ທາງການລາວອະນຸຍາດໃຫ້ແຮງງານລາວຢູ່ຕ່າງປະເທດ ເດີນທາງກັບຄືນມາລາວໄດ້ໂດຍຜ່ານຂົວມິດຕະພາບແຫ່ງທີ 1 ແລະດ່ານວັງເຕົ່າເທົ່ານັ້ນ ເພື່ອສະກັດກັ້ນການລະບາດຂອງໄວຣັສໂຄວິດ-19.
ທ່ານພູທອນ ເມືອງປາກ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຖະແຫລງວ່າ ເພື່ອເປັນການຈຳກັດ ແລະຄວບຄຸມການລະບາດຂອງເຊື້ອໄວຣັສ Covid-19 ໃນລາວ ໄດ້ກຳນົດໃຫ້ແຮງງານລາວ ທີ່ຢູ່ຕ່າງປະເທດ ແລະຕ້ອງການທີ່ຈະເດີນທາງກັບຄືນມາລາວ ໃນໄລຍະຕໍ່ໄປນີ້ສາມາດທີ່ຈະເດີນທາງກັບຄືນມາລາວໄດ້ ໂດຍຜ່ານດ່ານຊາຍແດນພຽງ 2 ແຫ່ງເທົ່ານັ້ນ ຄືທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແລະດ່ານວັງເຕົ່າທີ່ເມືອງໂພນທອງ ແຂວງຈຳປາສັກ ສ່ວນດ່ານຊາຍແດນອື່ນໆນັ້ນ ຈະບໍ່ມີການອະນຸຍາດໃຫ້ແຮງງານລາວເດີນທາງຜ່ານຢ່າງເດັດຂາດ.
ທັງນີ້ ຄະນະສະເພາະກິດມອບໝາຍໃຫ້ກະຊວງປ້ອງກັນຄວາມສະຫງົບເປັນພາກສ່ວນທີ່ຮັບຜິດຊອບກວດກາການເດີນທາງຂອງແຮງງານ ແລະປະຊາຊົນລາວ ໃນທົ່ວປະເທດຢ່າງເຂັ້ມງວດ ໂດຍຈະບໍ່ອະນຸຍາດໃຫ້ມີການເດີນທາງຂ້າມເຂດທັງໃນຂັ້ນບ້ານ ຂັ້ນເມືອງ ແລະແຂວງຢ່າງເດັດຂາດ ຖ້າຫາກວ່າ ບໍ່ມີເຫດອັນຄວນ ສ່ວນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດໄທ ທີ່ຕາມດ່ານຊາຍແດນຕ່າງໆນັ້ນ ກໍຈະຕ້ອງສົ່ງຕົວໄປກັກບໍລິເວດຢູ່ໃນສະຖານທີ່ທີ່ກຳນົດໃນແຕ່ລະເມືອງຫຼືແຂວງ ໂດຍບໍ່ມີການຍົກເວັ້ນ ຊຶ່ງກໍເຊັ່ນດຽວກັນກັບແຮງງານລາວ 30,000 ກວ່າຄົນທີ່ເດີນທາງກັບຈາກໄທ ໂດຍຜ່ານດ່ານວັງເຕົ່ານັ້ນ ດັ່ງທີ່ເຈົ້າໜ້າທີ່ປກະຈຳດ່ານວັງເຕົ່າ ໄດ້ໃຫ້ການຢືນຢັນວ່າ:
“ເຮົາໄດ້ປະສານກັບເຈົ້າໜ້າທີ່ຕຳຫຼວດ-ທະຫານ ເອົາແພດໄປກວດກັ່ນກອງດ້ານສຸຂະພາບ ຖ້າວ່າເພິ່ນບໍ່ມີບັນຫາທາງດ້ານສຸຂະພາບແລ້ວ ກະໄດ້ໃຫ້ທະຫານກັບຕຳຫຼວດຈັດສົ່ງເພິ່ນໄປເມືອງທີ່ເພິ່ນຢູ່ເພື່ອເອົາເຂົ້າສູນກັກກັນ ທີ່ມີຢູ່ແຕ່ລະເມືອງຫັ້ນ ແມ່ນມາຮອດປັດຈຸບັນນີ້ ກະສິມີຢູ່ປະມານສາມໝື່ນກວ່າຄົນ ກະມີອາການສົງໄສປະມານ 40 ຄົນນີ້ ທີ່ເຂົ້າກັບນິຍາມຂອງພະຍາດໂຄວິດ ເຮົາກະໄດ້ກັກບໍລິເວນແລ້ວ ກະສົ່ງຕົວຍ່າງໄປກວດຢູ່ໂຮງໝໍ ຜົນກວດມັນກະບໍ່ພົບເຊື້ອເນາະ”
ໂດຍນັບແຕ່ທ້າຍເດືອນມີນາ 2020 ເປັນຕົ້ນມາ ຄະນະສະເພາະກິດ ໄດ້ດຳເນີນມາດຕະການກັກກັນບໍລິເວນແຮງງານລາວ ຈຳນວນທັງໝົດ 113,404 ຄົນ ໃນນີ້ແບ່ງເປັນ 68,534 ຄົນທີ່ຢູ່ໃນສະຖານກັກກັນຂອລັດຖະບານທີ່ມີຢູ່ທັງໝົດ 2,142 ແຫ່ງໃນທົ່ວປະເທດ ສ່ວນທີ່ເຫຼືອ 44,870 ກວ່າຄົນນັ້ນ ໄດ້ອະນຸຍາດໃຫ້ກັກຕົວຢູ່ເຮືອນຂອງແຕ່ລະຄົນ ໂດຍມີພະນັກງານຂອງຄະນະສະເພາະກິດ ທີ່ເປັນຜູ້ດູແລ ແລະກວດສຸຂະພາບຢ່າງໃກ້ຊິດ ຊຶ່ງມາຮອດປັດຈຸບັນນີ້ ກໍປາກົດວ່າ ແຮງງານລາງເຫຼົ່ານີ້ ໄດ້ຖືກກັກບໍລິເວນຄົບ 14 ວັນທັງໝົດແລ້ວ ທັງຍັງກວດບໍ່ພົບເຊື້ອໄວຣັສ Covid-19 ອີກດ້ວຍ.
ແຕ່ຢ່າງໃດກໍຕາມ ເນື່ອງຈາກວ່າ ໃນຈຳນວນຜູ້ຕິດເຊື້ອ Covid-19 ໃນລາວທັງ 19 ຄົນເປັນການກວດຈາກກໍລະນີສົງໄສພຽງ 2,418 ກໍລະນີເທົ່ານັ້ນ ໃນຊ່ວງວັນທີ 20 ມັງກອນ ຫາ ວັນທີ 6 ພຶດສະພາ 2020 ແລະເຖິງແມ່ນວ່າ ຈະເປັນການຕິດເຊື້ອໃນລະດັບຕ່ຳກໍຕາມ ແຕ່ກໍຍັງຖືເປັນສະພາບການທີ່ຍັງມີຄວາມສ່ຽງ ທີ່ຈະມີຄົນລາວຕິດເຊື້ອໄວຣັສ Covid-19 ເພີ້ມຂຶ້ນໄດ້ອີກ ເນື່ອງຈາກວ່າ ຍັງມີແຮງງານລາວໃນຕ່າງປະເທດທີ່ຍັງພາກັນເດີນທາງກັບຄືນມາລາວທຸກມື້ນັ້ນເອງ.
ທັງນີ້ ທາງາການລາວ ກໍອະນຸຍາດໃຫ້ບັນດາຫົວໜ່ວຍທຸລະກິດການຄ້າ ແລະບໍລິການຕ່າງໆ ສາມາດເປີດກິດເປີດກິດຈະການໄດ້ຊົ່ວຄາວໃນວັນທີ 4-17 ພຶດສະພາ 2020 ແຕ່ວ່າ ຈະຕ້ອງປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ຄືການຮັກສາໄລຍະຫ່າງລະຫວ່າງຄົນຕັ້ງແຕ່ 1 ແມັດຂຶ້ນໄປ ການລ້າງມືດ້ວຍສະບູ່ ແລະນ້ຳສະອາດ ຫຼືເຈລລ້າງມື ການໃສ່ຜ້າອັດປາກ-ດັງ ການວັດແທກອຸນຫະພູມຮ່າງກາຍ ການອານາໄມ ສະຖານທີ່ຕ່າງໆໃຫ້ສະອາດຢູ່ສະເໝີໆ ໂດຍສະເພາະໂຮງແຮມ ຣີສອດ ເຮືອນພັກ ຮ້ານອາຫານ ຮ້ານກາເຟ ຮ້ານຕັດຜົມ ແລະຮ້ານເສີມສວຍນັ້ນ ຍັງຈະຕ້ອງປະສານໃນດ້ານຂໍ້ມູນຂ່າວສານກັບຄະນະສະເພາະກິດຢ່າງໃກ້ຊິດດ້ວຍ ເພາະຖ້າຫາກກວດພົບວ່າ ລູກຄ້າຄົນໃດທີ່ອຸນຫະພູມຮ່າງກາຍເກີນກວ່າ 37.5 ອົງສາເຊລຊຽສ ກໍຈະຕ້ອງໂທລະສັບສາຍດ່ວນໄປແຈ້ງໃຫ້ ຄະນະສະເພາະກິດຂຂອງແຕ່ລນະເຂດໄດ້ຮັບຊາບ ເພື່ອຈະໄດ້ທຳການກວດອາການຂອງລູກຄ້າຄົນດັ່ງກ່າວ.