ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລົດຮຸ່ນໃໝ່ Bolt EV ເປັນພະເອກ ຂອງ ງານວາງສະແດງລົດ ໃນວໍຊິງຕັນ ປີ 2017


Bolt EV Stars at Washington Auto Show
please wait

No media source currently available

0:00 0:02:49 0:00

ງານ​ສະ​ແດງ​ລົດ​ຍົນ​ປີ 2017 ​ໄດ້​ໄຂ​ຂຶ້ນ ​ໃນ​ວັນ​ສຸກ ຜ່ານ​ມາໃນ​ນະຄອນຫຼວງ ​ວໍ​ຊີງ​ຕັນ
​ຂອງ​ສະຫະລັດ ທີ່​ເປີດເຜີຍສິ່ງ​ທີ່​ໜ້າ​ສົນ​ໃຈຂອງ​ລົດລຸ້ນໃໝ່ຫຼາຍໆແບບ.​ ໃນເມືຶ່ອລົດ​
ທີ່​ຂັບດ້ວຍ​ຕົວ​ເອງຍັງມີເວລາເຫຼືອຢູ່​ ພວກຜູ້ຜຼິດ ຈຶ່ງພາກັນ​ພະຍາຍາມ​ທີ່​ຈະເຮັດ​ໃຫ້
ພວກລູກຄ້າສົນໃຈ ກັບລົດທີ່ແລ່ນດ້ວຍ

​ໄຟຟ້າ ທີ່ແລ່ນສະດວກກວ່າ ຂີ່ສະບາຍກວ່າ ທັງຮູບຊົງງາມ. ​ແລະການ​ປະຢັດ​ນ້ຳມັນ
​ຂອງລົດລຸ້ນກໍໃຫ້ດີຂຶ້ນໄປເລື້ອຍໆ ດ່ັງທີ່ ນັກ​ຂ່າວ ຂອງ VOA George Putic ມີລາຍ
ງານ ​ຊຶ່ງວັນນະ​ສອນ ຈະນຳສະ​ເໜີ​ທ່ານ.

ຖ້າ​ທ່ານຢາກ​ມີ​ປະສົບ​ການ​ ຢາກຂັບ​ລົດແບບສູ້ຊົນ ​ໂດຍບໍ່ຄຳນຶງເຖິງ​ຄ່າ​ນ້ຳມັນ ບໍ່ສົນໃຈ
ເລື່ອງຄວັນ​ເສຍ ຫຼື ​ແມ່ນກະທັ່ງ​ການເພ​ພັງ ຄວາມ​ເສຍ​ຫາຍ​ຂອງ​ລົດ ທ່ານ​ກໍ​ຈະ​ສາມາດ​
ຊື້​ລົດ​ແບບ​ຈຳລອງມາໃຊ້ກໍໄດ້​.

​ແຕ່​ຄວາມ​ຈິງ​ແລ້ວ ປາກົດວ່າ ພວກ​ຜູ້​ບໍລິ​ໂພ​ກ ​ຈະພາກັນສົນໃຈລົດໃໝ່ ແບບທີ່ແລ່ນ
ດ້ວຍໄຟ​ຟ້າທັງໝົດ ຫຼືບໍ່ກໍແມ່ນແບບ hybrid ທີ່ແລ່ນດ້ວຍນໍ້າມັນແດ່ແລະໄຟຟ້າແດ່.

ຫຼັງ​ຈາກການລິ​ເລີ່​ມ ທີ່​ໄດ້​ຮັບ​ຜົນສຳ​ເລັດດ້ວຍ​ລົດສີ່​ປະຕູ​ແລ່ນ​ດ້ວຍ​ໝໍ້​ໄຟ Chevy
Volt
ແລ້ວ ​ບໍລິສັດ GM ​ກໍ​ໄດ້​ແນ​ະນຳລົດ​ລຸ່ນ​ໃໝ່ ຄື Bolt EV ຊຶ່ງໝາຍເຖິງ electric
vehicle
ທີ່ຖືກກວ່າແລະ ​ກະທັດ​ລັດກວ່າ ຊຶ່ງ Chevrolet ​ເວົ້າ​ວ່າ ​ມີຜົນ​ດີ ແຕກຕ່າງ
ກັນ 2 ຢ່າງ​.

ທ່ານ Joe Lamuraglia ຜູ້​ຈັດການ​ຝ່າຍປະຊາສຳພັນ​ກ່າວ​ວ່າ “ຫຼັງຈາກເຈົ້າສາກໄຟ
ໃສ່ແລ້ວ ເຈົ້າຈະແລ່ນໄດ້ ຮອດ 238 ​ໄມ​ລ໌ ຫຼື 380 ກິ​ໂລ​ແມັດ ​ແລະ​ລາຄາ​ມັນຈະ​ເລີ່​ມ
ໄປ ຕັ້ງ​ແຕ່ 37,495 ໂດລາ ຍັງບໍ່ທັນສົມຄ່າ​ພາສີໃສ່ ຊໍ່ານັ້ນ ກໍພໍຊື້ໄດ້ຢູ່ ສຳລັບລົດ​
ໄຟຟ້າ​.”

ພາຍໃນເດືອນ ກັນຍານີ້ ລົດ Bolt EV ກໍຈະ​ມີ​ອອກ​ຂາຍ​ໃນ​ທົ່ວ​ສະຫະລັດທັງ​ໃນ​ຢູ​ໂຣບ
ບ່ອນ​ທີ່ຈະເອີ້ນ​ວ່າ Opel Ampera E. ໂດຍຈະແລ່ນໄດ້ເທື່ອນຶ່ງໃນ​ໄລຍະ 380 ກິ​ໂລ
​ແມັດ.

ນອກນັ້ນ ບໍລິ​ສັດ Chevolet ຍັງ​ກ່າວ​ອີກ​ວ່າ ຕົນ​ຈະ​ສືບ​ຕໍ່ສ້າງລົດ​ທີ່​ຂັບ​ດ້ວຍ​ຕົນເອງ
​ຂຶ້ນມາ ໂດຍຈະປະກອບໃຫ້ເປັນພາກສ່ວນ​ຂອງການບໍລິການຂົນສົ່ງທີ່ມີຊື່ວ່າ Lyft
ຊຶ່ງຈະ​ນຳໃຊ້ Bolt EV ທີ່​ເປັນ​ເທັກ​ໂນ​ໂລ​ຈີ​ໃໝ່​.

ສ່ວນອຸດສາຫະກຳອື່ນ​ໆ ​ເຊັ່ນ ບໍລິ​ສັດ Ford ກໍແມ່ນຍັງສືບ​ຕໍ່ ຖືເອົາຂະໜາດຫຼືຄວາມໃຫຽ່
ແລະຄວາມແຮງຂອງລົດເປັນສຳຄັນຢູ່.​

​ເຖິງ​ແມ່ນ​ລົດ Ford Mustang ​ລຸ່ນໃໝ່ ຈະຖືວ່າປະ​ຢັດ​ ດ້ວຍເຄື່ອງຈັກຂະໜາດ 2.3 ລີດ
ທີ່​ມີ​ 310 ແຮງ​ມ້າ ກໍຕາມ ແຕ່ກໍຍັງໃຊ້​ນ້ຳມັນ​ເຖິງ 10 ລີດ ​ຕໍ່ 100 ກິ​ໂລ​ແມັດ ເລລາຂັບ
ຢູ່ໃນ​ເມືອງ.

ສຳ​ຫຼັບ​ພວກ​ທີ່​ມັກ​ລົດ​ສປ໊ອຕນັ້ນ ບໍລິສັດ Chrysler-Fiat ​ກໍແມ່ນໄດ້​ອອກ​ແບບແນວໃໝ່
ຄື Jeep Compass ທີ່​ມີລະບົບ​ຍຶດໜ່ຽວດີຫົນທາງໄດ້ດີ ຊຶ່ງ​ຈະ​ປ່ອຍ​ໃຫ້ຄົນຂັບເລືອກ
ເອົາ ວ່າຕົນຈະຂັບຢູ່ເທິງ​ຫິມມະ ຢູ່ເທິງຂີ້ຊາຍ ເທິງຂີ້ຕົມ ຫຼືເທິງຂີ້​ຫີນ.

​ລາຄາຕໍ່າສຸດຂອງລົດ Compass ແມ່ນ 20 ພັນໂດລາ.

ບໍລິ​ສັດ Toyota ໄດ້ລ້ຳໜ້າ ​ຄູ່​ແຂງອື່ນໆ ​ໄດ້​ເປີດ​ຕົວລົດ Camry ປີ 2018 ຊຶ່ງ​ເປັນ​ລົດ ຊີແດນແບບຄອບຄົວ ​ທີ່​ຂາຍ​ດີ​ທີ່​ສຸດ​ໃນ​ຮອບຫຼາຍໆ​ທົດ​ສະ​ວັດ ຢູ່ໃນ​ອາ​ເມຣິກາ. ໃນການ
ພະຍາຍາມສ້າງ​ຄວາມ​ສົນ​ໃຈ​ໃຫ້​ພວກຄົນ​ໜຸ່ມ​ໄປ​ຊື້​ ທາງບໍລິ​ສັດ ​ຈຶ່ງໄດ້​ສ້າງສິ່ງ​ທີ່​ສຳຄັນ
ທີ່​ອອກ​ແບບມາ ​ໃຫ້​ເປັນ​ລົດ​ທີ່​ໜ້າ​ຕື່ນ​ເຕັ້ນ​ເປັນໜ້າ​ຂັບ​ຫຼາຍກວ່າເກົ່າ.

ທ່ານ​ນາງ Amanda Mccoy ນັກຊ່ຽວຊານດ້ານການ​ຜລິດ​ຂອງບໍລິ​ສັດ Toyota ກ່າວ​ວ່າ
“ພວກ​ເຮົາ ​ໄດ້ຫຼຸດຜ່ອນ​ແນວໂນ້ມຂອງ​ໂລກ​ລົງພວກ​ເຮົາໄດ້​ເຮັດ​ໃຫ້​ຕົວຖັງ​ກວ້າງ​
ອອກພວກ​ເຮົາໄດ້​ຂະຫຍາຍ​ເຫຼັກ​ແໜບ​ໃສ່ດ້ານຫຼັງຕື່ມ ​ເພື່ອໃຫ້ມັນ​ອ່ອນນິ້ມຂຶ້ນອີກ ​
ແລະ​ຕອບ​ຮັບ​ໄດ້​ເປັນ​ຢ່າງ​ດີ ຊຶ່ງ​ເວົ້າລວມ​ແລ້ວ ແມ່ນເປັນແບບທີ່ບໍ່ຄາດຄິດໄວ້ກ່ອນ.”

ນອກຈາກນັ້ນ ງານ​ສະ​ແດງ​ລົດ​ຍົນ​ ຢູ່ນະຄອນ​ຫຼວງ ​ວໍ​ຊີງ​ຕັນ​ດີ​ຊີ ຍັງ​ໄດ້​ມີ​ລົດ​ຕູ້ ​ຂະໜາດ
ນ້ອຍຫຼາຍຄັນມາສະແດງຕາມເຄຍ ມີລົດ​ກະບະ ​ແລະ​ລົດ​ສປ໊ອຕ ຮວມທັງ​ຕົວຢ່າງຂອງ
ລົດທີ່ຈະອອກມາໃນພາຍຂ້າງໜ້ານຳ. ສ່ວນ​ວ່າ ​ລົດ​ທີ່​ຂັບດ້ວຍ​ຕົນ​ເອງ​ນັ້ນ ມັນ​ຍັງ​ຢູ່​ໃນ
ຂັ້ນ​ຕອນ​ຂອງການ​ທົດ​ລອງ​ຢູ່.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ


XS
SM
MD
LG