ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໓ ຕຸລາ ໒໐໒໓

ຊາວອອສ​ເຕຣ​ເລຍ ເລີ່ມໄດ້ຮັບບັດ ໃນການສຳ​ຫຼວດ ກ່ຽວກັບການແຕ່ງງານ​ ​ຄົນເພດດຽວ​ກັນ


ພາບວາດທີ່ສະແດງໃຫ້ເຫັນ ເຖິງອະດີດ ນາຍົກລັດຖະມົນຕີ Tony Abbott ທີ່ເປັນທັງເຈົ້າບ່າວ ແລະເຈົ້າສາວ ໃນຊຸດແຕ່ງ ງານ ທີ່ຫ້ອຍໄວ້ໃນຝາຮ້ານກາເຟແຫ່ງນຶ່ງ ໃນນະຄອນ Sydney, 12 ກັນຍາ, 2017.

ວັນ​ອັງຄານ​ມື້​ນີ້ ​ເປັນ​ຂີດ​ໝາຍ​ຂອງ​ການ​ເລີ່​ມຕົ້ນ ​ໃນການ​ລົງ​ຄະ​ແນນ​ສຽງ​ດ້ວຍ​ຄວາມ
​ສະມັກ​ໃຈ ໃນ​ໄລຍະ​ນຶ່ງ​ເດືອນ ຊຶ່ງອາດຈະ​ເຮັດ​ໃຫ້ການແຕ່ງງານ​ຂອງ​ຄົນເພດດຽວ​ກັນ
​ເປັນ​ການ​ແຕ່ງງານ​ທີ່ຖືກຕ້ອງ​ຕາມ​ກົດໝາຍ​ໄດ້ ​ໃນທີ່​ສຸດ ຢູ່​ອອສ​ເຕຣ​ເລຍ.

ອາດ​ມີຊາວ​ອອສ​ເຕຣ​ເລຍ​ຫຼາຍ​ເຖິງ 16 ລ້ານ​ຄົນ​ຂອງ​ ຈະ​ໄດ້​ຮັບ​ບັດ​ລົງ​ຄະ​ແນນ​ທາງ​
ໄປສະນີ​ ໂດຍ​ຂໍ​ຮ້ອງ​ໃຫ້ພວກ​ເຂົາ​ເຈົ້າ​ລົງ​ຄະ​ແນນ​ສຽງ “ຮັບ​ຜ່ານ” ຫຼື “ບໍ່ຮັບ​ຜ່ານ.”
ກ່ຽວ​ກັບ ​ເລື່ອງ​ດັ່ງກ່າວ ​ແລະ​ໃຫ້​ສົ່ງ​ກັບ​ຄືນພາຍ​ໃນ​ເດືອນ​ພະຈິກ​ຈະ​ມາ​ເຖິງ​ນີ້. ຖ້າ​ຫາກ
​ວ່າຜົນ​ສ່ວນ​ຫຼາຍຂອງ​ການ​ລົງ​ຄະ​ແນນຫາກ​ມີການ “ຮັບ​ຜ່ານ” ​ແລ້ວ ​ລັດຖະສະພາກໍ
ຈະ​ປະຕິບັດ​ຕາມ​ດ້ວຍການ​ລົງ​ຄະ​ແນນ​ສຽງຢ່າງເປັນ​ທາງ​ການ​ໃນ​ເດືອນ​ທັນວາ​ ຈະ​ມາ​ນີ້.

ການ​ສຳ​ຫຼວດຫາງ​ສຽງ​ຄັ້ງ​ໃໝ່ ທີ່ນຳ​ອອກ​ເຜີຍ​ແຜ່ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໄດ້​ສະ​ແດງ​ໃຫ້​
ເຫັນ​ວ່າ ມີ 70 ​ເປີ​ເຊັນ ຂອງ​ພວກທີ່​ຖືກ​ຖາມ​ນັ້ນ ​ແມ່ນ​ເຫັນ​ດີ​ນຳການແຕ່ງງານ​ຂອງ
​ຄົນເພດດຽວ​ກັນ.

ນາຍົກລັດຖະມົນຕີ Malcolm Turnbull ຜູ້​ຊຶ່ງ​ກ່າວ​ວ່າ ທ່ານ ຈະ​ລົງຄະ​ແນນ​ສຽງ
“ຮັບ​ຜ່ານ” ​ໃນບັດ​ຂອງ​ທ່ານ ຊຶ່ງ​ເປັນ​ການ​ລິ​ເລີ້ມ​ການລົງ​ຄະ​ແນນ​ສຽງ​ແບບ​ສະມັກ​ໃຈ
ຫຼັງ​ຈາກສະມາຊິກລັດຖະສະພາ ​ໄດ້​ປະຕິ​ເສດ​ຕໍ່​ແຜນການ​ລົງ​ຄະ​ແນນ​ສຽງ​ແບບ​ບັງຄັບ ​
ໃນ​ທົ່ວ​ປະ​ເທດຫຼືທີ່​ຮູ້​ກັນ​ໃນນາມ​ການ​ລົງ​ປະຊາ​ມະຕິ​ນັ້ນ. ກຸ່ມປົກ​ປ້ອງສິດທິມະນຸ​ດ​
ເພື່ອ​ພວກ​ຮັກຮ່ວມເພດ ບໍ່​ປະສົບ​ຜົນ​ສະ​ເລັດ​ໃນ​ການ​ທ້າ​ທາຍຕໍ່ແຜນຂອງ​ສານ​ສູງ
ອອສ​ເຕຣ​ເລຍ ທີ່ໂຕ້​ແຍ້​ງວ່າ ລັດຖະບານ​ຂອງ​ທ່ານ Turnbull ແມ່ນ​ບໍ່​ມີ​ອຳນາດ
ໃນ​ການຈັບຈ່າຍ​ເງິນ​ຈຳນວນ 97 ລ້ານ ​ໂດ​ລາ ​ໃນ​ການ​ລົງ​ຄະ​ແນນ​ສຽງ​ທາງ​ໄປ​ສະນີນີ້.

ກຸ່ມປົກ​ປ້ອງສິດທິມະນຸ​ດດັ່ງກ່າວ ຍັງ​ໄດ້​ສະ​ແດງ​ອອກ​ເຖິງ​ຄວາມ​ຢ້ານ​ກົວວ່າ ການ​ລົງ
​ຄະ​ແນນ​ສຽງ​ທີ່​ວ່າ​ນີ້ ຈະ​ໄດ້​ເປີດ​ເຜີຍ ​ແລະ​ສ້າງ​ຄວາມ​ເສຍ​ຫາຍ​ ຕໍ່ປະຊາ​ຄົມ​ຮັກ​ຮ່ວມ
​ເພດ​ ທີ່ເປັນຜູ້​ຊາຍ​ ​ແລະ​ແມ່​ຍິງ ພ້ອມ​ທັງ​ພວກ​ທີ່​ປ່ຽນ​ເພດ​ ໃນອອສ​ເຕ​ຣ​ເລຍ​ໄດ້.
ພວກ​ເຂົາ​ເຈົ້າ​ຮຽກຮ້ອງ​ໃຫ້​ລັດ​ຖະສະພາ​ ​ຈັດ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງ​ແບບງ່າຍໆ
ທີ່​ເຫັນ​ພ້ອມ​ນຳ​ຫລື ບໍ່​ກ່ຽວ​ກັບ​ເລື່ອງ​ນີ້.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG