ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິ​ສ​ຣາ​ແອ​ລ ປະ​ຕິ​ເສດວ່າ ຕົນບໍ່ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ດັກ​ຟັງ ຢູ່​ໃກ້​ທຳ​ນຽບ​ຂາວ


ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ອອກ​ຖະ​ແຫລ​ງານຢູ່​ເມືອງ Ramat Gan ໃກ້​ກັບ​ນະ​ຄອນ Tel Aviv ຂອງ ອິ​ສ​ຣາ​ແອ​ລ ໃນັວນ​ທີ 10 ກັນ​ຍາ, 2019.
ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ອອກ​ຖະ​ແຫລ​ງານຢູ່​ເມືອງ Ramat Gan ໃກ້​ກັບ​ນະ​ຄອນ Tel Aviv ຂອງ ອິ​ສ​ຣາ​ແອ​ລ ໃນັວນ​ທີ 10 ກັນ​ຍາ, 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ, ກຳ​ລັງ​ປະ​ຕິ​ເສດ ​ຕໍ່ລາຍ​ງານ​ທີ່​ເວົ້າ​ວ່າ​ ອິ​ສ​ຣາ​ແອ​ລໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ດັກ​ຟັງ ​ຢູ່​ໃກ້​ທຳ​ນຽບ​ຂາວ ໂດຍ​ກ່າວ​ວ່າ ມັນ​ເປັນ "ເລື້ອງ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ຂຶ້ນ​ມາ​ຢ່າງ​ສິ້ນ​ເຊີງ​ເລີຍ."

​ໂຄ​ສົກ​ສະ​ຖານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອິ​ສ​ຣາ​ແອ​ລ ​ປະ​ຈຳ​ນະ​ຄອນ​ຫລວງ ວໍ​ຊິງ​ຕັນ, ທ່ານ ອີ​ລາດ ສ​ໂຕຣ​ເມ​ເຢີ (Elad Strohmayer) ກໍ​ໄດ້​ປະ​ເສດ​ຕໍ່ລາຍ​ງານ​ທີ່​ຂຽນ​ຢູ່​ໃນ​ເວັບ​ໄຊ​ທ໌​ຂອງ​ໜັງ​ສື​ພິມ Politico ນັ້ນເຊັ່​ນ​ກັນ ໂດຍ​ໄດ້​ກ່າວຕໍ່​ວີ​ໂອ​ເອ​ວ່າ "​ອິ​ສ​ຣາ​ແອ​ລບໍ່ໄດ້ທຳ​ການ​ສອດ​ແນມ​ຢູ່​ໃນ​ສະ​ຫະ​ລັດ, ສຸດ​ເທົ່າ​ນັ້ນ."

ຈາກນັ້ນ ໃນ​ວັນ​ພະ​ຫັດ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ກໍປາ​ກົດ​ວ່າ ມີ​ຄວາມເຫັນ​ພ້ອມ​ກັບ​ອິ​ສ​ຣາ​ແອ​ລ. ໃນເວ​ລາທີ່​ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່ທີ່ສະ​ໜາມ​ຫຍ້າ​ຂອງ​ທຳ​ນຽບ​ຂາວນັ້ນ ທ່ານປະ​ທາ​ນາ​ທິ​ບໍ​ດີ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ເຊື່ອດອກວ່າ” ​ອິ​ສ​ຣາ​ແອ​ລຈະ​ໃຊ້​ເທັກ​ໂນ​ໂລ​ຈີ​ໃນ​ການ​ຕິດ​ຕາມ​ສອດ​ແນມ ຢູ່ນອກ​ທຳ​ນຽບ​ຂາວ.

ໜັງ​ສື​ພິມ Politico ໄດ້​ລາຍ​ງານ​ໃນ​ວັນ​ພະ​ຫັດ​ວານນີ້ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ ເຊື່ອ​ວ່າອິ​ສ​ຣາ​ແອ​ລ ທີ່​ເປັນ​ປະ​ເທດພັນ​ທະ​ມິດ​ໃກ້​ຊິດ​ກັບ​ສະ​ຫະ​ລັດ ອາດ​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ຕິດ​ຕັ້ງອຸ​ປະ​ກອນດັກ​ຟັງ ທີ່ຖືກ​ພົບເຫັນ​ຢູ່​ໃກ້ທຳ​ນຽບ​ຂາວ ແລະ​ສະ​ຖານ​ທີ່​ອື່ນໆ ທີ່​ມີ​ຄວາມ​ຫລໍ່​ແຫລມຢູ່​ໃນ​ນະ​ຄອນ​ຫລວງ​ຂອງ​ປະ​ເທດນັ້ນ.

ອຸ​ປະ​ກອນ​ຕິດ​ຕາມ​ສອດ​ແນມອັນ​ນ້ອຍໆ ທີ່ມັກ​ເອີ້ນກັນ​ວ່າ ສ​ຕິງ​ເຣ​ສ໌ (StingRays) "ຂ້ອນ​ຂ້າງວ່າ​ມີເຈດ​ຕະ​ນາ​ທີ່​ຈະ​ສອດ​ແນມ​ເບິ່ງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ” ນັ້ນ​ຄື​ຄຳ​ເວົ້າ​ທີ່ຢູ່​ໃນ​ໜັງ​ສື​ພິມ Politico. ແຕ່​ລາຍ​ງານນັ້ນ ກໍ​ເວົ້າ​ຕື່ມ​ວ່າ "ບໍ່​ເປັນ​ທີ່​ຈະ​ແຈ້ງ​ວ່າ ຄວາມ​ພະ​ຍາ​ຍາມ​ເຮັດ​ແນວນັ້ນ ຂອງອິ​ສ​ຣາ​ແອ​ລ ໄດ້​ຮັບ​ຜົນ​ສຳ​ເລັດ​ຫລືບໍ່.”

ພວກອະ​ດີດເຈົ້າ​ໜ້າ​ທີ່​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງສະ​ຫະ​ລັດຫລາຍ​ຄົນ ໄດ້​ກ່າວ​ຕໍ່​ໜັງ​ສື​ພິມ Politico ວ່າ ການ​ວິ​ໄຈ​ເບິ່ງ​ອຸ​ປະ​ກອນ​ທີ່​ວ່າເຫລົ່ານີ້ ໂດຍ​ອົງ​ການສັນ​ຕິ​ບານ​ກາງ ຫລື FBI ແລະ​ອົງ​ການ​ອື່ນຂອງ​ສະ​ຫະ​ລັດໄດ້​ເຊື່ອມ​ໂຍງອຸປະ​ກອນ​ເຫລົ່າ​ນີ້ ​ໃສ່​ກັບ​ພ​ວກ​ນັກ​ສືບອິ​ສ​ຣາ​ແອ​ລ. ໂດຍ​ອ້າງ​ອີງ​ໃສ່​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ເຫລົ່າ​ນີ້, ລາຍ​ງານນັ້ນ ເວົ້າ​ວ່າລັດ​ຖະ​ບານ​ສະ​ຫະລັດ ສະ​ຫລຸບວ່າ ພາຍ​ໃນ​ສອງ​ປີ​ຜ່ານ​ມາເປັນ​ໄປ​ໄດ້​ວ່າ ອິ​ສ​ຣາ​ແອ​ລເປັນ​ຜູ້​ຢູ່​ເບື້ອງ​ຫລັງຂອງ​ການ​ເອົາ​ອຸ​ປະ​ກອນ​ດັ່ງ​ກ່າວ​ໄປ​ໃສ່​ໄວ້ຢູ່ນັ້ນແທ້.

ໜັງ​ສື​ພິມ Politico ​ອະ​ທິ​ບາຍ​ວ່າ ແຫລ່ງ​ໃຫ້​ຂໍ້​ມູນ​ທີ່ບໍ່​ປະ​ສົງ​ອອກ​ນາມ ແມ່ນ "ມີ​ຄວາມ​ຮູ້​ກ່ຽວ​ກັບ​ເລື້ອງນີ້" ແລະ​ອຸ​ປະ​ກອນ​ເຫລົ່າ​ນີ້​ໄດ້​ຖືກກວດ​ພົບແຕ່​ດົນ​ມາ​ແລ້ວ.

ສອງ​ປີກ​ອ່ນ, ມີ​ອຸ​ປະ​ກອນ​ທີ່ບໍ່​ມີ​ໃຜ​ຮູ້ ​ຖືກ​ພົບ​ເຫັນ​ຢູ່​ສະ​ຖານ​ທີ່ ທີ່​ມີ​ຄວາມ​ຫລໍ່​ແຫລມຕ່າງໆ ໃນ​ນະ​ຄອນ​ຫລວງວໍ​ຊິ​ງ​ຕັນ ໃນ​ໄລ​ຍະ​ທີ່ມີ​ໂຄງ​ການສືບ​ສວນ ຂອງກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນຂອງ​ສະ​ຫະ​ລັດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ສະ​ຫະ​ລັດ​ກໍ​ບໍ່​ໄດ້​ກະ​ທຳ​ການໃດໆ ຕໍ່​ອິ​ສ​ຣາ​ແອ​ລທີ່​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ທີ່​ຢູ່​ໃນ​ການ​ກ່າວ​ຫານີ້. ລາຍ​ງານ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ຮູ້​ວ່າ ສະ​ຫະ​ລັດ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຂອງ​ການ​ກະ​ທຳທີ່​ຢູ່​ໃນ​ການ​ກ່າວ​ຫານັ້ນ ຍ້ອນ​ສາຍ​ສຳ​ພັນ​ອັນ​ໃກ້​ຊິດ​ຫລາຍ​ຂອງ​ທ່ານ ທ​ຣຳ​ກັບ​ທ່ານເນ​ຕັນ​ຢາ​ຮູ.

ອ່ານ​ຂ່າວນີ້​ເພີ້ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG