ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເທີກີ ສັນຍາຈະໜູນຫຼັງ ປະເທດ Azerbaijan ເພື່ອສິ້ນສຸດ ຄວາມຂັດແຍ້ງກັບ ປະເທດ Armenia


ຊາກເຮືອບິນ ເຮລິຄັອບເຕີຂອງທະຫານ Azerbaijani ຖືກຍິງຕົກ ໃນເມືອງ Nagorno-Karabakh ທີ່ເປັນຂົງເຂດການຂັດແຍ້ງ, 2 ເມສາ, 2016.
ຊາກເຮືອບິນ ເຮລິຄັອບເຕີຂອງທະຫານ Azerbaijani ຖືກຍິງຕົກ ໃນເມືອງ Nagorno-Karabakh ທີ່ເປັນຂົງເຂດການຂັດແຍ້ງ, 2 ເມສາ, 2016.

ປະທານາທິບໍດີປະເທດ ເທີກີ ທ່ານ Recep Tayyip Erdogan ໄດ້ປະຕິຍານວ່າຈະໜູນ ຫຼັງປະເທດ Azerbaijan ທີ່ເປັນພັນທະມິດກັນ “ຈົນເຖິງທີ່ສຸດ” ໃນຄວາມຂັດແຍ້ງກັນກັບ ປະເທດ Armenia ກ່ຽວກັບ ເຂດແບ່ງແຍກ Nagorno-Karabakh ນັ້ນ.

ຫ້ອງການຂອງທ່ານ Erdogan ໄດ້ເນັ້ນຄຳເວົ້າຂອງທ່ານໃນວັນອາທິດມື້ນີ້ທີ່ກ່າວວ່າ ທ່ານໄດ້ໃຫ້ຄຳເຫັນຕໍ່ນັກຂ່າວ Azerbaijan ຄົນໜຶ່ງໃນລະຫວ່າງການຢ້ຽມຢາມ ສະຫະລັດ.

ປະເທດ ເທີກີ ໄດ້ປິດເຂດຊາຍແດນຂອງພວກເຂົາເຈົ້າກັບປະເທດ Armenia ໃນປີ 1993. ທັງສອງປະເທດມີຄວາມແຕກແຍກກັນ ກ່ຽວກັບ ການຂ້າຄົນ Armenia ໃນສົງ ຄາມໂລກຄັ້ງທີ 1 ທີ່ປະເທດ Armenia ກ່າວວ່າ ໄດ້ລວມມີ ປະຊາຊົນ 1.5 ລ້ານຄົນຖືກ ຂ້າຕາຍໃນການຂ້າລ້າງເຜົ່າພັນ, ຊຶ່ງປະເທດ ເທີກີ ກ່າວວ່າ ຕົວເລກຜູ້ເສຍຊີວິດແມ່ນ ເກີນຄວາມຈິງ ແລະ ກໍບໍ່ແມ່ນການຂ້າລ້າງເຜົ່າພັນ.

ຄຳເຫັນຂອງທ່ານ Erdogan ມີຂຶ້ນມື້ໜຶ່ງຫຼັງຈາກທະຫານ 30 ຄົນໄດ້ເສຍຊີວິດໃນການຕໍ່ ສູ້ກັນຢ່າງຮຸນແຮງລະຫວ່າງ Armenia ກັບ Azerbaijan ໃນເມືອງ Nagorno-Karabakh.ຄວາມຮຸນແຮງໄດ້ລະເບີດຂຶ້ນເປັນຄັ້ງຮ້າຍແຮງສຸດນັບຕັ້ງແຕ່ປີ 1994 ມາ ເມື່ອທັງສອງປະເທດ ໄດ້ສິ້ນສຸດສົງຄາມຂ້າມເຂດແດນ ທີ່ເປັນພາກສ່ວນຂອງປະເທດ Azerbaijan ແຕ່ໄດ້ຕົກຢູ່ພາຍໃຕ້ການຄວບຄຸມຂອງກຳລັງທະຫານ Armenia.

Armenia Azerbaijan
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG