ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນ ອອສເຕຣເລຍ ບໍ່ສາມາດກວດ COVID ຍ້ອນບໍ່ມີອຸປະກອນກວດໂຣກ


ແຈ້ງການຢູ່ຮ້ານຂາຍຢາແຈ້ງໃຫ້ລູກຄ້າຊາບວ່າ ອຸປະກອນກວດໂຣກສຸກເສີນ ແມ່ນບໍ່ມີຂາຍ, ນະຄອນ ຊິດນີ, ອອສເຕຣເລຍ. 5 ມັງກອນ 2022.
ແຈ້ງການຢູ່ຮ້ານຂາຍຢາແຈ້ງໃຫ້ລູກຄ້າຊາບວ່າ ອຸປະກອນກວດໂຣກສຸກເສີນ ແມ່ນບໍ່ມີຂາຍ, ນະຄອນ ຊິດນີ, ອອສເຕຣເລຍ. 5 ມັງກອນ 2022.

ອອສເຕຣເລຍ ກຳລັງປະເຊີນກັບການລະບາດຂອງໄວຣັສໂຄໂຣນາຢ່າງແຮງ, ໂດຍມີສາເຫດມາຈາກການເປີດປະເທດຄືນ ແລະ ສາຍພັນໂອໄມຄຣອນ ທີ່ສາມາດຕິດແປດໄດ້ງ່າຍກວ່າເກົ່າ.

ອອສເຕຣເລຍ ຄືກັບ ສະຫະລັດ ແມ່ນຂາດແຄນອຸປະກອນ PCR ເພື່ອກວດ COVID-19 ຢ່າງແຮງ, ແລະ ອຸປະກອນກວດສຸກເສີນຕ່າງໆ ກໍບໍ່ມີຂາຍຢູ່ຕາມຮ້ານຂາຍຢາເລີຍ.

ປະຊາຊົນແມ່ນບໍ່ສາມາດກວດຫາເຊື້ອ COVID ໄດ້ໃນເວລານີ້, ມີແຕ່ຫາກຄົນໃດບໍ່ສະບາຍແຮງ ແລະ ມີອາການແຮງ ຈຶ່ງໃຫ້ຕິດຕໍ່ເຂົ້າຮັບປິ່ນປົວສຸກເສີນໄດ້ເທົ່ານັ້ນ.

ຄົນລາວທ່ານນຶ່ງທີ່ເປັນພະຍາບານຢູ່ນະຄອນ ຊິດນີ ໄດ້ກ່າວຕໍ່ພວກເຮົາ ກ່ຽວກັບ ສະຖານະການ COVID ວ່າ “COVID ລະບາດແຮງຫຼາຍ, ຢູ່ບ່ອນເຮັດວຽກຂອງຂ້າພະເຈົ້າ ພະນັກງານກວດເປັນຜົນບວກທຸກມື້, ແລະ ຕອນນີ້ແມ່ນກຳລັງຂາດແຄນພະນັກງງານຫຼາຍ. ດຽວນີ້ ຂ້າພະເຈົ້າຕ້ອງໄດ້ເຮັດວຽກ 12 ຊົ່ວໂມງທຸກມື້ ຈົນກວ່າສະຖານະການຈະດີຂຶ້ນ. ອຸປະກອນກວດ COVID ກໍຂາດແຄນ, ຮ້ານຂາຍຢານີ້ ແມ່ນບໍ່ມີຂາຍແລ້ວ. ແຕ່ກີ້ ຂາຍກ່ອງນຶ່ງມີຫ້າອັນ, ດຽວນີ້ເຂົາແກະອອກມາຂາຍເປັນອັນ, ອັນລະ 20 ກວ່າດອນ.”

ອອສເຕຣເລຍ ໄດ້ລາຍງານຄົນຕິດ COVID-19 ໃໝ່ 80,000 ກວ່າກໍລະນີ ໃນ 24 ຊົ່ວໂມງທີ່ຜ່ານມາ (ຈະປ່ຽນແປງໂຕເລກໃໝ່) ອີງຕາມອົງການອະນາ ໄມໂລກ, ໂດຍລັດ ນິວ ຊາວ ເວລສ໌ ມີຜູ້ຕິດເຊື້ອຫຼາຍກວ່າໝູ່ ຕາມດ້ວຍລັດວິກຕໍເຣຍ.

ລັດຖະບານ ອອສເຕຣເລຍ ໄດ້ແຈ້ງວ່າ ນັກເດີນທາງຄົນໃດທີ່ຈະໄປປະເທດດັ່ງກ່າວ ແມ່ນຕ້ອງໄດ້ສັກຢາຄົບສອງເຂັມ.

XS
SM
MD
LG