ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລັດຕ່າງໆໃນປະເທດ ອອສເຕຣເລຍ ປິດຊາຍແດນ ໃນຂະນະທີ່ໄພຂົ່ມຂູ່ COVID-19 ຮຸນແຮງຂຶ້ນ


ນັກທ່ອງທ່ຽວ ຢືນຖ່າຍຮູບຄົນດຽວຢູ່ນະຄອນ ຊິດນີ, ປະເທດ ອອສເຕຣເລຍ. 20 ມີນາ, 2020.
ນັກທ່ອງທ່ຽວ ຢືນຖ່າຍຮູບຄົນດຽວຢູ່ນະຄອນ ຊິດນີ, ປະເທດ ອອສເຕຣເລຍ. 20 ມີນາ, 2020.

ລັດຕ່າງໆໃນປະເທດ ອອສເຕຣເລຍ ໄດ້ປິດຊາຍແດນຂອງເຂົາເຈົ້າ ໃນ ວັນອັງຄານທີ່ຜ່ານມາ ໃນຄວາມພະຍາຍາມທີ່ຈະຫຼຸດຜ່ອນການແຜ່ລະບາດຂອງ ໄວຣັສ COVID-19. ລັດ ອອສເຕຣເລຍ ຕາເວັນຕົກ, ອອສເຕຣເລຍໃຕ້ ແລະ Northern Territory ຈະອະນຸຍາດໃຫ້ແຕ່ພະນັກງານທີ່ຈຳເປັນ ຈາກ ພາກສ່ວນອື່ນໆຂອງປະເທດເທົ່ານັ້ນເຂົ້າໄປ ໂດຍບໍ່ໄດ້ຖືກກັກກວດໂຣກ. ມັນມີ ການຢືນຢັນການຕິດໄວຣັສ COVID-19 ຫຼາຍກວ່າ 2,000 ກໍລະນີໃນປະເທດ ອອສເຕຣເລຍ. ປັດຈຸບັນນີ້, ແປດຄົນໄດ້ເສຍຊີວິດ. ນັກຂ່າວຂອງວີໂອເອ ຟິລ ເມີເຊີ ມີລາຍງານຈາກນະຄອນ ຊິດນີ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.


ລັດ ອອສເຕຣເລຍ ຕາເວັນຕົກ ມີເນື້ອທີ່ຍາວຢຽດ 2 ລ້ານ 5 ແສນຕາລາງກິ ໂລແມັດ. ມັນປົກຄຸມນຶ່ງສ່ວນສາມຂອງທະວີບ ອອສເຕຣເລຍ ທີ່ກວ້າງຂວາງ ນັ້ນ. ເລີ່ມຕົ້ນໃນວັນອັງຄານທີ່ຜ່ານມາ ເຂົາເຈົ້າຈະພະຍາຍາມປິດຕົນເອງຈາກ ພື້ນທີ່ໆເຫຼືອຂອງປະເທດ ເພື່ອພະຍາຍາມຈຳກັດການລະບາດຂອງ COVID-19.

ບັນດາເຈົ້າໜ້າທີ່ໄດ້ປິດເຂດຊາຍແດນຢ່າງຈິງຈັງ. ຄົນໃດທີ່ຂ້າມເຂົ້າໄປໃນລັດ ອອສເຕຣເລຍ ຕາເວັນຕົກ ຈະຖືກບັງຄັບໃຫ້ກັກຕົວກວດໂຣກ. ມີແຕ່ພະນັກ ງານ ທີ່ຈຳເປັນຈະຖືກຍົກເວັ້ນ.

ຜູ້ປົກຄອງລັດທ່ານ ມາກ ແມັກໂກວານ ໄດ້ກ່າວວ່າ ມາດຕະການໃໝ່ນັ້ນແມ່ນ ເຂັ້ມງວດ.

ທ່ານ ມາກ ແມັກໂກວານ ໄດ້ກ່າວວ່າ “ພວກເຮົາຈະສະເໜີການຄວາມຄຸມ ຊາຍແດນໃໝ່ສຳລັບລັດ ອອສເຕຣເລຍ ຕາເວັນຕົກ. ການຄວບຄຸມເຂດຊາຍ ແດນທີ່ເຂັ້ມງວດພວກນີ້ ຈະໃຊ້ໄດ້ຢູ່ທຸກດ່ານເຂົ້າ, ຖະໜົນ, ທາງລົດໄຟ, ອາກາດ ແລະ ທະເລ. ນອກຈາກຖືກຍົກເວັ້ນ, ການເດີນທາງເຂົ້າຈາກຕ່າງ ລັດຈະຖືກສັ່ງໃຫ້ກັກບໍລິເວນປ່ຽວເປັນເວລາ 14 ວັນ. ການຍົກເວັ້ນຈະຖືກໃຊ້ ສຳລັບການບໍລິການທີ່ຈຳເປັນ ແລະ ພະນັກງານທີ່ຈຳເປັນ. ໃນໄວໆນີ້ພວກເຮົາ ຈະຮຽກຮ້ອງໃຫ້ໂຮງແຮມບາງແຫ່ງຈັດເຂດແຍກຕົວປ່ຽວ ສະນັ້ນພວກເຮົາຈຶ່ງ ສາມາດກຳນົດການກັກກວດໂຣກ ສຳລັບຄົນຜູ້ທີ່ມີຄວາມຫຍຸ້ງຍາກໃນການ ແຍກຕົວປ່ຽວ ຫຼື ຜູ້ທີ່ຈະບໍ່ຖືກແຍກຢູ່ປ່ຽວ.”

ລັດ ອອສເຕຣເລຍໃຕ້ ແມ່ນກຳລັງນຳສະເໜີກົດລະບຽບທີ່ຄ້າຍຄືກັນ. ເກາະ ແທັສເມເນຍ ແມ່ນໄດ້ທຳການຕັດຕົນເອງອອກຈາກ ອອສເຕຣເລຍ ແຜ່ນດິນ ໃຫຍ່ແລ້ວ. ລັດ ຄວີນສແລນ ກໍໄດ້ປິດເຂດຊາຍແດນຂອງເຂົາເຈົ້າໃນວັນ ພຸດທີ່ຜ່ານມາ.

ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານ ສກັອດ ມໍຣິສສັນ ໄດ້ກ່າວວ່າ ປະເທດຂອງທ່ານແມ່ນຳລັງປະເຊີນກັບວິກິດການທີ່ບໍ່ເຄີຍມີມາກ່ອນ.

ທ່ານ ສກັອດ ມໍຣິສສັນ ໄດ້ກ່າວວ່າ “ສຳລັບຊາວໜຸ່ມ ແລະ ອາວຸໂສຫຼາຍຄົນ ປີ 2020 ຈະເປັນປີທີ່ຫຍຸ້ງຍາກທີ່ສຸດໃນຊີວິດຂອງພວກເຮົາ.”

ໃນສອງຕົວເມືອງທີ່ໃຫຍ່ທີ່ສຸດຂອງ ອອສເຕຣເລຍ ຄື, ຊິດນີ ແລະ ແມລເບິນ ນັ້ນ, ຮ້ານກິນດື່ມ, ຮ້ານກາເຟ ແລະ ໂຮງລະຄອນໄດ້ຖືກສັ່ງໃຫ້ປິດ ໃນຂະນະ ທີ່ໄພຂົ່ມຂູ່ COVID-19 ຮຸນແຮງຂຶ້ນ. ທະນາຄານ, ຮ້ານຊັບພະສິນຄ້າ, ຮ້ານ ຂາຍຢາ ແລະ ການບໍລິການທີ່ຈຳເປັນອື່ນໆຈະຍັງເປີດຢູ່ຄືເກົ່າ.

ການແຂ່ງຂັນກິລາເຕະບານພາຍໃນປະເທດຂອງ ອອສເຕຣເລຍ, A League ໄດ້ກາຍເປັນການແຂ່ງຂັນກິລາທີ່ໃຫຍ່ແຫ່ງສຸດທ້າຍທີ່ໄດ້ເລື່ອນການແຂ່ງຂັນຕ່າງໆຍ້ອນການລະບາດຂອງໄວຣັສໂຄໂຣນາ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG