ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເຊີ​ໄບ​ຈານ ໂຈມ​ຕີ​ພາກ​ພື້ນ ນາ​ກໍ​ໂນ​-ກາ​ຣາ​ບັກ ທ່າມ​ກາງ​ການ​ຮຽກ​ຮ້ອງ ​ໃຫ້​ມີສັນ​ຕິ​ພາບ


ປະ​ຊາ​ຊົນ​ຍ່າງ​ຜ່ານ​ປ້າຍ​ທີ່​ສະ​ແດງ​ໃຫ້​ເຫັນ​ແຜນ​ທີ່​ເມືອງ​ຕ່າງ​ຂອງ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ໃນ​ນະ​ຄອນຫຼວງ ບາ​ກູ, ອາ​ເຊີ​ໄບ​ຈານ, 13 ກັນ​ຍາ 2023.
ປະ​ຊາ​ຊົນ​ຍ່າງ​ຜ່ານ​ປ້າຍ​ທີ່​ສະ​ແດງ​ໃຫ້​ເຫັນ​ແຜນ​ທີ່​ເມືອງ​ຕ່າງ​ຂອງ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ໃນ​ນະ​ຄອນຫຼວງ ບາ​ກູ, ອາ​ເຊີ​ໄບ​ຈານ, 13 ກັນ​ຍາ 2023.

ກອ​ງ​ທັບ​ຂອງ​ປະ​ເທດ ອາ​ເຊີ​ໄບ​ຈານ ໃນ​ວັນ​ພຸດມື້ນີ້​ໄດ້​ລະ​ດົມ​ຍິງ​ໃສ່ຫຼາຍ​ພາກ​ສ່ວນ​ຂອງ ນາ​ກໍ​ໂນ-ກາ​ຣາ​ບັກ, ເຊິ່ງ​ແມ່ນ​ພາກ​ພື້ນ​ທີ່​ຖືກ​ແຍກອອ​ກ​ໄປ ທີ່ຊົນ​ເຜົ່າ​ ອາ​ເມ​ເນຍ ໄດ້​ຄວບ​ຄຸມ, ທ່າມ​ກາງ​ການ​ຮຽກ​ຮ້ອງ​ຂອງ​ສາ​ກົນໃຫ້ຢຸດ​ການ​ ​ເປັນ​ປໍ​ລະ​ປັກນັ້ນ.

ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຂອງ ຣັດ​ເຊຍ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ເຂົາ​ເຈົ້າ​ໃນ​ພາກ​ພື້ນ​ດັ່ງ​ກ່າວ​ ໄດ້​ອົບ​ພະ​ຍົບ​ປະ​ຊາ​ຊົນຫຼາຍກວ່າ 2,000 ຄົນ​ ນັບ​ຕັ້ງ​ແຕ່ ອາ​ເຊີ​ໄບ​ຈານ ໄດ້​ເປີດ​ສິ່ງ​ທີ່​ເຂົາ​ເຈົ້າ​ເອີ້ນ​ວ່າການ​ປະ​ຕິ​ບັດ​ການ “ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ” ໃນ​ວັນ​ອັງ​ຄານ​ວານນີ້.

ພະ​ສັນ​ຕະ​ປາ​ປາ ແຟ​ຣນ​ຊິ​ສ ໄດ້​ໃຊ້​ສ່ວນ​ນຶ່ງ​ຂອງ​ການ​ຊຸ​ມ​ນຸມ​ປະ​ຈຳ​ອາ​ທິດ​ຂອງ​ເພິ່ນ​ ເພື່ອ​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ “ຢຸດ​ເຊົາ​ສຽງ​ປືນ​ຂ​ອງ​ເຂົາ​ເຈົ້າລົງ ແລະ ເຮັດ​ທຸກ​ຄວາມ​ພະ​ຍາ​ຍາມ ​ເພື່ອ​ຊອກ​ຫາ​ຂໍ້​ແກ້​ໄຂ​ຢ່າງ​ສັນ​ຕິ.”

ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ທ່ານ ແອນ​ໂຕ​ນີ​ໂອ ກູ​ເຕ​ເຣ​ສ໌ ໄດ້​ຮຽກ​ຮ້ອງ​ໃຫ້​ຢຸດ​ການ​ຕໍ່​ສູ້​ໃນ​ທັນ​ທີ ແລະ ໃຫ້​ທຸກ​ຝ່າຍ​ເພັ່ງ​ເລັງ​ໃສ່​ຄວາມ​ພະ​ຍາ​ຍາມ​ເພື່ອ​ນຳ​ເອົາ​ສັນ​ຕິ​ພາບ​ໄລ​ຍະ​ຍາວ ມ​າ​ສູ່​ພາກ​ພື້ນ​ນັ້ນ, ອີງ​ຕາມ​ການ​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ຂອງ​ໂຄ​ສົກ​ຂອງ​ທ່ານ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ ຣັດ​ເຊຍ ໃນ​ວັນ​ພຸດມື້ນີ້ ​ໄດ້​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ “ຢຸດ​ການ​ເປັນ​ປໍ​ລະ​ປັກ ແລະ ​ປ້ອງ​ກັນ​ການ​ບາດ​ເຈັບ ແລະ ເສຍ​ຊີ​ວິດ​ຂອງ​ພົນ​ລະ​ເຮືອນ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ວ່າລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ ໄດ້​ລົມ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເຊີ​ໄບ​ຈານ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີອາ​ເມ​ເນຍ ທ່ານ ນິ​ໂກ​ລ໌ ປາ​ຊິນ​ຢານ ໃນ​ວັນ​ອັງ​ຄາ​ນ​ວານນີ້.

​ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG