ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກອະນຸລັກນິຍົມ ອອສເຕຣຍ ຊະນະ ການເລືອກຕັ້ງ ສະພາແຫ່ງຊາດ


Austria's Sebastian Kurz Tipped to Become World's Youngest Leader
please wait

No media source currently available

0:00 0:02:14 0:00

ເຊີນຊົມວິດີໂອ ກ່ຽວກັບ ຂ່າວນີ້.

ທ່ານ Sebastian Kurz ອາຍຸ 31 ປີ, ຜູ້ນຳພັກອະນຸລັກນິຍົມທີ່ມີ ຄວາມສາມາດເປັນ
ພິເສດ, ໄດ້ປະກາດໄຊຊະນະໃນການເລືອກຕັ້ງທົ່ວໄປ ຂອງປະເທດ ອອສເຕຣຍ.
ເຮັດໃຫ້ຄາດຄະເນໄດ້ວ່າທ່ານຈະເປັນຜູ້ນຳ ທີ່ໜຸ່ມທີ່ສຸດຂອງ ຢູໂຣບ.

ບັນດາຜູ້ສັງເກດການກ່າວວ່າ ທ່ານ Kurz ໄດ້ປະສົບຜົນສຳເລັດໃນ ການສ້າງຕັ້ງພັກ
ອະນຸລັກນິຍົມຂຶ້ນມາຄືນ ແລະ ໄດ້ກະຕຸ້ນພັກອະນຸລັກ ນິຍົມຂອງ ອອສເຕຣຍ ລວມທັງ
ຝ່າຍຂວາຈັດ, ລຸນຫຼັງການລົ້ມລະ ລາຍຂອງສຳພັນທະມິດ ລະຫວ່າງ ພັກອະນຸລັກນິ
ຍົມ ກັບພັກສັງຄົມນິຍົມ.

ຜົນການຢັ່ງຫາງສຽງຄັ້ງໃໝ່ ຈາກອົງການສຳຫຼວດຄວາມຄິດເຫັນ SORA ໄດ້ສະແດງ
ໃຫ້ເຫັນວ່າ ພັກປະຊາທິໄປໄຕສັງຄົມ, ຜູ້ທີ່ໄດ້ໂຄສະນາຫາສຽງ ກ່ຽວກັບ ຄວາມຕ້ອງ
ການສຳລັບຄວາມເທົ່າທຽມທາງສັງຄົມ, ໄດ້ຊະນະພັກເສລີຂວາຈັດເປັນອັນດັບທີສອງ
ຢ່າງຫວຸດຫວິດ.

ການໂຄສະນາຫາສຽງໄດ້ຖືກຄອບງຳດ້ວຍບັນຫາຄົນເຂົ້າເມືອງ. ປະເທດ ອອສເຕຣຍ
ທີ່ມີປະຊາກອນເກືອບເຖິງ 9 ລ້ານຄົນ, ໄດ້ຮັບເອົາ ຜູ້ຂໍລີ້ໄພ 90,000 ຄົນ, ສ່ວນໃຫຍ່
ແມ່ນຊາວມຸສລິມ, ໃນລະຫວ່າງວິ ກິດການຜູ້ຍົກຍ້າຍຖິ່ນຖານໃນປີ 2015 ນັ້ນ, ໄດ້
ເຮັດໃຫ້ມີການສະ ໜັບສະໜູນເພີ່ມຂຶ້ນ ສຳລັບບັນດານັກການເມືອງປີກຂວາ ຜູ້ທີ່ສົ່ງ
ເສີມ ກົດໝາຍຄົນເຂົ້າເມືອງທີ່ເຄັ່ງຄັດກວ່າ.

ພັກອະນຸລັກນິຍົມໄດ້ປະສົບກັບການຖືກໂຈມຕີໃນເດືອນທັນວາ 2016 ທີ່ຜ່ານມາ ເມື່ອ
ທ່ານ Norbert Hofer ໄດ້ເສຍໄຊຢ່າງຫວຸດຫວິດ ໃນການເລືອກຕັ້ງ ທີ່ຖືກຄອບງຳໂດຍ
ບັນຫາຄົນເຂົ້າເມືອງເຊັ່ນກັນ, ແຕ່ບັນດາຜູ້ລົງຄະແນນສຽງ ໄດ້ເລືອກເອົາຜູ້ລົງແຂ່ງຂັນ
ຈາກພັກ ສີຂຽວ, ທ່ານ Alexander van der Bellen.

ປັດຈຸບັນນີ້, ບັນດານັກວິເຄາະກ່າວວ່າ ພັກອະນຸລັກນິຍົມ ປະຊາຊົນ, ນຳໜ້າໂດຍທ່ານ
Kurz ໄດ້ມີຄະແນນນຳໜ້າເປັນອັນດັບນຶ່ງໃນການ ຢັ່ງຫາງສຽງ, ເຮັດໃຫ້ພັກເສລີນິຍົມ
ທີ່ມີແນວທາງຂວາຈັດ ແລະ ພັກ ສັງຄົມນິຍົມ ຕ້ອງແຂ່ງຂັນກັນເອົາຕຳແໜ່ງທີສອງ. ບັນ
ດານັກສັງເກດ ການກ່າວວ່າ ການຢັ່ງຫາງສຽງ ໄດ້ສະແດງໃຫ້ເຫັນໂອກາດສຳລັບພັກ
ຂວາຈັດ ທີ່ຈະເຂົ້າຮ່ວມເປັນພັນທະມິດກັບລັດຖະບານ ເປັນຄັ້ງທຳອິດ ໃນຮອບຫຼາຍປີ,
ແລະ ເປັນຂີດໝາຍແຫ່ງການປ່ຽນແປງສຳລັບຝ່າຍ ອະນຸລັກນິຍົມໃນການເມືອງຂອງ
ປະເທດ ອອສເຕຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG