ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກການເມືອງ ແນວທາງ ຂວາຈັດ ຂອງ ອັອສເຕຣຍ ນຳໜ້າ ໃນການເລືອກຕັ້ງ ປະທານາທິບໍດີ


ທ່ານ Norbert Hofer, ຂວາ, ຜູ້ລົງແຂ່ງຂັນຈາກພັກ ເສລີນິຍົມຂອງ ອອສເຕຣຍ, ລົມກັບທ່ານ Alexander Van der Bellen, ຊ້າຍ, ຜູ້ລົງແຂ່ງຂັນຈາກພັກສີຂຽວໃນລະຫວ່າງການປະກາດຜົນ
ການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີຂອງ ອັອສເຕຣ ໃນນະຄອນຫຼວງ ວຽນນາ.
ທ່ານ Norbert Hofer, ຂວາ, ຜູ້ລົງແຂ່ງຂັນຈາກພັກ ເສລີນິຍົມຂອງ ອອສເຕຣຍ, ລົມກັບທ່ານ Alexander Van der Bellen, ຊ້າຍ, ຜູ້ລົງແຂ່ງຂັນຈາກພັກສີຂຽວໃນລະຫວ່າງການປະກາດຜົນ ການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີຂອງ ອັອສເຕຣ ໃນນະຄອນຫຼວງ ວຽນນາ.

ພັກເສລີນິຍົມແນວທາງຂວາຈັດ ທີ່ຕໍ່ຕ້ານການຍົກຍ້າຍຖິ່ນຖານຂອງ ອັອສເຕຣຍ ໄດ້ຮັບ ໄຊຊະນະໃນການເລືອກຕັ້ງເອົາຕຳແໜ່ງປະທານາທິບໍດີຮອບທຳອິດ, ໂດຍໄດ້ຮັບຫຼາຍ ກວ່າ 35 ເປີເຊັນຂອງຄະແນນສຽງ ແລະ ເຮັດໃຫ້ຂູູ່ແຂ່ງຂອງຕົນ 5 ຄົນມີຄະແນນຕາມ ຫຼັງມາຢູ່ຫ່າງໄກອອກໄປ, ລວມທັງບັນດາຜູ້ຖືກສະເໜີຊື່ຂອງພັນທະມິດທີ່ກຳລັງປົກຄອງ ປະເທດຢູ່.

ທ່ານ Norbert Hofer, ຜູ້ລົງຫາສຽງໃນເວທີຂອງພັກທີ່ຕໍ່ຕ້ານຜູ້ຍົກຍ້າຍຖິ່ນຖານ ແລະ ຕໍ່ຕ້ານ ຢູໂຣບ ໄດ້ຊະນະ 36.4 ເປີເຊັນຂອງການລົງຄະແນນສຽງ ແລະ ຈະໄປປະເຊີນ ໜ້າກັບຜູ້ລົງແຂ່ງຂັນເອກະລາດ, ເຊິ່ງແມ່ນອະດີດສະມາຊິກຂອງພັກສີຂຽວ ທ່ານ Alexander van der Bellen, ໃນການເລືອກຕັ້ງຂັ້ນຊີ້ຂາດໃນເດືອນໜ້ານີ້.

ມັນເປັນຜົນການແຂ່ງຂັນທີ່ດີທີ່ສຸດທີ່ພັກເສລີນິຍົມ ໄດ້ເຄີຍເຫັນມາໃນການເລືອກຕັ້ງແຫ່ງ ຊາດ, ການໂຄສະນາຫາສຽງຂອງພວກເຂົາເຈົ້າແມ່ນເພັ່ງເລັງຕົ້ນຕໍໃສ່ຜົນກະທົບຂອງ ວິກິດການຜູ້ຍົກຍ້າຍຖິ່ນຖານ ແລະ ຜູ້ຂໍລີ້ໄພ 100,000 ຄົນທີ່ໄດ້ເດີນທາງຮອດປະເທດ ອັອສເຕຣຍ ໃນລະດູຮ້ອນທີ່ຜ່ານມາ.

ຜູ້ລົງແຂ່ງຂັນທັງສອງທ່ານຈາກພັນທະມິດທີ່ກຳລັງປົກຄອງປະເທດ, ພັກເດໂມແຄຣັດ ນິ ຍົມແນວທາງ ກາງຫາຊ້າຍ ທ່ານ Rudolph Hundstorfer ແລະ ຜູ້ຖືກສະເໜີຊື່ຂອງພັກ ປະຊາຊົນແນວທາງເປັນກາງ ທ່ານ Andreas Khol ແຕ່ລະທ່ານໄດ້ຮັບຄະແນນສຽງ 11 ເປີເຊັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG