ຊາວເຢເມນຈຳນວນຫຼາຍພັນຄົນໄດ້ພາກັນເດີນຂະບວນປະທ້ວງ
ຕໍ່ຕ້ານພວກກະບົດ Houthi ທີ່ນັບຖືສາສະໜາອິສລາມ ນິກາຍຊີ
ໄອທ໌ ສອງມື້ຫລັງຈາກປະທານາທິບໍດີແລະຄະນະລັດຖະບານລາ
ອອກ.
ພວກທີ່ເຫັນເຫດການກ່າວວ່າ ການເດີນຂະບວນປະທ້ວງດັ່ງກ່າວ
ແມ່ນເລີ້ມຈາກຈະຕຸລັດແຫ່ງນຶ່ງໃກ້ກັບມະຫາວິທະຍາໄລ Sana’a ໄປຍັງບໍລິເວນບ້ານເຮືອນ ຂອງພວກຜູ້ນຳປະເທດ ຢູ່ໃນນະຄອນ
ຫຼວງ.
ໃນມື້ວັນສຸກວານນີ້ ພວກເຈົ້າໜ້າທີ່ອະວຸໂສ ດ້ານຄວາມປອດໄພ
ຂອງສະຫະລັດກ່າວວ່າ ການປະຕິບັດງານຕໍ່ຕ້ານພວກກໍ່ການຮ້າຍໃນເຢເມນ ໄດ້ຍຸດຕິ ເປັນການຊົ່ວຄາວ ຫຼັງຈາກການພັງທະລາຍລົງ ຂອງລັດຖະບານທີ່ໄດ້ຮັບການໜຸນຫລັງ ຈາກສະຫະລັດ.
ແຫລ່ງຂ່າວທີ່ໃກ້ຊິດກັບສະຖານະການແຈ້ງວ່າ ການລາອອກຂອງປະທານາທິບໍດີເຢເມນ ທ່ານ Abd Rabbuh Mansour Hadi ແລະ ລັດຖະບານຂອງນາຍົກລັດຖະມົນຕີ Kha-
led Bahah ເຮັດໃຫ້ການປະຕິບັດງານຕໍ່ຕ້ານພວກກໍ່ການຮ້າຍຂອງສະຫະລັດ ຢູ່ໃນປະ ເທດດັ່ງກ່າວເປັນອຳມະພາດໄປ.
ອົງການຂ່າວຣອຍເຕີ້ ໄດ້ອ້າງຄຳເວົ້າຂອງເຈົ້າໜ້າທີ່ສະຫະລັດ ທີ່ກ່າວວ່າ ການໂຈະການ ປະຕິບັດງານ ແມ່ນຮວມທັງ ການໂຈມຕີ ໂດຍເຮືອບິນ ທີ່ບໍ່ມີຄົນຂັບ. ມາຮອດຕອນແລງ ຂອງວັນສຸກວານນີ້ກໍຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ການໂຈະການປະຕິບັດງານດັ່ງກ່າວ ຈະມີຢູ່ຕໍ່ໄປອີກດົນປານໃດ.
ກອງກຳລັງຂອງສະຫະລັດໄດ້ເຮັດວຽກຮ່ວມກັນກັບພວກເຈົ້າໜ້າທີ່ຮັກສາຄວາມສະຫງົບ ຂອງເຢເມນ ໃນການຕິດຕາມເບິ່ງກຸ່ມກໍ່ການຮ້າຍອາລກາອີດາໃນແຫຼມອາຣາເບຍຈາກ ໜ່ວຍສືບລັບ ທີ່ສຳຄັນແຫ່ງນຶ່ງ ຢູ່ໃນພາກໃຕ້ ຂອງເຢເມນ. ແຕ່ພວກເຈົ້າໜ້າທີ່ ກ່າວໃນ ຕອນແລງຂອງມື້ວັນສຸກວານນີ້ວ່າ ການປະຕິບັດງານສືບລັບສ່ວນໃຫຍ່ໃນເວລານີ້ ແມ່ນ ຢູ່ພາຍໃຕ້ການຄວບຄຸມ ຂອງກະບົດຊີໄອທ໌ ທີ່ຮູ້ກັນໃນນາມພວກ Houthi ທີ່ໄດ້ເຂົ້າຍຶດ ເອົາສະຖານທີ່ສຳຄັນໆຂອງລັດຖະບານໃນມື້ວັນພະຫັດຜ່ານມາແລະຂັບໄລ່ທະຫານລັດ ຖະບານອອກໄປຈາກສະ ຖານທີ່ເຫລົ່ານັ້ນ.
ພວກກະບົດ Houthi ແມ່ນບໍ່ມັກ ທັງກຸ່ມກໍ່ການຮ້າຍ ອາລກາອີດາ ໃນແຫລມອາຣາເບຍ ດັ່ງດຽວກັນກັບສະຫະລັດ.