ທ່ານ ເອເຈ ຄາລເດີຣອນ, ຫົວໜ້າຄົນເຮັດວຽກຢູ່ສວນຕົ້ນ ອາໂວກາໂດ ແລະ ຕົ້ນໄມ້ຈຳພວກໝາກນາວ ໃນພາກໃຕ້ຂອງລັດຄາລິຟໍເນຍ ໄດ້ກ່າວຕໍ່ອົງການຂ່າວ AP ກ່ຽວກັບ ການສຳຫຼວດຂອງລາວ ກ່ຽວກັບ ໄຟ ມາເຣຍ ໃນເມືອງ ເວັນທູຣາ ທີ່ຕັ້ງຢູ່ເຂດຊົນນະບົດວ່າ “ເວລາທີ່ໄຟຜ່ານເຂົ້າມາ, ມັນໜ້າຕົກໃຈຫຼາຍ. ວຽກງານທຸກຢ່າງທີ່ພວກເຮົາໃນແຕ່ລະປີ ແລະ ພຽງສອງສາມຊົ່ວໂມງ ມັນກໍຖືກໄໝ້ກ້ຽງໄປໝົດ.”
ໄຟ ມາເຣຍ ແມ່ນເຜົາໄໝ້ພື້ນທີ່ເກືອບ 4,000 ເຮັກຕາ. ການສັ່ງໃຫ້ຍົກຍ້າຍອອກຈາກພື້ນທີ່ແມ່ນໄດ້ຖືກຍົກເລີກ.
ທ່ານ ຈອນ ເກຣເຕີ, ເຈົ້າຂອງສວນ ບ່ອນທີ່ທ່ານ ເອເຈ ເຮັດວຽກຢູ່ນັ້ນເວົ້າວ່າ ລາວໄດ້ສູນເສຍຕົ້ນອາໂອກາໂດ “ປະມານ 4 ເຮັກຕາ.”
ທ່ານ ເກຣເຕີ ໄດ້ກ່າວວ່າ ລາວໄດ້ເຫັນໄຟໄໝ້ຂຶ້ນທຳອິດຢູ່ຕີນພູ, ບ່ອນທີ່ໂຮງໄຟຟ້າຕັ້ງຢູ່.
ບັນດາເຈົ້າໜ້າທີ່ກ່າວວ່າ ໄຟ ເມເຣຍ ໄດ້ເລີ່ມໄໝ້ໃນວັນພະຫັດທີ່ຜ່ານມາ ຢູ່ເທິງພູທາງພາກຕາເວັນຕົກສຽງເໜືອຂອງນະຄອນ ລອສ ແອນເຈີລິສ ແລະ ສາຍໄຟຟ້າອາດມີສ່ວນຮ່ວມ. ສາຍໄຟຟ້າແມ່ນໄດ້ມີສ່ວນຮ່ວມໃນໄຟປ່າແຫ່ງອື່ນໆທີ່ໄດ້ເກີດຂຶ້ນເມື່ອບໍ່ດົນມານີ້.
ບໍລິສັດໄຟຟ້າ Southern Caliifornia Edison ໄດ້ກ່າວວ່າ ເຂົາເຈົ້າໄດ້ເປີດໄຟຟ້າໃສ່ສາຍໄຟຄວາມແຮງ 16,000 ໂວນຄືນ ບໍ່ເຖິງ 15 ນາທີກ່ອນໄຟໄດ້ໄໝ້.
ບໍລິສັດດັ່ງກ່າວໄດ້ເວົ້າວ່າ ເຂົາເຈົ້າຮ່ວມມືກັບບັນດານັກສືບສວນສອບສວນ.
ໃນພາກເໜືອຂອງລັດຄາລິຟໍເນຍ, ປະຊາຊົນໄດ້ສືບຕໍ່ທີ່ຈະເດີນທາງກັບໄປເມືອງໂຊໂນາມາ ບ່ອນທີ່ໄຟ ຄິນເຄດ ໄດ້ໄໝ້ປະມານ 313 ຕາລາງກິໂລແມັດ, ທຳລາຍບ້ານເຮືອນເກືອບ 200 ຫຼັງ.
ບັນດາເຈົ້າໜ້າທີ່ບໍ່ຮູ້ວ່າແມ່ນຫຍັງທີ່ເປັນສາເຫດຂອງໄຟໄໝ້, ແຕ່ບໍລິສັດ ປາຊີຟິກ ແກັສ ແລະ ໄຟຟ້າ ໄດ້ກ່າວວ່າ ເຂົາເຈົ້າໄດ້ປະສົບບັນຫາກັບ ເສົາສົ່ງໄຟຟ້າ ໃກ້ກັບຈຸດທີ່ໄຟໄດ້ເລີ່ມໄໝ້.