ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

Luke Bryan ແລະ Miranda Lambert ໄດ້ຮັບລາງວັນ ສູງສົ່ງຂອງ ​ ACM


Luke Bryan ນັກຮ້ອງລູກທົ່ງໜ້າໃໝ່ທີ່ໄດ້ຮັບລາງວັນສູງ​ສົ່ງ​ຂອງ​ສະ​ຖາ​ບັນ​ດົນຕີ​ລູກ​ທົ່ງ​ຂອງ​ສະຫະລັດ ​ Academy of Country Music ຫລື ACM ໃນ​ງານມອບລາງວັນ ປະຈໍາປີຄັ້ງທີ 48 ທີ່​ຈັດ​ຂຶ້ນໃນຄືນວັນອາທິດວານນີ້ ຢູ່ Las Vegas.
Luke Bryan ນັກຮ້ອງລູກທົ່ງໜ້າໃໝ່ທີ່ໄດ້ຮັບລາງວັນສູງ​ສົ່ງ​ຂອງ​ສະ​ຖາ​ບັນ​ດົນຕີ​ລູກ​ທົ່ງ​ຂອງ​ສະຫະລັດ ​ Academy of Country Music ຫລື ACM ໃນ​ງານມອບລາງວັນ ປະຈໍາປີຄັ້ງທີ 48 ທີ່​ຈັດ​ຂຶ້ນໃນຄືນວັນອາທິດວານນີ້ ຢູ່ Las Vegas.
ນັກຮ້ອງລູກທົ່ງໜ້າໃໝ່ Luke Bryan ແລະ ນັກຮ້ອງເກົ່າຊື່​ດັງ
Miranda Lambert ໄດ້ຮັບລາງວັນສູງ​ສົ່ງ​ຂອງ​ສະ​ຖາ​ບັນ​ດົນ
ຕີ​ລູກ​ທົ່ງ​ຂອງ​ສະຫະລັດ ​ Academy of Country Music
ຫລື ACM ໃນ​ງານມອບລາງວັນ ປະຈໍາປີຄັ້ງທີ 48 ທີ່​ຈັດ​ຂຶ້ນ
ໃນຄືນວັນອາທິດວານນີ້ ຢູ່ Las Vegas.

ທ້າວ Bryan ເປັນມ້າ​ມືດ​ ທີ່​ຍາດ​ເອົາລາງວັນນັກບັນເທິງຍອດ​
ຍ້ຽມ​ແຫ່ງປີມາ​ໄດ້ ຈາກ Miranda Lambert ​ແລະສາມີຂອງ
ລາວ Blake Shelton ພ້ອມ​ທັງ Jason Aldean ແລະນັກ
​ຮ້ອງ​ສາວ Taylor Swift ທີ່ເຄີຍ​ໄດ້​ຮັບລາງວັນດັ່ງກ່າວມາແລ້ວ
ສອງຄັ້ງ.

Miranda Lambert ນັກຮ້ອງເກົ່າຊື່ດັງ ເປັນອີກຜູ້ນຶ່ງ ທີ່ຄວ້າລາງວັນສູງສົ່ງ ຂອງສະຖາບັນດົນຕີລູກທົ່ງຂອງສະຫະລັດ ຫລື ACM
Miranda Lambert ນັກຮ້ອງເກົ່າຊື່ດັງ ເປັນອີກຜູ້ນຶ່ງ ທີ່ຄວ້າລາງວັນສູງສົ່ງ ຂອງສະຖາບັນດົນຕີລູກທົ່ງຂອງສະຫະລັດ ຫລື ACM

​ແຕ່​ກໍຍັງຖືວ່າເປັນຄືນທີ່ມີຄວາມໝາຍອັນຍິ່ງໃຫຍ່ສໍາລັບ
Miranda Lambert ​ຢູ່ ທີ່ຄ້ວາໄດ້​ລາງວັນນັກຮ້ອງຍິງຍອດ​ຍ້ຽມ
ປະຈໍາປີ ​ເປັນ​ປີ​ທີ​ສອງລຽນຕິດ. ນາງ ແລະສາມີ BlakeShelton
ຍັງໄດ້ຮັບລາງວັນເພັງ​ເດ່​ນປະຈໍາປີ ສໍາລັບ single ເພັງ Over
You ທີ່​ທັງ​ສອງ​ແຕ່ງ​ເນື້ອ​ຮ້ອງ​ນໍາ​ກັນ. ເພັງນີ້ ຍັງນໍາ​ລາງວັນ
single ​ເດ່​ນ​ແຫ່ງ​ປີ ມາໃຫ້ Miranda Lambert ທີ່​ເປັນ​ຜູ້​ຮ້ອງ
ອີກດ້ວຍ ຊຶ່ງ​ເປັນ​ລາ​ງວັນ ACM ​ອັນທີ​ສາມ ທີ່​ນາງ​ໄດ້​ຮັບ​ໃນ​ຄືນ​ວານ​ນີ້.

Jason Aldean ໄດ້ຮັບລາງວັນນັກຮ້ອງຊາຍຍອດ​ຍ້ຽມປະຈໍາປີ
ແລະໄດ້ຮັບ​ລາງວັນ​ຜົນງານເພັງຮ້ອງ​ໝູ່ປະຈໍາປີ ຮ່ວມກັບ Luke Bryan ແລະ Eric Church ສໍາລັບເພັງ The Only Way I know ທີ່​ທັງ​ສາມ​ຮ້ອງ​ນໍາ​ກັນ​ນັ້ນ. ສ່ວນ Eric Church ກໍໄດ້ຮັບລາງວັນ ອາລລ​ະບໍ້າເດັ່ນ​ແຫ່ງປີ ສໍາລັບຜົນງານ​ລວມເພັງຊຸດ Church ຂອງ​ເຂົາ.

ວົງ Florida Georgia Line ຊຶ່ງລວມມີນັກຮ້ອງ Brian Kelley ແລະ Tyler Hubbard
ໄດ້ຮັບລາງວັນສິນລະປິນ​ໃໝ່​ແຫ່ງປີ ແລະຄູ່ສາມີ-ພັນລະຍາ ຄະນະ Thompson Square
ໄດ້ຮັບລາງວັນນັກຮ້ອງຄູ່ ທີ່ມ່ວນທີ່ສຸດ. ​ແລະ ວົງດົນຕີ Little Big Town ທີ່ມີສີ່ຄົນຫລິ້ນ
ຮ່ວມກັນ ໄດ້ຮັບລາງວັນນັກຮ້ອງ ໝູ່ທີ່​ເດ່​ນທີ່ສຸດ ແລະລາງວັນວີດິໂອດີເດັ່ນປະຈໍາປີ ສໍາລັບ
ວີ​ດິ​ໂອ​ປະກອບ​ເພັງ Tornado.
XS
SM
MD
LG