ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດ ອອສເຕຣຍ ລົງຄະແນນສຽງ ໃນການເລືອກຕັ້ງ ທີ່ອາດເຫັນ ການຟື້ນຕົວຄືນ ຂອງພັກອະນຸລັກນິຍົມ


ລັດຖະມົນຕີການຕ່າງປະເທດ ອອສເຕຣຍ ທ່ານ Sebastian Kurz, ຫົວໜ້າຂອງພັກປະຊາຊົນ ອອສເຕຣຍ, ເວົ້າຢູ່ໃນການ
ໂຕ້ວາທີ ອອກອາກາດທາງໂທລະພາບໃນນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ. 12 ຕຳລາ, 2017.
ລັດຖະມົນຕີການຕ່າງປະເທດ ອອສເຕຣຍ ທ່ານ Sebastian Kurz, ຫົວໜ້າຂອງພັກປະຊາຊົນ ອອສເຕຣຍ, ເວົ້າຢູ່ໃນການ ໂຕ້ວາທີ ອອກອາກາດທາງໂທລະພາບໃນນະຄອນຫຼວງ ວຽນນາ, ປະເທດ ອອສເຕຣຍ. 12 ຕຳລາ, 2017.

ສະຖານທີ່ປ່ອນບັດ ໄດ້ໄຂຂຶ້ນໃນປະເທດ ອອສເຕຣຍ, ບ່ອນທີ່ບັນດາຜູ້ລົງຄະແນນ
ສຽງ ໄດ້ໄປປ່ອນບັດ ໃນການເລືອກຕັ້ງທົ່ວໄປ ທີ່ຈັດຂຶ້ນຢ່າງກະທັນຫັນ ເຊິ່ງບັນດານັກ
ວິເຄາະກ່າວວ່າ ມັນອາດສົ່ງຜົນໃຫ້ພັກອະນຸລັກນິຍົມຟື້ນຕົວກັບຄືນມາອີກ. ການຢັ່ງ
ຫາງໄດ້ສຽງສະແດງໃຫ້ເຫັນການສະໜັບສະໜູນທ່ານ Sebastian Kurz ອາຍຸ 31 ປີ
ຜູ້ນຳພັກອະນຸລັກນິຍົມ ທີ່ມີຄຸນນະສົມບັດພິເສດ ແລະ ເປັນລັດ ຖະມົນຕີການຕ່າງປະ
ເທດ ຜູ້ທີ່ບັນດານັກສັງເກດການກ່າວວ່າ ໄດ້ປະສົບຄວາມສຳເລັດ ໃນການສ້າງຕັ້ງພັກ
ອະນຸລັກນິຍົມຂຶ້ນຄືນມາ ແລະ ເປັນຜູ້ກະຕຸ້ນພັກຝ່າຍຂວາ ອອສເຕຣຍ, ລວມທັງພັກ
ຂວາຈັດ, ລຸນຫຼັງການລົ້ມລະລາຍຂອງການເປັນພັນທະມິດ ລະຫວ່າງ ພັກອະນຸລັກນິ
ຍົມ ກັບ ສັງຄົມນິຍົມ.

ການໂຄສະນາຫາສຽງແມ່ນຖືກຄອບງຳໂດຍບັນຫາຄົນເຂົ້າເມືອງ. ປະເທດ
ອອສເຕຣຍ ທີ່ມີປະຊາກອນເກືອບ 9 ລ້ານຄົນ, ໄດ້ຮັບເອົາຜູ້ຂໍລີ້ໄພ 90,000 ຄົນ,
ສ່ວນໃຫຍ່ແມ່ນຊາວມຸສລິມ, ໃນລະຫວ່າງວິກິດການຜູ້ຍົກຍ້າຍຖິ່ນຖານໃນປີ 2015
ນັ້ນ, ໄດ້ເພີ່ມການສະໜັບສະໜູນສຳລັບບັນດານັກການເມືອງຫົວອະນຸລັກນິຍົມ ຜູ້ທີ່
ສະໜັບສະໜູນກົດໝາຍຄົນເຂົ້າເມືອງທີ່ເຄັ່ງຄັດກວ່າ.

ພັກອະນຸລັກນິຍົມໄດ້ປະສົບກັບການຖືກໂຈມຕີໃນເດືອນທັນວາ 2016 ທີ່ຜ່ານມາ
ເມື່ອທ່ານ Norbert Hofer ໄດ້ເສຍໄຊຢ່າງຫວຸດຫວິດ ໃນການເລືອກຕັ້ງ ທີ່ຖືກຄອບ
ງຳໂດຍບັນຫາຄົນເຂົ້າເມືອງເຊັ່ນກັນ, ແຕ່ບັນດາຜູ້ລົງຄະແນນສຽງ ໄດ້ເລືອກເອົາຜູ້
ລົງແຂ່ງຂັນຈາກພັກສີຂຽວ, ທ່ານ Alexander van der Bellen.

ປັດຈຸບັນນີ້, ບັນດານັກວິເຄາະກ່າວວ່າ ພັກອະນຸລັກນິຍົມ ປະຊາຊົນ, ນຳໜ້າໂດຍ
ທ່ານ Kurz ໄດ້ມີຄະແນນນຳໜ້າເປັນອັນດັບນຶ່ງໃນການຢັ່ງຫາງສຽງ, ເຮັດໃຫ້ພັກ
ເສລີນິຍົມ ທີ່ມີແນວທາງຂວາຈັດ ແລະ ພັກສັງຄົມນິຍົມ ຕ້ອງແຂ່ງຂັນກັນເອົາຕຳແໜ່ງ
ທີສອງ. ບັນດານັກສັງເກດການກ່າວວ່າ ການຢັ່ງຫາງສຽງ ໄດ້ສະແດງໃຫ້ເຫັນໂອກາດ
ສຳລັບພັກຂວາຈັດ ທີ່ຈະເຂົ້າຮ່ວມເປັນພັນທະມິດກັບລັດຖະບານ ເປັນຄັ້ງທຳອິດໃນ
ຮອບຫຼາຍປີ, ແລະ ເປັນຂີດໝາຍແຫ່ງການປ່ຽນແປງສຳລັບຝ່າຍອະນຸລັກນິຍົມໃນ
ການເມືອງຂອງປະເທດ ອອສເຕຣຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG