ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott ກ່າວ
ວ່າ ລັດຖະບານອີຣັກ ຍັງບໍ່ທັນໄດ້ສະໜອງການປົກປ້ອງທາງ
ດ້ານກົດໝາຍທີ່ຈຳເປັນເທື່ອ ໃຫ້ແກ່ພວກທະຫານອອສເຕຣ
ເລຍທີ່ສົ່ງໄປໃຫ້ຄຳແນະນຳ ແລະຊ່ອຍເຫຼືອກຳລັງຮັກສາຄວາມ
ປອດໄພອີຣັກ ໃນການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມນັ້ນ.
ທ່ານ Abbott ກ່າວໃນວັນພຸດມື້ນີ້ວ່າ ກຳລັງພິເສດ 200 ຄົນ
ຂອງອອສເຕຣເລຍ ຍັງບໍ່ສາມາດເຂົ້າໄປໃນອີຣັກໄດ້ເທື່ອ ແຕ່
ທ່ານຄາດວ່າ ຂໍ້ຕົກລົງຈະບັນລຸກັນໄດ້ ໃນໄວໆນີ້.
ທ່ານໄດ້ປະຕິເສດຕໍ່ການມີບົດບາດສູ້ລົບໃດໆ ຂອງພວກທະຫານ
ອອສເຕຣເລຍ ຢູ່ທາງພາກພື້ນດິນ. ໃນສັບປະດາແລ້ວນີ້ເຮືອບິນລົບໄອພົ່ນຂອງອອສເຕຣເລຍ 6 ລຳ ໄດ້ສົມທົບກັບແນວໂຮມພາຍໃຕ້ການນຳພາຂອງສະຫະລັດ ທຳການໂຈມຕີ
ທາງອາກາດຕໍ່ພວກຫົວຮຸນແຮງລັດອິສລາມ ໃນອີຣັກ.
ການຕໍ່ສູ້ຍາດເອົາ ເມືອງໂກບານີ ຍັງດຳເນີນຕໍ່ໄປ:
ໃນຂະນະດຽວກັນ ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ກໍໄດ້ຮຽກ
ຮ້ອງຄວາມສົນໃຈ ໄປໃສ່ການລັກພາໂຕ ການກົດຂີ່ເປັນທາດ ແລະການຂົ່ມຂືນສຳເລົາ ພວກແມ່ຍິງຜູ້ໃຫຍ່ແລະເດັກສາວອີຣັກຊົນກຸ່ມນ້ອຍ ໂດຍພວກຫົວຮຸນແຮງນັ້ນ ຊຶ່ງທ່ານກ່າວ ວ່າ ສິ່ງເຫຼົ່ານັ້ນແມ່ນເປັນໂຕຢ່າງຫຼ້າສຸດຂອງ “ຄວາມຊົ່ວຊ້າ ແລະອັບປະມົງຄົນ” ຂອງກຸ່ມດັ່ງກ່າວ.
ຢູ່ໃນຖະແຫຼງການສະບັບນຶ່ງໃນແລງວັນອັງຄານວານນີ້ ທ່ານ Kerry ກ່າວວ່າ ການລ່ວງລະເມີດຕໍ່ພວກແມ່ຍິງຊາວ Yazidi ແລະຊົນເຜົ່າ ນ້ອຍກຸ່ມອື່ນໆ ແມ່ນຮວມທັງພວກເດັກຍິງ ອາຍຸພຽງ 12 ຂວບ ແລະວ່າ ພວກຫົວຮຸນແຮງກ່າວອ້າງເຫດຜົນ ສຳຫລັບຄວາມປະພຶດຂອງພວກເຂົາວ່າ “ສາສະໜາອະນຸຍາດໃຫ້ເຮັດໄດ້.”
ວີດີໂອ: ບັນດາຜູ້ນຳທະຫານສະຫະລັດ ກັບຕ່າງປະເທດ ຫາລືກັນ ເລື້ອງການຕໍ່ຕ້ານ ກຸ່ມລັດອິສລາມ ຢູ່ວໍຊິງຕັນ, ວັນອັງຄານ ທີ 14 ຕຸລາ: