ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສັນລະສູດສົບ ເຈົ້າຂອງ ເຮືອຂ້າມຟາກ ຂອງເກົາຫຼີໃຕ້ ທີ່ຫຼົ້ມ ສະຫຼຸບ ບໍ່ໄດ້ (ວີດີໂອ)


ຊາວເກົາຫລີໄຕ້ ພາກັນເດີນຂະບວນ ຄົບຮອບຮ້ອຍວັນ ຂອງອຸບປະຕິເຫດ ເຮືອຂ້າມຟາກຫລົ້ມ.
ຊາວເກົາຫລີໄຕ້ ພາກັນເດີນຂະບວນ ຄົບຮອບຮ້ອຍວັນ ຂອງອຸບປະຕິເຫດ ເຮືອຂ້າມຟາກຫລົ້ມ.

ຫ້ອງການສັນນະ​ສູດ​ສົບ ​ຂອງ​ເກົາຫລີ​ໃຕ້ ກ່າວ​ວ່າ ມັນ​ເປັນ​ໄປ
​ບໍ່​ໄດ້​ທີ່​ຈະລົງ ຄວາມເຫັນ​ກ່ຽວກັບສາເຫດ​ການ​ຕາຍຂອງນັກ
ທຸລະກິດ ທີ່​ພົວພັນ​ກັບ​ເຮືອ​ຂ້າມ​ຟາກ​ຫລົ້ມ ​ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສຍ
​ຊີວິດ​ຫລາຍ​ກວ່າ 300 ຄົນ​ໃນ​ເດືອນ​ເມສາ ທີ່​ຜ່ານ​ມານັ້ນ.

ຫ້ອງການ​ສັນນະສູດ​ສົບ​ແຫ່ງ​ຊາດ ຂອງລັດຖະບານ ກ່າວ​ວ່າ
ການ​ສັນນະສູດ ​ແລະການ​ກວດສອບ DNA ຂອງ​ຊາກ​ສົບ​ທີ່​
ເປື່ອຍເໜົ່າແລ້ວ ຂອງທ່ານ Yoo Byung-eun ​ໄດ້​ເປີດ​ເຜີຍ​
ວ່າ ບໍ່​ມີ​ຫລັກ​ຖານໃດໆ​ທີ່ສະແດງວ່າທ່ານ​ໄດ້​ຖືກ​ວາງ​ຢາ​ພິດ.

ທ່ານ Yoo ​ຊຶ່ງໄດ້​ເປັນ​ເປົ້າ​ໝາຍ ​ໃນການຕາມ​ລ່າຫາ​ໂຕ​ທີ່
ໃຫຍ່ທີ່ສຸດຂອງເກົາ ຫລີໃຕ້ນັ້ນໄດ້​ພົບ​ເຫັນ​ເສຍຊີວິດ ຢູ່​ໃນ​ສວນ​ໝາກໄມ້​ແຫ່ງນຶ່ງໃນ​ວັນ
​ທີ 12 ​ມິຖຸ ນາຜ່ານມາ. ຕຳຫລວດ​ໄດ້​ລະບຸວ່າເປັນສົບ​ຂອງລາວ​ ໃນອາທິດ​ນີ້.

​ເຈົ້າ​ໜ້າ​ທີ່ອົງການສັນນະສູດສົບຄົນ​ນຶ່ງ​ກ່າວ​ວ່າ ການ​ສັນນະສູດ​ບໍ່​ໄດ້ພົບ​ເຫັນ​ຫລັກ​ຖານ
ໃດໆກ່ຽວກັບ​ການ​ໃຊ້ອາວຸດ ຫລື​ບີ​ບຄໍ ​ເຖິງແມ່ນ​ວ່າມີ​ບ່ອນ​ທຳຮ້າຍ​ໄດ້ເປື່ອຍ​ເໜົ່າ​ຢ່າງ
ໜັກ ໃນບໍລິເວນເນື້ອ​ໜັງ​ຢູ່​ຫົວ ​ແລະກ້ານ​ຄໍ.

ທຳ​ອິດ ​ເຈົ້າໜ້າ​ທີ່​ຕຳຫລວດ​ທ້ອງ​ຖິ່ນ ບໍ່​ຄິດ​ເລີຍ​ວ່າ ​ເປັນຊາກ​ສົບ​ຂອງທ່ານ Yoo ​ແລະ
​ການ​ຕາມ​ລ່າ​ຫາມະຫາ​ເສດຖີຄົນນີ້ ​ໄດ້​ດຳ​ເນີນຕໍ່​ໄປ​ເປັນ​ເວລາຫົກ​ອາທິດ ກ່ອນທີ່ຫລັກ​
ຖານ DNA ​ແລະ​ລາຍ​ມື​ ຖືກເປີດ​ເຜີ​ຍ​ໃຫ້ຊາບວ່າເປັນ ​ຊາກ​ສົບຂອງໃຜ.

ທ່ານ Yoo ​ເປັນ​ຫົວໜ້າ​ຄອບຄົວ ທີ່​ເປັນ​ເຈົ້າ​ຂອງ ​ແລະ​ຜູ້​ບໍລິຫານ​ເຮືອ​ຂ້າມ​ຟາກ Sewol
ທີ່​ໄດ້ຫລົ້ມ​ໃນ​ວັນ​ທີ 16 ​ເດືອນ​ເມສາ ຊຶ່ງ​ເຮັດ​ໃຫ້​ມີ​ຜູ້​ເສ​ຍຊີວິດປະມານ 300 ຄົນສ່ວຍ​ໃຫຍ່​ເປັນ​ພວກເດັກນັກຮຽນ.

SOKOR FERRY VO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG