ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເຊີ​ໄບ​ຈານ ຈັບ​ຕົວ​ອະ​ດີດ​ຫົວ​ໜ້າ​ລັດ​ຖະ​ບານ ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ


ທ່ານ ຣູ​ເບັນ ວາ​ດານ​ຢານ, ອະ​ດີດ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ໃນ​ລັດ​ຖະ​ບານ​ຊົນ​ເຜົ່າ ອາ​ເມ​ເນຍ ແບ່ງ​ແຍກ​ດິນ​ແດນ​ຂອງພາກ​ພື້ນ ນາ​ກໍ​ໂນ​-ກາ​ຣາ​ບັກ, ຖືກ​ຄວບ​ຄຸມ​ຕົວ​ໂດນ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ເຂດ​ຊາຍ​ແດນ ອາ​ເຊີ​ໄບ​ຈານ. (State Border Service of Azerbaijan via Reuters)
ທ່ານ ຣູ​ເບັນ ວາ​ດານ​ຢານ, ອະ​ດີດ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ​ໃນ​ລັດ​ຖະ​ບານ​ຊົນ​ເຜົ່າ ອາ​ເມ​ເນຍ ແບ່ງ​ແຍກ​ດິນ​ແດນ​ຂອງພາກ​ພື້ນ ນາ​ກໍ​ໂນ​-ກາ​ຣາ​ບັກ, ຖືກ​ຄວບ​ຄຸມ​ຕົວ​ໂດນ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ເຂດ​ຊາຍ​ແດນ ອາ​ເຊີ​ໄບ​ຈານ. (State Border Service of Azerbaijan via Reuters)

ອາ​ເຊີ​ໄບ​ຈານ ໃນ​ວັນ​ພຸດ​ວານນີ້ ​ໄດ້​ຈັບ​ຕົວ​ອະ​ດີດ​ຫົວ​ໜ້າ​ລັດ​ຖະ​ບານ​ແບ່ງ​ແຍກ​ດິນ​ແດນ ນາ​ກໍ​ໂນ-ກາ​ຣາ​ບັກ ໃນ​ຂະ​ນະ​ທີ່​ລາວ​ໄດ້​ພະ​ຍາ​ຍາມຫຼົບ​ໜີ ​ເຂົ້າ​ໄປ​ໃນ ອາ​ເມ​ເນຍ ລຸນຫຼັງ​ການ​ໂຈມ​ຕີ​ທາງ​ທະ​ຫານ​ຂອງ ອາ​ເຊີ​ໄບ​ຈານ ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ຫ້ອງ​ການ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ຂອງ ອາ​ເຊີ​ໄບ​ຈານ ໄດ້​ປະ​ກາດ​ການ​ຈັບ​ຕົວ​ທ່ານ ຣູ​ເບັນ ວາ​ດານ​ຢານ, ທີ່​ສະ​ແດງໃຫ້​ເຫັນ​ຈຸດ​ປະ​ສົງ​ຂອງ​ປະ​ເທດ​ເພື່ອ​ຮັກ​ສາ​ການ​ຄວບ​ຄຸມ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ຢ່າງ​ແນ່ນອນ ຫຼັງ​ຈາ​ກກອງ​ທັບ​ຂອງ ອາ​ເຊີ​ໄບ​ຈານ ໄດ້​ຍຶດ​ເອົາ​ພາກ​ພື້ນ​ດັ່ງ​ກ່າວ ​ຈາກ​ການ​ຄວບ​ຄຸມ​ຂອງ​ຊົນ​ເຜົ່າ ອາ​ເມ​ເນຍ.

ທ່ານ ວາ​ດານ​ຢານ ໄດ້​ຖືກ​ນຳ​ຕົວ​ໄປ​ນະ​ຄອນຫຼວງ ບາ​ກູ ຂອງ ອາ​ເຊີ​ໄບ​ຈານ, ແລະ ຖືກມອບຕົວໃຫ້ “ອົງ​ກອນ​ທີ່​ສຳ​ຄັນ​ຂອງ​ລັດ​ຖະ​ບານ,” ເຊິ່ງ​ຊະ​ຕາ​ກຳ​ຂອງ​ລາວ​ຈະ​ຖືກ​ຕັດ​ສິນ, ອີງ​ຕາມ​ຫ້ອງ​ການ​ເຂດ​ປ້ອງ​ກັນ​ເຂດ​ຊາຍ​ແດນ​ລັດ​ຖະ​ບານ​ ອາ​ເຊີ​ໄບ​ຈານ.

ທ່ານ ວາ​ດານ​ຢານ ໄດ້​ສ້າງ​ຄວາມ​ຮັ່ງ​ມີ​ຂອງ​ລາວ​ໃນ ຣັດ​ເຊຍ ໃນ​ຖາ​ນະ​ເປັນ​ເຈົ້າ​ຂອງ​ທະ​ນາ​ຄານ​ການ​ລົງ​ທຶນ​ທີ່​ສຳ​ຄັນ. ລາວ​ໄດ້​ຍ້າຍ​ໄປ​ພາກ​ພື້ນ ນາ​ກໍ​ໂນ-ກາ​ຣາ​ບັກ ໃນ​ປີ 2022 ແລະ ໄດ້​ຮັບ​ໃຊ້​ໜ້າ​ທີ່​ເປັນ​ຫົວ​ໜ້າ​ລັດ​ຖະ​ບານ ​ຂອງ​ພາກ​ພື້ນ​ນັ້ນ ​ຈົນ​ຮອດ​ເວ​ລາ​ລາວ​ລົງ​ຈາກ​ຕຳ​ແໜ່ງ​ໃນ​ຕົ້ນ​ປີນີ້.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG