ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Kevin Rudd ຈະໄດ້ເປັນ ນາຍົກ ລມຕ ຄົນໃໝ່ຂອງ ອອສເຕຣເລຍ


ທ່ານ Kevin Rudd ຖະແຫລງຕໍ່ສື່ມວນຊົນ ຫລັງຈາກການເລືອກຕັ້ງພາຍໃນພັກ ຢູ່ສະພາແຫ່ງຊາດອອສເຕຣເລຍ ທີ່ນະຄອນຫລວງ Canberra, ວັນພຸດ 26 ມິຖຸນາ 2013.
ທ່ານ Kevin Rudd ຖະແຫລງຕໍ່ສື່ມວນຊົນ ຫລັງຈາກການເລືອກຕັ້ງພາຍໃນພັກ ຢູ່ສະພາແຫ່ງຊາດອອສເຕຣເລຍ ທີ່ນະຄອນຫລວງ Canberra, ວັນພຸດ 26 ມິຖຸນາ 2013.
ອະດີດ​ຜູ້​ນໍາ​ອອສ​ເຕຣ​ເລຍ ທ່ານ Kevin Rudd ​ໄດ້​ຊະນະ​ທ່ານ​ນາງ Julia Gillard ນາຍົກລັດຖະມົນຕີຄົນ​ປັດຈຸບັນ ​ໃນການ​ລົງ​ຄະ​ແນນ​ສຽງເອົາ​ຜູ້​ນໍາ​ຄົນ​ໃໝ່​ຂອງ​ພັກ​ແຮງ​ງານ ຊຶ່ງ​ເປັນເຫດ​ການ​ຜັນ​ຂະຫຍາຍ​ທີ່​ຄາດ​ວ່າ ຈະ​ສົ່ງ​ຜົນ​ໃຫ້​ຜູ້​ນໍາ​ແມ່ຍິງ​ຄົນ​ທໍາ​ອິດ ຂອງປະ​ເທດ ຕ້ອງ​ອອກ​ຈາກ​ວົງ​ການ​ການ​ເມືອງ​ໄປ.

ທ່ານ Rudd ​ໄດ້​ຮັບ​ການ​ສະໜັບສະໜຸນ​ຈາກ​ເພື່ອນ​ຜູ້​ແທນ​ສະພາ​
ຂອງ​ທ່ານ 57 ສຽງ ຕໍ່45 ສຽງ​ຄັດຄ້ານ ​ໃນ​ການ​ເລືອກ​ຕັ້ງ​ພາຍ​ໃນ
​ພັກ​ໃນ​ວັນ​ພຸດ​ມື້​ນີ້ ຊຶ່ງ​ໝາຍ​ຄວາມ​ວ່າ ທ່ານ​ຈະ​ເປັນ​ຜູ້​ນໍາພາ​ພັກ ​
ເຂົ້າ​ສູ່​ການ​ເລືອກ​ຕັ້ງ​ໃນ​ເດືອນ​ກັນຍາ​ປີ​ນີ້ ທີ່​ຫຼາຍໆ​ຄົນ​ຄາດ​ວ່າ​
ຈະ​ໄດ້​ຮັບ​ການ​ປະລາ​ໄຊ​ຢ່າງ​ໜັກ​ນັ້ນ.

ນາຍົກລັດຖະມົນຕີ​ Gillard ​ໄດ້​ທ້າ​ທາຍໃຫ້​ມີ​ການ​ເລືອກ​ເອົາ​ຜູ້​ນໍາ​ໃໝ່​ຂອງ​ພັກ​ ຢ່າງ​ບໍ່​ຄາດ​
ຝັນໃນ​ວັນ​ພຸດ​ມື້​ນີ້ ​ແລະ​ສັນຍາ​ວ່າ ທ່ານ​ນາງ​ຈະ​ລາ​ອອກຈາກ​ການ​ເມືອງ​ ຖ້າຫາກ​ວ່າ​
ປະລາ​ໄຊ.ທ່ານ​ນາງ​ບໍ່​ໄດ້​ມີ​ຄວາມ​ເຫັນ​ໃດໆ​ຫຼັງຈາກ​ການ​ລົງ​ຄະ​ແນນ​ສຽງ. ​ເປັນ​ທີ່​ຄາດ​ວ່າ
ທ່ານ​ນາງ​ຈະລາ​ອອກ ​ໃນ​ວັນ​ພະຫັດ​ມື້​ອື່ນ ​ແລະ​ທ່ານ Rudd ຈະ​ຂຶ້ນ​ກໍາຕໍາ​ແໜ່​ງ​ແທນ.

ນາຍົກລັດຖະມົນຕີ Julia Gillard
ນາຍົກລັດຖະມົນຕີ Julia Gillard

ການ​ເຄື່ອນ​ໄຫວ​ດັ່ງກ່າວ​ນີ້​ມີ​ຂຶ້ນ ຫຼັງ​ຈາກ​ທີ່ມີ​ການ​ກ່າວ​ວ່າ
ພວກ​ສະໜັບສະໜູນທ່ານ Rudd ກໍາລັງຕຽມ​ຕົວ​ທີ່​ຈະຮຽກ
ຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນສຽງ​ພາຍ​ໃນ​ພັກ ​ເພື່ອ​ຈະ​ໂຄ່ນ​
ລົ້ມທ່ານນາງ Gillard​ ​ທີ່​ເປັນນາຍົກລັດຖະມົນຕີຍິງ​ຄົນ​
ທໍາ​ອິດ​ຂອງ​ອອສ​ເຕຣ​ເລຍ.​

ທ່ານ Rudd ​ໄດ້​ເປັນນາຍົກລັດຖະມົນຕີ ຈາກ​ເດືອນ​ພະຈິກ ປີ 2010 ​ຈົນ​ຮອດ​ເດືອນ​ມິຖຸນາ 2010 ​ເວລາ​ທ່ານ​ຖືກທ່ານ​ນາງ Gillard ​ໂຄ່ນ​ລົ້ມ.
XS
SM
MD
LG