ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍຈະຢູ່ທີ່ ອັຟການິສຖານອີກ 10 ປີ


ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard ໃນພິທີສາບານໂຕ ເຂົ້າຮັບຕຳແໜ່ງ ທີ່ທຳນຽບລັດຖະບານ ກຸງແຄນເບີຣາ (14 ກັນຍາ 2010)
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard ໃນພິທີສາບານໂຕ ເຂົ້າຮັບຕຳແໜ່ງ ທີ່ທຳນຽບລັດຖະບານ ກຸງແຄນເບີຣາ (14 ກັນຍາ 2010)

ນາຍົກລັດຖະມົນຕີອອສເຕຣເລຍທ່ານນາງ Julia Gillard
ກ່າວວ່າ ທະຫານອອສເຕຣເລຍ ຍັງຈະສືບຕໍ່ປະຕິບັດງານ
ຢູ່ໃນອັຟການິສຖານ ຢ່າງນ້ອຍເປັນເວລາອີກນຶ່ງທົດສະວັດ.

ທ່ານນາງ Gillard ໄດ້ປະກາດໃນວັນອັງຄານມື້ນີ້ໃນຕອນ
ເລີ້ມຕົ້ນຂອງການອະພິປາຍ ເປັນເວລາ 3 ມື້ຂອງສະພາ
ແຫ່ງຊາດກ່ຽວກັບການປະກອບສ່ວນເຂົ້າໃນການປະຕິບັດ
ງານ ພາຍໃຕ້ການນໍາພາຂອງອົງການເນໂຕ້ ເພື່ອທໍາການ
ຕໍ່ສູ້ກັບພວກທາລີບານນັ້ນ.

ນາຍົກລັດຖະມົນຕີອອສເຕຣເລຍກ່າວຕໍ່ສະມາຊິກສະພາ
ແຫ່ງຊາດວ່າ ໃນທີ່ສຸດສະຫະລັດກໍໄດ້ນຳໃຊ້ຍຸດທະສາດ
ທີ່ຖືກຕ້ອງ ເພື່ອເອົາຊະນະກຸ່ມກໍ່ການຮ້າຍອາລກາຍດາ
ແລະພວກກະບົດທາລີບານ. ແຕ່ທ່ານນາງເວົ້າວ່າ ມັນຈະ
ໃຊ້ເວລາອີກນຶ່ງຊົ່ວຄົນຂອງຊາວອັຟການິສຖານ ຈຶ່ງຈະສາ
ມາດສ້າງຕັ້ງລັດຖະບານ ທີ່ປະຕິບັດງານໄດ້.

ອອສເຕຣເລຍມີທະຫານ 1,550 ຄົໃນອັຟການິສຖານຫຼາຍທີ່ສຸດສຳລັບປະເທດທີ່ບໍ່ແມ່ນ
ສະມາຊິກອົງການເນໂຕ້. ແຕ່ຈຳນວນພວກທະຫານບາດເຈັບລົ້ມຕາຍ ທີ່ເພີ້ມຂຶ້ນນັບ​ມື້
ຮວມທັງການເສຍຊີວິດຂອງທະຫານ 21 ຄົນເຮັດໃຫ້ການສະໜັບສະໜຸນຂອງປະຊາຊົນ
ຫຼຸດນ້ອຍລົງ.

XS
SM
MD
LG