ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວອົບພະຍົບ ຫຼາຍພັນຄົນ ມຸ້ງ​ໜ້າ​ໄປ​ ຍັງ​ເຢຍຣະມັນ ແລະ ອອສເຕຣຍ


Europe Migrants
please wait
Embed

No media source currently available

0:00 0:02:27 0:00

ຊົມວີດີໂອ ລາຍງານນີ້

ເຢຍຣະມັນ ​ແລະ ອອສ​ເຕຣຍ ​ກຳລັງ​ຕ້ອນຮັບ​ເອົາ​ຊາວ​ອົບ​ພະ​ຍົບ
ຫຼາຍພັນຄົນ ພາຍ​ໃນ​ຊາຍ​ແດນ​ຂອງ​ພວກ​ຕົນ ​ໃນ​ວັນ​ອາທິດ​ມື້​ນີ້.

ພວກ​ຄົນ​ອົບ​ພະ​ຍົບ​ເຫຼົ່ານັ້ນ ​ພວມມຸ້ງ​ໜ້າ​ໄປ​ຍັງ​ເຢຍຣະມັນ ບ່ອນ
​ທີ່​ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ກ່າວ​ວ່າ​ພວກ​ຕົນ​ຈະ​ຮັບ​ເອົາ ຜູ້​ທີ່​ຂໍ​ລີ້​ໄພ
ຈຳນວນ 800,000 ຄົນ​ໃນ​ປີ​ນີ້.

ບັນດາ​ຜູ້​ຊອກ​ຫາ​ບ່ອນ​ລີ້​ໄພ ​ຫຼາຍພັນ​ຄົນ​ ​ໄດ້​ເດີນທາງ​ອອກ​ຈາກ
​ປະ​ເທດ​ຮັງ​ກາຣີ ​ໃນ​ວັນ​ເສົາ​ວານ​ນີ້ ໄປ​ຍັງ​ປະ​ເທດ​ໃນ​ພາກ​ຕາ​ເວັນ
​ຕົກ​ຂອງ​ຢູ​ໂຣບ ​ໂດຍ​ເດີນທາງ​ດ້ວຍ​ລົດ​ເມ ລົດ​ໄຟ ຫຼື ຍ່າງ​ໄປ.
ຄາດ​ກັນ​ວ່າ ຊາວ​ອົບ​ພະຍົບປະມານ 8,000 ຄົນ ຈະ​ເດີນທາງໄປ​ເຖິງ ​ເຢຍຣະມັນ ​ພາຍ​ໃນ​ວັນ​ອາທິດ​ມື້​ນີ້.

​ໃນ​ຂະນະ​ດຽວ​ກັນ ຜູ້​ບັນຊາ​ການ​ຕຳຫຼວດຮັງ​ກາຣີ ກໍກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່​ ຈະ​ບໍ່​ສະໜອງ​
ລົດ​ເມ​ຂົນ​ສົ່ງ ​ພວກຊາວ​ອົບ​ພະຍົບ ​ໄປ​ຍັງ​ຊາຍ​ແດນ​ອອສ​ເຕຣຍ ອີກ​ຕໍ່​ໄປ ​ໂດຍ​ລະບຸ​ວ່າ
ການ​ສະໜອງໃນ​ວັນ​ເສົາ​ວານ​ນີ້​ ​ເປັນການໃຫ້​ບໍລິການພຽງ​ຄັ້ງດຽວ​ເທົ່າ​ນັ້ນ.

ບັນດາ​ສະມາ​ຊິກຂອງປະ​ເທດ ​ໃນ​ສະຫະພາບ​ຢູໂຣບ ​ໄດ້​ແຕກ​ແຍກ​ກັນ​ທ່າມກາງ​ການ​ຫລັ່ງ​ໄຫລ​ເຂົ້າ​ໄປ​ ຂອງຊາວ​ອົບ​ພະຍົບທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ຫົວໜ້າ​ຮັກສາ​ການ​ດ້ານ​ການ​ຕ່າງປະ​ເທດ ຂອງ​ສະຫະ​ພາບ​ຢູ​ໂຣບ ທ່ານນາງ Federica Mogherini ​ໄດ້​ເຕືອນ​ວ່າ ການ​ເຂົ້າ​ໄປ​ຂອງ​ຊາວ​ອົບ​ພະຍົບ ​ແມ່ນ “​ເຂົ້າໄປເພື່ອ​ຢູ່ເລີຍ” ​ ແລະ ​ໄດ້​ຮຽກຮ້ອງ​ໃຫ້ ຢູ​ໂຣບສາມັກຄີ​ກັນ ​ເພື່ອ​ຫາວິທີ​ການ​ ຮັບ​ມື​ກັບ​ສະຖານະ​ການ ດັ່ງກ່າວ ຢ່າງ​ມີ​ປະສິດທິພາບ.

ຊົມວີດີໂອ ກ່ຽວກັບ ການຫລັ່ງໄຫລ ເຂົ້າໄປຢູໂຣບ ຂອງຊາວອົບພະຍົບ

Refugees Arrive at Austrian Border; More on the Way
please wait

No media source currently available

0:00 0:02:08 0:00
XS
SM
MD
LG