ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກກິລາ ອອສເຕຣຍ ສະວີເດັນ ໄດ້ຮັບ 2 ຫຼຽນຄໍາ ທຳອິດ ໃນການແຂ່ງຂັນ ມື້ນີ້ (ສະໄລດ໌/ວີດີໂອ)


ນັກ​ຫລີ້ນ​ກິລາ​ສະ​ກີ້ອອສ​ເຕ​ຣຍ ນາງ Anna Fenninger ​ໄດ້​​
ຊະນະ​ຫລຽນ​ຄໍາ ແລ່ນ​ສະ​ກີ້ Alpine super-G ປະເພດຍິງ
ນັກ​ຫລີ້ນ​ກິລາ​ສະ​ກີ້ອອສ​ເຕ​ຣຍ ນາງ Anna Fenninger ​ໄດ້​​ ຊະນະ​ຫລຽນ​ຄໍາ ແລ່ນ​ສະ​ກີ້ Alpine super-G ປະເພດຍິງ
ນັກ​ຫລີ້ນ​ກິລາ​ສະ​ກີ້ອອສ​ເຕ​ຣຍ ນາງ Anna Fenninger ​ໄດ້
ຊະນະ​ຫລຽນ​ຄໍາ ​ອັນທໍາ​ອິດ ຂອງຈຳນວນທັງໝົດ 7 ຫລຽນ ທີ່ຈະມີການມອບໃຫ້ພວກນັກກິລາ​ທີ່ເຂົ້າແຂ່ງຂັນໃນ​ວັນ​ເສົາ​
ມື້​ນີ້ ຢູ່ໃນກິລາ​ໂອ​ລິ​ມປິກ​ລະດູ​ໜາວ ທີ່​ເມືອງ Sochi ​ປະ​ເທດ
ຣັດ​ເຊ​ຍ.

ນາງ Fenninger ​ໄດ້​ຄວ້າ​ເອົາ​ຫລຽນຄຳ ຂອງການ​ແຂ່ງຂັນ
​ແລ່ນ​ສະ​ກີ້ Alpine super-G ປະເພດຍິງພ້ອມ​ກັບ​ເພື່ອນ​ນັກ
ກິລາອອສ​ເຕຣຍອີກຄົນນຶ່ງ ທີ່​ໄດ້​ຮັບ​ຫລຽນ​ທອງ​ແດງ.

ນັກ​ກິລາ​ຫລີ້ນ​ສະ​ກີ້​ເຢຍຣະ​ມັນ ​ແມ່ນມາໃນອັນດັບສອງຄວ້າ
ເອົາຫລຽນ​ເງິນໄປຄອງ.



ຫລຽນຄຳອັນທີສອງ ໃນການແຂ່ງຂັນມື້ນີ້ ໄດ້ຕົກເປັນຂອງພວກນັກກິລາແລ່ນ ສະກີ້
cross country ແບບຕໍ່ກັນ 4 ຄົນໃນໄລຍະ 5 ກິໂລແມັດປະເພດຍິງ ຈາກສະວີເດັນ,
ສ່ວນຫລຽນເງິນຕົກເປັນຂອງພວກນັກກິລາຈາກຟິນແລນ ແລະ ຫລຽນທອງແດງ
ແມ່ນພວກນັກກິລາຈາກເຢຍຣະມັນ.

ສະຫະລັດແລະນໍເວ ຍັງເປັນປະເທດທີ່ໄດ້ຮັບຫລຽນຫຼາຍກວ່າໝູ່ ຄືປະເທດລະ 13
ຫລຽນ ຕິດຕາມດ້ວຍເຢຍຣະມັນ ເນເທີແລນ ແລະຣັດເຊຍ ຊຶ່ງຕ່າງກໍໄດ້ ຮັບປະເທດ
ລະ 12 ຫລຽນ. ເຢຍຣະມັນເປັນປະເທດທີ່ໄດ້ຮັບຫລຽນຄຳຫຼາຍ ກວ່າໝູ່ ຄືທັງໝົດ
7 ຫລຽນ.

Olympics
please wait
Embed

No media source currently available

0:00 0:00:15 0:00
XS
SM
MD
LG