ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

​ນັກ​ຂ່າວ​ອາ​ເມ​ຣິ​ກັນ ທີ່​ໄດ້​ຮັບ​ລາງວັນ​ມີ​ຊື່​ສຽງ ​ເສຍ​ຊີ​ວິດ ໃນຢູ​ເຄ​ຣນ


ເຄື່ອງ​ໝາຍ​ແລະ​ຮູບ ຂອງ​ພວກ​ທີ່​ເສຍ​ຊີ​ວິດ ຮວມ​ທັງ​ນັກ​ຂ່າວ​ເບ​ຣັນ ເຣ​ໂນ​ລ ໄດ້​ຖືກນຳ​ໄປ​ຕິດ​ໄວ້​ທີ່​ຮົ້ວໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ທີ່​ສວນ​ລາ​ຟາ​ແຢັດ ໃກ້ໆ​ກັບ​ທຳ​ນຽບ​ຂາວ ເມື່ອ​ວັນ​ອາ​ທິດ ທີ 13 ມີ​ນາ 2022 ຢູ່​ວໍ​ຊິງ​ຕັນ.
ເຄື່ອງ​ໝາຍ​ແລະ​ຮູບ ຂອງ​ພວກ​ທີ່​ເສຍ​ຊີ​ວິດ ຮວມ​ທັງ​ນັກ​ຂ່າວ​ເບ​ຣັນ ເຣ​ໂນ​ລ ໄດ້​ຖືກນຳ​ໄປ​ຕິດ​ໄວ້​ທີ່​ຮົ້ວໃນ​ລະ​ຫວ່າງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ ທີ່​ສວນ​ລາ​ຟາ​ແຢັດ ໃກ້ໆ​ກັບ​ທຳ​ນຽບ​ຂາວ ເມື່ອ​ວັນ​ອາ​ທິດ ທີ 13 ມີ​ນາ 2022 ຢູ່​ວໍ​ຊິງ​ຕັນ.

ເບ​ຣັນ​ ເຣ​ໂນ​ລ (Brent Renaud) ນັກ​ຂ່າວ​ອາ​ເມ​ຣິ​ກັນ ທີ່​ໄດ້​ຮັບ​ລາງວັນ​ມີ​ຊື່​ສຽງ​ຖືກ​ຍິງ​ຕາຍ​ທີ່​ຢູ​ເຄ​ຣນ​ໃນ​ວັນ​ອາ​ທິດ​ວານນີ້ ແລະ​ເພື່ອນ​ຮ່ວມ​ງານ​ຂອງລາວ​ ໄດ້​ຮັບ​ບາດ​ເຈັບ ເວ​ລາ​ລົດ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຍິງ​ໃກ້​ດ່ານກວດ​ແຫ່ງນຶ່ງ.

ກະ​ຊວງ​ພາຍ​ໃນ​ຂອງ​ຢູ​ເຄ​ຣນ ກ່າວ​ວ່າ ທ່ານ​ເຣ​ໂນ​ລ​ໄດ້​ຖືກ​ຍິງ​ທີ່​ເມືອງ​ອິບ​ປິນ ຊຶ່ງ​ເປັນ​ບໍ​ລິ​ເວນ​ທີ່​ຕັ້ງ​ຢູ່​ໃກ້ໆ​ນະ​ຄອນ​ຫຼວງ​ກິ​ຢິບ ທີ່​ຖືກ​ຍິງ​ຖະ​ຫຼົ່ມ​ຢ່າງ​ໜັກ​ໂດຍທະ​ຫານ​ຣັດ​ເຊຍ ໃນ​ໄລ​ຍະ​ສອງ​ສາມມື້​ທີ່​ຜ່ານ​ມານີ້.

ນັກ​ສ້າງ​ຮູບ​ເງົາ​ອາ​ຍຸ 50 ປີ​ທ່ານນີ້ ໄປ​ຈາກ​ເມືອງ​ລິດ​ໂຕ​ຣອກ ໃນ​ລັດ​ອາ​ແກນ​ຊໍ (Little Rock) ເດີນ​ທາງ​ໄປປະ​ເທດຢູ​ເຄ​ຣນ​ເພື່ອ​ເກັບ​ກຳ​ຮູບ​ພາບ​ສຳ​ລັບ​ສ້າງສາ​ລະ​ຄະ​ດີກ່ຽວ​ກັບພວກ​ອົບ​ພະ​ຍົບ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ເອ​ພີ.

ທ່ານ​ເຣ​ໂນ​ລ​ເດີນ​ທາງ​ໄປ​ໃນ​ລົດ​ຄັນ​ດຽວ​ກັນ ​ກັບ​ນັກ​ຂ່າວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ໂຄ​ລອມ​ເບຍ ​ຮ​ວານ ອາ​ເຣດອນ​ໂດ (Juan Arredondo) ເວ​ລາ​ພວກ​ເຂົາ​ເຈົ້າ​ຖືກ​ຍິງ.

ທ່ານອາ​ເຣດອນ​ໂດ ທີ່​ໄດ້​ຮັບ​ບາດ​ເຈັບ ກ່າວ​ເຖິງ​ການ​ໂຈມ​ຕີ ໃນ​ວີ​ດີ​ໂອ​ທີ່​ຖ່າຍ​ໂດຍນັກ​ຂ່າວ​ອີ​ຕາ​ລີ ນາງ​ອານ​ນາ​ລີ​ຊາ ກາ​ມິ​ລ​ລີ ທີ່​ໂຮງ​ໝໍ​ນະ​ຄອນ​ຫຼວງ​ກີ​ຢິບ.

ທ່ານ​ອາ​ເຣດອນ​ໂດ ກ່າວ​ໃນ​ວີ​ດີ​ໂອ ທີ່​ນຳ​ອອກ​ເຜີຍ​ແຜ່ ​ທາງ​ອອນ​ລາຍ​ນ໌ ວ່າ “ພວກ​ເຮົາ​ໄດ້​ຂ້າມ​ຂົວ​ແຫ່ງ​ທຳ​ອິດ​ທີ່​ເມືອ​ງ​ອິບ​ປິນ ພວກ​ເຮົາ​ຈະ​ໄປ​ຖ່າຍ​ເອົາ​ອົບ​ພະ​ຍົບ​ທີ່​ເດີນ​ທາງ​ອອກ​ໜີ. ພວກ​ເຮົາ​ໄດ້​ຂ້າມ​ດ່ານກວດ ແລະ​ພວກ​ເຂົາ​ເລີ້ມ​ຍິງປືນ​ເຂົ້າ​ໃສ່​ພວກ​ເຮົາ.”

ທ່ານ​ອາ​ເຣດອນ​ໂດ ກ່າວ​ວ່າ ທ່ານ​ເຣ​ໂນ​ລ ໄດ້​ຖືກ​ຍິງ​ທີ່​ກ້ານ​ຄໍ. ທັງ​ທ່ານ​ແລະ​ທ່ານ​ເຣ​ໂນ​ລ ແມ່ນ​ເຮັດ​ວຽກເປັນ​ນັກ​ຂ່າວ​ໃຫ້​ແກ່​ມູນ​ນິ​ທິນີ​ແມນ (Nieman) ​ທີ່ມະ​ຫາ​ວິ​ທະ​ຍາ​ໄລ​ຮາ​ເວີດ ແຕ່​ປີ 2018 ຫາ 2019.

ຕຳ​ຫຼວດ​ໃນ​ເຂດ​ນະ​ຄອນ​ຫຼວງ​ກີ​ຢິບ ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ກ່າວ​ວ່າ ທະ​ຫານ​ຣັດ​ເຊຍ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ພວກ​ນັກ​ຂ່າວ​ທັງ​ສອງ.

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ​ອະ​ດີດ​ເພື່ອນ​ຮ່ວມ​ງານໄດ້​ສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ແລະ​ກ່າວ​ຍ້ອງ​ຍໍ​ທ່ານ​ເຣ​ໂນ​ລໃນ​ວັນ​ອາ​ທິດ​ວານນີ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ເນດ ໄພ​ຣ​ສ໌ ກ່າວ​ເຖິງ​ການ​ໂຈມ​ຕີນີ້​ວ່າ “ມັນ​ເປັນ​ຕົວ​ຢ່າງ​ທີ່​ໜ້າ​ຢ້ານ​ກົວ​ອີກ​ອັນ​ນຶ່ງ ກ່ຽວ​ກັບ​ການ​ເອົາ​ມາດຕະ​ການ​ແບບ​ບໍ່​ມີ​ການ​ເລືອກ​ປະ​ຕິ​ບັດ​ຂອງວັງ​ເຄູ​ຣັມ​ລິນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG