການໄກ່ເກ່ຍ ການເຈລະຈາ ໄດ້ກ່າວວ່າ ການຢຸດຍິງນັ້ນ ຄວນແຜ້ວທາງ ໃຫ້ມີການເຈລະຈາ ຕື່ມອີກກ່ຽວກັບການແກ້ໄຂບັນຫາຂັດແຍ້ງກັນ.

ການເຈລະຈາລະຫວ່າງບັນດາລັດຖະມົນຕີຕ່າງປະເທດຂອງອາເມເນຍ ແລະ ອາເຈີບາຍຈານ ໄດ້ຈັດຂຶ້ນໂດຍການເຊື້ອເຊີນຂອງ ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ຫຼັງຈາກໄດ້ສູ້ລົບກັນເປັນເວລາເກີືອບສອງອາທິດ.

ຫ້ອງການສິດທິີມະນຸດສະຫະປະຊາຊາດ ກ່າວວ່າ ຕົນໄດ້ຮັບລາຍງານທີ່ບໍ່ໄດ້ຮັບການຢືນຢັນ ວ່າ ມີພົນລະເຮືອນຫຼາຍກວ່າ 50 ຄົນຮວມທັງພວກເດັກນ້ອຍ ໄດ້ເສຍຊີວິດ ນັບແຕ່ການສູ້ລົບໄດ້ເກີດຂຶ້ນໃນວັນທີ 27 ກັນຍາ ເປັນຕົ້ນມາ.

ການສູ້ລົບຍັງໄດ້ເອົາຊີວິດທະຫານປະມານ 400 ຄົນ ແລະກົດດັນໃຫ້ປະຊາຊົນຫຼາຍພັນຄົນ ຫລົບໜີຈາກບ້ານເຮືອນເຂົາເຈົ້າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG