ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໗ ມີນາ ໒໐໒໕

ທ່ານ Rudd ​ສາບານ​ຕົວ ​​ເຂົ້າຮັບຕໍາ​ແໜ່​ງ ນາຍົກ ລມຕ ອອສ​ເຕຣ​ເລຍ (ວີດິໂອ)


AUSTRALIA POLITICS
please wait
Embed

No media source currently available

0:00 0:00:51 0:00

ເບິ່ງວີດິໂອ ທ່ານ Rudd ​ສາບານ​ຕົວ ​​ເຂົ້າຮັບຕໍາ​ແໜ່​ງ ນາຍົກ ລມຕ ອອສ​ເຕຣ​ເລຍ.

ອະດີດ​ຜູ້​ນໍາ​ອ໊ອສ​ເຕຣ​ເລຍ ທ່ານ Kevin Rudd ​ໄດ້​ເຂົ້າສາບານ​ຕົວ​ເຂົ້າ​ຮັບຕໍາ​ແໜ່​ງ ນາຍົກລັດຖະມົນຕີ ​ໃນ​ວັນ​ພະຫັດ​ມື້​ນີ້ ​3 ປີ ຫຼັງ​ຈາກ​ໄດ້​ຖືກໂຄ່ນ​ລົ້ມ​ໂດຍ ​ທ່ານ​ນາງ Julia Gillard.

ທ່ານ Rudd ​ໄດ້​ເຂົ້າ​ສາບານ​ຕົວເຂົ້າ​ຮັບ​ຕໍາ​ແໜ່​ງ ບໍ່​ຮອດ​ນຶ່ງ​ມື້
ດ້ວຍ​ຊໍ້າ ​ຫຼັງ​ຈາກ​ທີ່​ທ່ານ​ໄດ້​ເອົາຊະນະ​ ທ່ານ​ນາງ Gillard ​
ໃນ​ການ​ລົງ​ຄະ​ແນນ​ສຽງ​ເລືອກ​ເອົາ​ຜູ້​ນໍາ​ຢ່າງ​ກະທັນ ຫັນຂອງ
ພັກ​ແຮງ​ງານ ​ໂດຍ​ໄດ້​ຮັບ​ 57 ສຽງສະໜັບ​ສະ​ໜຸນ ຕໍ່ 45 ສຽງ
​ຄັດຄ້ານ. ບໍ່​ດົນ​ຫຼັງຈາກ​ນັ້ນ​ ທ່ານ​ນາງ Gillard ນາຍົກລັດຖະ
ມົນຕີ​ແມ່ຍິງ​ຄົນ​ທໍາ​ອິດ​ຂອງ​ອອສ​ເຕຣ​ເລຍ ກໍ​ໄດ້​ປະກາດລາ
ອອກຈາກ​ການ​ເມືອງ.

ການ​ຢັ່ງ​ຫາງ​ສຽງມ​ະຫາ​ຊົນ ສະ​ແດງ​ໃຫ້​ເຫັນ​ວ່າ ພັກ​ແຮງ​ງານກໍາລັງປະ​ເຊີນ​ກັນການ​ຄັດ
ຄ້ານ​ຢ່າງ​ໜັກໜ່ວງ​ ຈາກ​ພວກ​ຫົວ​ຈາຮີດ​ນິຍົມ ແລະ​ອາດຈະ​ປະລາໄຊ​ຢ່າງ​ໃຫຍ່ ໃນ​ການ​
ເລືອກຕັ້ງ​ຄັ້ງເດືອນ​ກັນຍາ​ທີ່​ຈະ​ມາ​ເຖິງ​ນີ້ ​ແລະ​ພວກ​ວິ​ເຄາະ​ພາກັນ​ກ່າວ​ນະ​ເໜີ​ແນະ​ວ່າ
ທ່ານ Rudd ອາດ​ຈະສາມາດ​ຊ່ອຍ​ພັກ​ໃຫ້​ໄດ້ບ່ອນ​ນັ່ງ​ໃນ​ລັດຖະສະພາ​ຫຼາຍ​ກ່ວາ ທ່ານ​
ນາງ Gillard.

​ໄດ້​ມີ​ການສັນນິຖານ​ກັນ​ຫລາຍ​ຂຶ້ນ​ເລື້ອຍໆ​ວ່າ ທ່ານ Rudd ອາດ​ຈະ​ຮຽກ​ໃຫ້​ມີ​ການ​ເລືອກ​
ຕັ້ງ​ກ່ອນ​ກໍານົດ​ ຊຶ່ງ​ອາດ​ຈະ​ເປັນ​ໃນ​ເດືອນສິງຫາ ​ໃນ​ຄວາມ​ພະຍາຍາມທີ່ສວາຍ​
ເອົາ​ປະ​ໂຫຍ​ດ​ໃຫ້​ໄດ້​ຫລາຍ​ທີ່​ສຸດ ຈາກ​ຄະ​ແນນນິຍົມທີ່ທ່ານ​ກໍາລັງ​ໄດ້​ຮັບຢູ່​ໃນ​ຂະນະ​ນີ້.

ລາຍ​ງານ​ຂອງ​ສື່​ຂ່າວອ໊ອສ​ເຕຣ​ເລຍ ​ກ່າວວ່າ ທ່ານນາຍົກລັດຖະມົນຕີຄົນ​ໃໝ່ຈະກ່າວ​ຄໍາ
​ປາ​ໄສ ຕໍ່​ສະ​ພາ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ພະຫັດ​ມື້​ນີ້ ​ແຕ່ບໍ່ເປັນ​ທີ່​ຄາດວ່າ ​ທ່ານ Rudd
ຈະປະກາດ​ລາຍ​ຊື່ຄະນະລັດຖະບານ​ຂອງ​ທ່ານ ຈົນ​ກວ່າທ້າ​ຍອາທິດ​ນີ້.
XS
SM
MD
LG