ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທາງ​ການ ລາວ ທຳ​ການກວດ​ສຸ​ຂະ​ພາບ ​ແຮງ​ງານ​ຕ່າງ​ຊາດ​ທຸກ​ຄົນ ​ທີ່​ເດີນ​ທາງ​ມາ​ຈາກ ​ພື້ນ​ທີ່ໆ​ມີ​ການ​ລະ​ບາດ​ ຂອງ​ເຊື້ອ​ໂຣກ Covid-19


ເຈົ້າ​ໜ້າ​ທີ່​ການ​ແພດ ຕັ້ງ​ໂຕະ​ກວດ​ກາ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ດ່ານກວດ​ກາ​ຄົນ​ເຂົ້າ​ເມືອງ.
ເຈົ້າ​ໜ້າ​ທີ່​ການ​ແພດ ຕັ້ງ​ໂຕະ​ກວດ​ກາ​ໄວ​ຣັ​ສ​ໂຄ​ໂຣ​ນາ​ຢູ່​ດ່ານກວດ​ກາ​ຄົນ​ເຂົ້າ​ເມືອງ.

ທາງ​ການ ລາວ ທຳ​ການກວດ​ສຸ​ຂະ​ພາບ​ແຮງ​ງານ​ຕ່າງ​ຊາດ​ທຸກ​ຄົນ​ທີ່​ເດີນ​ທາງ​ມາ​ຈາກ​ພື້ນ​ທີ່ໆ​ມີ​ການ​ລະ​ບາດ​ຂອງ​ເຊື້ອ​ໂຣກ Covid-19 ແລະ ແຮງ​ງານ​ຕ່າງ​ດ້າວ​ດັ່ງ​ກ່າວ​ຍັງ​ຈະ​ຕ້ອງ​ຖືກ​ກັກ​ບໍ​ລິ​ເວນ​ເປັນ​ເວ​ລາ 14 ວັນ.


ທ່ານ ລັດ​ຕະ​ນະ​ໄຊ ເພັດ​ສຸ​ວັນ ຫົວ​ໜ້າ​ກົມ​ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່​ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຖະ​ແຫຼງວ່າມ​າດ​ຕະ​ການ​ນຶ່ງ​ທີ່​ໄດ້​ມີ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຢ່າງ​ເຂັ້ມ​ງວດ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ໄວ​ຣັ​ສ Covid-19 ເຂົ້າ​ມາ​ແຜ່​ລະ​ບາດ​ໃນ ລາວ ໃນ​ປັດ​ຈຸ​ບັນ​ກໍ​ຄື​ການກວດ​ສຸ​ຂະ​ພາບ​ຂອງ​ແຮງ​ງານ​ຕ່າງ​ຊາດ​ທຸກ​ຄົນ​ທີ່​ເດີນ​ທາງ​ມາ​ຈາກ​ພື້ນ​ທີ່ ຫຼື ປະ​ເທດທີ່​ມີ​ການ​ລະ​ບາດ​ຂອງ​ເຊື້ອ​ໂຣກ Covid-19 ໂດຍ​ຖ້າ​ຫາກກວດ​ພົບ​ວ່າ​ມີ​ອາ​ການ​ເປັນ​ໄຂ້​ກໍ​ຈະ​ສົ່ງ​ຕົວ​ໄປ​ຍັງ​ສະ​ຖານ​ທີ່​ກັກ​ກັນ​ເພື່ອກວດ​ອາ​ການ​ຢ່າງ​ລະ​ອຽດ​ໃນ​ທັນ​ທີ ສ່ວນ​ທີ່​ຜູ້ບໍ່​ມີ​ອາ​ການ​ໄຂ້​ນັ້ນ​ກໍ​ຈະ​ຕ້ອງ​ກັກ​ບໍ​ລິ​ເວນ​ຕົນ​ເອງ​ຢູ່​ແຕ່​ໃນ​ທີ່​ພັກ​ເພື່ອ​ເຝົ້າ​ລະ​ວັງ​ອາ​ການ​ເປັນ​ເວ​ລາ 14 ວັນ ໂດຍ​ນາຍ​ຈ້າງ​ຕ້ອງ​ຮັບ​ຜິດ​ຊອບ​ໃນ​ການ​ເບິ່ງ​ແຍງ​ລູກ​ຈ້າງ​ຂອງ​ຕົນ ແລະ ຈະ​ຕ້ອງ​ໃຫ້​ການ​ຮ່ວມ​ມື​ກັບ​ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ທີ່​ໄປ​ກວດ​ເບິ່ງ​ອາ​ການ​ຂອງ​ລູກ​ຈ້າງ​ທີ່​ຖືກ​ກັກ​ບໍ​ລິ​ເວນ​ດັ່ງ​ກ່າວ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ ລັດ​ຕະ​ນະ​ໄຊ ຢືນ​ຢັນ​ວ່າ

"ຜູ້​ປະ​ກອບ​ການ​ທຸ​ລະ​ກິດ​ຕ່າງໆ​ທີ່​ມີ​ກຳ​ມະ​ກອນ​ຈາກ​ປະ​ເທດ​ທີ່​ມີ​ການ​ລະ​ບາດ​ເມື່ອ​ກັບ​ເຂົ້າ​ມາ​ແລ້ວ​ຈະ​ຕ້ອງ​ໄດ້​ຜ່ານ​ມາດ​ຕະ​ການ​ວັດ​ແທກ​ອຸນ​ຫະ​ພູມ​ຖ້າ​ວ່າບໍ່​ພົບ​ພາກ​ສ່ວນ​ດັ່ງ​ກ່າວນີ້​ຕ້ອງ​ໄດ້​ກັກ​ກັນ 14 ວັນ ອາດ​ຈະ​ຢູ່​ໃນ​ຫໍ​ພັກ​ທີ່​ຖືກ​ຈັດ​ສັນ​ໃຫ້​ຈາກ​ບໍ​ລິ​ສັດ ແລ້ວ​ໃຫ້​ບໍ​ລິ​ສັດ​ສະ​ໜອງ​ເຄື່ອງ​ແທກ​ອິນ​ຟາ​ເຣດ​ພົກ​ພາ​ຫັ້ນ ສະ​ບູ່, ແກ້ວ​ລ້າງ​ມື, ຜ້າ​ປິດ​ປາກ​ປິດ​ດັງ​ນີ້​ໃຫ້​ແກ່​ຄົນ​ງານ ແລ້ວ​ກະ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ຂອງ​ພວກ​ເຮົາ​ຈະ​ສົ່ງ​ທີມ​ແພດ​ໄປ​ອົບ​ຮົມ​ໃຫ້ ແລ້ວ​ກະ​ໄປ​ຕິດ​ຕາມກວດ​ກາ​ຈົນ​ກວ່າ​ໄລ​ຍະ 14 ວັນ​ນີ້​ຜ່ານ​ພົ້ນ​ໄປ."

​ໃນ​ປັດ​ຈຸ​ບັນ​ນີ້​ມີ​ແຮງ​ງານ​ຕ່າງ​ຊາດ 29,825 ຄົນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ ຊຳ​ລະ​ຄ່າ​ທຳ​ນຽມ​ເພື່ອ​ທຳ​ງານ​ໃນ ລາວ ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຫາກ​ແຕ່​ສະ​ຫະ​ພັນ​ກຳ​ມະ​ບານ ລາວ ລາຍ​ງານ​ວ່າ​ມີ​ແຮງ​ງານ​ຕ່າງ​ຊາດ 34,928 ຄົນ​ທີ່​ຍັງ​ບໍ່​ຊຳ​ລະ​ຄ່າ​ທຳ​ນຽມ​ໃນ​ການອ​ອກ​ບັດ​ອະ​ນຸ​ຍາດ​ທຳ​ງານ​ຢ່າງ​ຖືກ​ຕ້ອງ ຊຶ່ງ​ມີ​ອັດ​ຕາ​ຄ່າ​ທຳ​ນຽມ​ຄົນ​ລະ 3.6 ລ້ານ​ກີບ​ຕໍ່​ປີ ຈຶ່ງບໍ່​ພຽງ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ຕ້ອງ​ສູນ​ເສຍ​ລາຍ​ຮັບ​ໄປຫຼາຍກວ່າ 125 ຕື້​ກີບ​ໃນ​ແຕ່​ລະ​ປີ​ເທົ່າ​ນັ້ນ ຫາກ​ແຕ່​ການ​ທີ່​ຍັງ​ປາ​ກົດ​ມີ​ແຮງ​ງານ​ຕ່າງ​ດ້າວ​ທີ່​ລັກ​ລອບ​ເຂົ້າ​ເມືອງ ແລະ ທຳ​ງານ​ໃນ ລາວ ໂດຍ​ຜິດ​ກົດ​ໝາຍ​ຈຳ​ນວນເຖິງ 34,928 ຄົນ​ທີ່​ສ່ວນ​ໃຫຍ່​ກໍ​ແມ່ນ​ແຮງ​ງານ​ທີ່​ມາ​ຈາກ ຈີນ ແລະ ຫວຽດ​ນາມ ທີ່​ມີ​ການ​ລະ​ບາດ​ຂອງ​ເຊື້ອ​ໂຣກ Covid-19 ດ້ວຍ​ນັ້ນ ຈຶ່ງ​ນັບ​ເປັນ​ປັດ​ໄຈ​ສ່ຽງ​ທີ່​ເຊື້ອ​ໂຣກ Covid-19 ຈະ​ເລັດ​ລອດ​ເຂົ້າ​ມາ​ລະ​ບາດ​ໃນ ລາວ ໄດ້​ໃນ​ໄລ​ຍະ​ຕໍ່​ໄປ.

ໃນ​ວັນ​ທີ 3 ກຸມ​ພາ 2020 ສະ​ຖານ​ກົງ​ສຸນ​ໃຫຍ່​ຂອງ ຈີນ ປະ​ຈຳຫຼວງ​ພະ​ບາງ ໄດ້​ສົ່ງ​ໜັງ​ສື​ເຖິງ​ພະ​ແນກ​ການ​ຕ່າງ​ປະ​ເທດ ແລະ ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງຫຼວງ​ພະ​ບາງ ເພື່ອ​ແຈ້ງ​ໃຫ້​ຊາບ​ວ່າ​ມີ​ຊາວ ຈີນ 1 ຄົນ​ທີ່​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ ລາວ ລະ​ຫວ່າງວັນ​ທີ 26-31 ມັງ​ກອນ 2020 ໄດ້​ຖືກກວດ​ພົບ​ວ່າ​ໄດ້​ຮັບ​ເຊື້ອ​ໄວ​ຣັ​ສໂຄ​ໂຣ​ນາ ເມື່ອ​ຜູ້​ກ່ຽວ​ເດີນ​ທາງ​ກັບ​ຄືນ​ໄປ ຈີນ ໃນ​ວັນ​ທີ 1 ກຸມ​ພາ 2020 ຈຶ່ງ​ເຮັດ​ໃຫ້​ຕ້ອງ​ມີ​ການກວດ​ກາ​ຄືນ ກ່ຽວ​ກັບ ການ​ເດີນ​ທາງ ແລະ ກິດ​ຈະ​ການ​ຕ່າງໆ​ຂອງ​ຜູ້​ກ່ຽວ​ຢ່າງ​ລະ​ອຽດ​ໃນ​ຂະ​ນະ​ທີ່​ຢູ່​ໃນ ລາວ ຊຶ່ງ​ກໍ​ເຮັດ​ໃຫ້​ທາງ​ການ ລາວ ໄດ້​ກວດ​ວິ​ເຄາະ​ຜູ້​ທີ່​ຖືກ​ສົງ​ໄສວ່າ​ອາດ​ຈະ​ໄດ້​ຮັບ​ເຊື້ອ​ໂຣກ Covid-19 ໃນ ລາວ ຈຳ​ນວນ 45 ກໍ​ລະ​ນີ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ຊຶ່ງ​ພົບ​ວ່າບໍ່​ມີ​ກໍ​ລະ​ນີ​ທີ່​ໄດ້​ຮັບ​ເຊື້ອ​ໄວ້​ຣັ​ສ​ດັ່ງ​ກ່າວ​ແຕ່​ຢ່າງ​ໃດ.

ທັງ​ນີ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄດ້​ອອກ​ໜັງ​ສື​ແຈ້ງ​ການ​ເລ​ກ​ທີ 030 ລົງ​ວັນ​ທີ 20 ມັງ​ກອນ 2020 ເລື່ອງ​ການ​ກຽມ​ຄວາມ​ພ້ອມ​ຢູ່​ດ່ານ ເພື່ອ​ຮັບ​ມື​ໃນ​ການ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ອັກ​ເສບ​ປອດ​ຈອກ​ເຊື້ອ​ໄວ​ຣັ​ສ Covid-19 ທີ່​ໄດ້​ຈັດ​ສົ່ງ​ໄປ​ເຖິງ​ບັນ​ດາ​ຫົວ​ໜ້າ​ກອງ​ບັນ​ຊາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂັ້ນ​ແຂວງ ແລະ ນະ​ຄອຫຼວງວຽງ​ຈັນ, ຫົວ​ໜ້າ​ກົມ​ການ​ບິນ​ພົນ​ລະ​ເຮືອນ, ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ນະ​ຄອນຫຼວງວຽງ​ຈັນ ແລະ ແຂວງ​ໃນ​ທົ່ວ​ປະ​ເທດ​ເພື່ອ​ຂໍ​ການ​ຮ່ວມ​ມື ແລະ ການ​ສະ​ໜັບ​ສະ​ໜູນ​ເຂົ້າ​ໃນ​ການ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ດັ່ງ​ກ່າວ.

ຫົວ​ໜ້າ​ດ່ານ​ສາ​ກົນ​ທາງ​ບົກ ແລະ ດ່ານ​ສະ​ໜາມ​ບິນ​ຕ້ອງ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ທີມ​ງານ​ຈາກ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໃນ​ການ​ເຄື່ອນ​ໄຫວ​ຕິດ​ຕາມ​ຊຸກ​ຍູ້ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ຂອງວຽກ​ການ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ຕິດ​ຕໍ່ ໃຫ້​ເອົາ​ໃຈ​ໃສ່​ການ​ປັບ​ປຸງວຽກ​ງານ​ສາ​ທາ​ລະ​ນະ​ສຸກ​ປະ​ຈຳ​ດ່ານ ແລະ ນຳ​ໃຊ້​ເຄື່ອງວັດ​ແທກ​ອຸນ​ຫະ​ພູມ​ຮ່າງ​ກາຍ ເພື່ອ​ຕິດ​ຕາມ​ເຝົ້າ​ລະ​ວັງ ແລະ ລາຍ​ງານ​ກໍ​ລະ​ນີ​ທີ່​ສົງ​ໄສ​ຢ່າງ​ໃກ້​ຊິດ​ໂດຍ​ໃຫ້​ເນັ້ນ​ໜັກ​ແຂວງ​ທີ່​ມີ​ຊາຍ​ແດນ​ຕິດ​ຕໍ່​ກັບ ຈີນ ເຊັ່ນ​ແຂວງ​ຜົ້ງ​ສາ​ລີ, ຫຼວງ​ນ້ຳ​ທາ ແລະ ອຸ​ດົມ​ໄຊ, ລວມ​ເຖິງສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ, ສະ​ໜາມ​ບິນ​ສາ​ກົນຫຼວງ​ພະ​ບາງ ແລະ ດ່ານ​ອື່ນໆ​ທີ່​ມີ​ຜູ້​ໂດຍ​ສານ​ເຂົ້າ-ອອກ​ລາວ.

XS
SM
MD
LG