ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເຮືອບິນອອສເຕຣເລຍ ຕົກທີ່ຄອງໂກ


ຮູບຂອງກຸ່ມບໍລິສັດ Talbot ສະແດງໃຫ້ເຫັນວ່າ ມະຫາເສດຖີ Talbot (ກາງ-ແຖວເທິງ) ພ້ອມຄະນະ ກຳມະການ ທີ່ປຶກສາ ຂອງບໍລິສັດ Sundance Resources ທີ່ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ຢູ່ຄອງໂກ (21 ມິຖຸນາ 2010)
ຮູບຂອງກຸ່ມບໍລິສັດ Talbot ສະແດງໃຫ້ເຫັນວ່າ ມະຫາເສດຖີ Talbot (ກາງ-ແຖວເທິງ) ພ້ອມຄະນະ ກຳມະການ ທີ່ປຶກສາ ຂອງບໍລິສັດ Sundance Resources ທີ່ເສຍຊີວິດ ໃນອຸບັດຕິເຫດ ເຮືອບິນຕົກ ຢູ່ຄອງໂກ (21 ມິຖຸນາ 2010)

ໃນວັນອັງຄານມື້ນີ້ ອຸສາຫະກຳບໍ່ແຮ່ ຂອງອອສເຕຣເລຍ ໄວ້ທຸກໃຫ້ພວກ ຫົວໜ້າບໍລິຫານ ຫຼາຍໆຄົນ ທີ່ຮວມຢູ່ ໃນຈຳນວນ 11 ຄົນ ທີ່ເສຍຊີວິດ ເວລາເຮືອບິນຮັບເໝົາ ລຳນຶ່ງ ໄດ້ປະສົບອຸບັດຕິເຫດຕົກ ທີ່ສາທາລະນະລັດ ປະຊາທິປະໄຕ ຄອງໂກ ໃນມື້ວັນເສົາ ຜ່ານມາ.

ຊາກຂອງເຮືອບິນ ໄດ້ຖືກພົບເຫັນ ໃນມື້ວັນຈັນ ວານນີ້. ບໍລິສັດ SUNDANCE RESOURCES ຂອງ ອອສເຕຣເລຍ ໄດ້ເໝົາ ເຮືອບິນລຳນີ້ ເພື່ອນຳເອົາ ຄະນະກຳມະການ ທີ່ປຶກສາ ຂອງບໍລິສັດ ທັງໝົດ ຮວມທັງ ມະຫາເສດຖີ ບໍ່ແຮ່ KEN TALBOT ຊຶ່ງເປັນ ຊາວອອສເຕຣເລຍ ທີ່ຮັ່ງທີ່ສຸດ ຄົນນຶ່ງນັ້ນ ເດີນທາງໄປ ຄອງໂກ.

ທ່ານ MICHAEL ROCH ປະທານ ສະພາຊັບພະຍາກອນ ຂອງລັດ ຄວີນສແລນດ໌ ກ່າວໃນ ວັນອັງຄານ ມື້ນີ້ວ່າ ອອສເຕຣເລຍ ໄດ້ສູນເສຍ ນັກວິສາຫະກິດ ທີ່​ມີວິໄສທັດສູງ ໃນໂຕທ່ານ TALBOT ນັ້ນ.

ສ່ວນຄະນະ ບໍລິຫານ ທີ່ບໍລິສັດ SUNDANCE ແລະບໍລິສັດບໍ່ແຮ່ ຂອງທ່ານ TALBOT ເອງ ຄືກຸ່ມ TALBOT ນັ້ນ ກໍໄດ້ອອກ​ມາຖະແຫຼງ ດ້ວຍຄວາມເສົ້າສະລົດໃຈ ນຳການ ສູນເສຍ ເພື່ອນຝູງ ແລະເພື່ອນຮ່ວມງານ ຈຳນວນຫລາຍໆຄົນ.

ເຈົ້າໜ້າທີ່ ອອສເຕຣເລຍ ກ່າວວ່າ ຕົນມີແຜນການ ທີ່ຈະນຳເອົາ ສົບພວກເສຍຊີວິດ ກັບຄືນມາຍັງ ອອສເຕຣເລຍ ລຸນຫລັງ ທີ່ໄດ້ມີການກູ້ເອົາສົບ ອອກມາຈາກເຮືອບິນ ທີ່ຢູ່ໃນບໍລິເວນ ປ່າເລິກດົງໜາ ໃກ້ໆຊາຍແດນ ກາເມຣູນ.

ເຮືອບິນລຳນີ້ ໄດ້ຫາຍສາບສູນໄປ ລຸນຫລັງ ທີ່ໄດ້ບິນຂຶ້ນ ຈາກນະຄອນຫຼວງ YAOUNDE ຂອງກາເມຣູນ ເພື່ອເດີນທາງໄປ ຍັງເມືອງ YANGADOU ໃນສາທາລະນະລັດ ຄອງໂກ.

XS
SM
MD
LG