ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທີມງານ ຂອງອອສເຕຣເລຍ ໄດ້ປະກາດ ກ່ຽວ​ກັບ ການປິ່ນປົວ ຊະນິດໃໝ່ ເພື່ອແກ້ພິດ ຂອງ ປາ Jellyfish


ເຈົ້າໜ້າທີ່ຮັກສາຄວາມປອດໄພໃນມະຫາສະໝຸດ ທີ່ລັດ ຮາວາຍ ຍົກປາ box jellyfish ຂຶ້ນໃຫ້ເບິ່ງ ວັນທີ 22
ກໍລະກົດ 2003 ທີ່ຫາດຊາຍ ໄວກີກີ. Box jellyfish ເປັນສັດນໍ້າທີ່ເປັນອັນຕະລາຍທີ່ສຸດຊະນິດນຶ່ງໃນນ່ານນໍ້າ
ຂອງອອສເຕຣເລຍ.
ເຈົ້າໜ້າທີ່ຮັກສາຄວາມປອດໄພໃນມະຫາສະໝຸດ ທີ່ລັດ ຮາວາຍ ຍົກປາ box jellyfish ຂຶ້ນໃຫ້ເບິ່ງ ວັນທີ 22 ກໍລະກົດ 2003 ທີ່ຫາດຊາຍ ໄວກີກີ. Box jellyfish ເປັນສັດນໍ້າທີ່ເປັນອັນຕະລາຍທີ່ສຸດຊະນິດນຶ່ງໃນນ່ານນໍ້າ ຂອງອອສເຕຣເລຍ.

ຢາປະຕິຊີວະນະບົ່ມຊ້ອນ ເພື່ອຊ່ອຍແກ້ການຄົບຕອດຂອງ ປາ ບອກສ໌ ແຈລລີຟີສ
(box jellyfish) ໄດ້ຖືກຄົ້ນພົບໂດຍນັກຄົ້ນຄວ້າຊາວອອສເຕຣເລຍ.

ຟຽລ ເມີເຊີ ສົ່ງລາຍງານເລື້ອງນີ້ມາຈາກນະຄອນຊິດນີ ດັ່ງສາລີຈະນຳລາຍລະອຽດ
ມາສເໜີທ່ານ ໃນອັນດັບຕໍ່ໄປ.

ໃນໂຕປາ box jellyfish ມັນມີພິດຫລາຍພໍ ທີ່ຈະຂ້າໄດ້ເຖິງ 60 ຄົນ. ມັນເປັນສັດນໍ້າ ທີ່ເປັນອັນຕະລາຍທີ່ສຸດແນວນຶ່ງ ໃນທະເລ ຂອງອອສເຕຣເລຍ. ໜວດຂອງມັນ ມີ
ແຊລທີ່ເປັນພິດ ນັບເປັນລ້ານໆ. ແຕ່ລະຕ່ອມໃນໜວດມັນ ຈະປະກອບດ້ວຍສິ່ງ
ແຫລມໆທີ່ຕິດກັບປູມເປົ້ານ້ອຍໆທີ່ເຕັມໄປດ້ວຍພິດ. ຄວາມເຈັບປວດທີ່ໄດ້ຮັບຈາກ
ພິດປາດັ່ງກ່າວ ແມ່ນສ້າງຄວາມທໍລະມານຫລາຍ ທັງຈະເຮັດໃຫ້ໜັງເຮົາເຫືອດແຫ້ງ
ແລ້ວຕາຍ. ຖ້າເຮົາໄດ້ຮັບພິດດັ່ງກ່າວຫລາຍພໍ ມັນຈະພາໃຫ້ຫົວໃຈເຮົາຢຸດເຕັ້ນ ແລ້ວ
ກໍຕາຍໄປພາຍໃນບໍ່ທໍ່ໃດນາທີ.

ສາດສະຕາຈານມະຫາວິທະຍາໄລ ທ່ານ ເກຣກ ນຽລລີ ກ່າວວ່າ ໄດ້ມີການທົດລອງ ທີ່ໄດ້ຮັບຜົນສຳເລັດກັບສັດຈຳພວກໜູຊະນິຕ່າງໆ ຊຶ່ງເພິ່ນເວົ້າວ່າ:

“ນັ້ນເປັນເວລາທີ່ຕື່ນເຕັ້ນທີ່ສຸດ ທີ່ເຫັນວ່າ ສິ່ງດັ່ງກ່າວ ໃຊ້ໄດ້ຜົນໃນການໃຊ້ເປັນຢາ
ປະຕິຊີວະນະ ທັງມີຄວາມປອດໄພນຳ ຢາດັ່ງກ່າວກໍເປັນທີ່ຮູ້ກັນດີຢູ່ແລ້ວ ວ່າມັນປອດ
ໄພກັບມະນຸດ ເພາະສະນັ້ນ ພວກເຮົາພຽງແຕ່ຈະນຳເອົາມັນມາໃຊ້ຕ້ານພິດຂອງປາ
jellyfish. ມັນອາດຈະໄວ ພາຍໃນນຶ່ງ ຫຼືສອງປີ.”

ພວກນັກວິທະຍາສາດເຊື່ອວ່າ ຢາດັ່ງກ່າວ ຈະໄປຢຸດຢັ້ງ ບໍ່ໃຫ້ໜັງເຮົາເຫືອດແຫ້ງ ແລະເຮັດໃຫ້ຄວາມເຈັບປວດຫາຍດີ ເວລາໃຊ້ຢາດັ່ງກ່າວ ແຕ່ພວກເຂົາເຈົ້າກໍຍັງບໍ່
ທັນຮູ້ເທື່ອວ່າ ມັນຈະປ້ອງກັນ ບໍ່ໃຫ້ເປັນໂຣກຫົວໃຈໄດ້ຫຼືບໍ່.

ການຄົ້ນຄວ້າດັ່ງກ່າວ ໄດ້ຖືກພິມລົງ ໃນວາລະສານວິທະຍາສາດ Nature Communications.

ເຖິງຢ່າງໃດກໍດີ ນັກຂ່າວດ້ານຊີວິດສັດນໍ້າ ຂອງອອສເຕຣເລຍ Australian Marine
Stinger Advisory Service ກໍກ່າວວ່າ ການປິ່ນປົວແນວໃໝ່ນີ້ອາດຈະໄປກະຕຸ້ນ
ແຊລທີ່ຕອດຂົບນັ້ນ ແລ້ວພາໃຫ້ມັນສີດ “ພິດຂອງມັນອອກມາຫລາຍກວ່າເກົ່າ” ກໍເປັນ
ໄດ້ ແລ້ວກະຕຸ້ນໃຫ້ເກີດໂຣກຫົວໃຈວາຍຂຶ້ນມັນມີການເຊື່ອກັນວ່າສິ່ງສຳຄັນໃນການ
ປິ່ນປົວຍ້ອນການຕອດຂອງປາ jellyfish ແມ່ນນໍ້າສົ້ມ.

ນອກຈາກນີ້ແລ້ວ ປາ box jellyfish ກໍແມ່ນຖືກພົບເຫັນຢູ່ໃນອິນໂດເນເຊຍ ປະເທດ
ໄທ ແລະບາງພາກສ່ວນໃນອາຟຣິກາ ແລະໃນອ່າວເມັກຊິກໂກນຳ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG