ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເຈີ​ບາຍ​ຈານ ແລະ​ ຊົນ​ເຜົ່າ​ອາ​ເມ​ເນຍ ເປີດ​ການ​ເຈ​ລະ​ຈາ ຫຼັງ​ຈາກ​ມີ​ການ​ຢຸດ​ຍິງ ໃນ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ


ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ປະ​ຊາ​ຄົມ​ອາ​ເມ​ເນຍ ໃນ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ອາ​ເຈີ​ບາຍ​ຈານ ແລະ​ຜູ້​ຕາງ​ໜ້າ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຣັດ​ເຊຍ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ ທີ່​ເມືອງ​ເຢບ​ລັກ ເມື່ອ​ວັນ​ທີ 21 ກັນ​ຍາ 2023.
ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ປະ​ຊາ​ຄົມ​ອາ​ເມ​ເນຍ ໃນ​ເຂດ​ນາ​ກໍ​ໂນ-ກາ​ຣາ​ບາກ ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ອາ​ເຈີ​ບາຍ​ຈານ ແລະ​ຜູ້​ຕາງ​ໜ້າ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຣັດ​ເຊຍ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ ທີ່​ເມືອງ​ເຢບ​ລັກ ເມື່ອ​ວັນ​ທີ 21 ກັນ​ຍາ 2023.

ບັນ​ດາ​ຜູ້​ຕາງ​ໜ້າ​ຂອງ​ຊົນເຜົ່າອາ​ເມ​ເນຍ ໃນ​ເຂດ​ນາ​ໂກ​ໂນ-​ກາ​ຣາ​ບາກ ໄດ້​ພົບ​ປະ​ໃນ​ວັນ​ພະ​ຫັດ​ວານນີ້ ກັບ​ລັດ​ຖະ​ບານ​ອາ​ເຈີ​ບາຍ​ຈານ ເພື່ອ​ຫາ​ລື​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ເຂດ​ທີ່​ແຍກ​ໂຕ​ດັ່ງ​ກ່າວ.

ການ​ເຈ​ລະ​ຈາ​ທີ່​ເມືອງ​ເຢບ​ລັກ ໃນ​ອາ​ເຈີ​ບາຍ​ຈານ ມີ​ຂຶ້ນ​ນຶ່ງມື້​ຫຼັງ​ຈາກ​ພວກ​ນັກ​ລົບ​ໃນ​ເຂດນາ​ໂກ​ໂນ-​ກາ​ຣາ​ບາກ ໄດ້​ຕົກ​ລົງ​ທີ່​ຈະ​ວາງ​ອາ​ວຸດ ເພື່ອ​ຍຸ​ຕິ​ການ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ​ອາ​ເຈີ​ບາຍ​ຈານ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດມີ​ກຳ​ນົດ​ທີ່​ຈະ​ເປີດກ​ານ​ເຈ​ລະ​ຈາ​ຂອງ​ຕົນ ກ່ຽວ​ກັບ​ສະ​ຖາ​ນະ​ການ​ຢູ່​ທີ່ນັ້ນ ໃນ​ວັນ​ພະ​ຫັດ​ວານນີ້.

ມີ​ລາຍ​ງານ​ວ່າ ສຽງ​ປືນ​ໄດ້​ດັງ​ຂຶ້ນ​ໃນ​ວັນ​ພະ​ຫັດຢູ່​ທີ່​ຫົວ​ເມືອງ​ໃຫຍ່​ສຸດ​ ຂອງ​ເຂດ ນາ​ໂກ​ໂນ-​ກາ​ຣາ​ບາກ ຊຶ່ງ​ຊາວ​ອາ​ເມ​ເນຍ​ເອີ້ນ​ວ່າ ສ​ເຕ​ປາ​ນາ​ເກີດ ແລະ​ອາ​ເຈີ​ບາຍ​ຈານ​ເອີ້ນ​ວ່າ ຄານ​ແຄນ​ດີ. ພວກ​ຊົນ​ເຜົ່າ​ອາ​ເມ​ເນຍ​ໄດ້​ກ່າວ​ຫາ​ອາ​ເຈີ​ບາຍ​ຈານ​ວ່າ ລະ​ເມີດ​ຂໍ້​ຕົກ​ລົງ​ຢຸດ​ຍິງ ຊຶ່ງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອາ​ເຈີ​ບາຍ​ຈານ​ໄດ້​ປະ​ຕິ​ເສດ​.

ຣັດ​ເຊຍ ຊຶ່ງ​ມີ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຢູ່​ໃນ​ທີ່ນັ້ນ ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ຕົນ​ໄດ້​ຍົກ​ຍ້າຍ​ປະ​ຊາ​ຊົນ 5,000 ຄົນ​ອອກ​ຈາກ​ບໍ​ລິ​ເວນ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG