ຄວາມກັງວົນຢູ່ໃນທົ່ວໂລກກ່ຽວກັບມົນລະພິດຈາກປລາສຕິກ ແລະການຕັດການນຳໃຊ້ພະລັງງານເຊື້ອໄຟຈາກຊາກສັດ ແລະຊາກພືດດຶກດໍາບັນ ແມ່ນສາເຫດຂອງການລິເລີ້ມໃໝ່ທີ່ນຳພາໂດຍອອສເຕຣເລຍ ເພື່ອພັດທະນາປລາສຕິກລຸ້ນໃໝ່ທີ່ສາມາດຍ່ອຍສະຫຼາຍໄດ້ 100 ເປີເຊັນ. ຜູ້ຊ່ຽວຊານຄາດການວ່າ ມີຊິ້ນສ່ວນປລາສຕິກຫຼາຍກ່ວາ 170 ພັນຕື້ ກໍາລັງລອຍຢູ່ກາງມະຫາສະຫມຸດຂອງໂລກ. ມີຄວາມກັງວົນເພີ້ມຂຶ້ນກ່ຽວກັບຜົນກະທົບຂອງໄມໂຄຣປລາສຕິກ ຕໍ່ສຸຂະພາບ ແລະສິ່ງແວດລ້ອມ.
ສູນນະວັດຕະກໍາ Bioplastics ມີຈຸດປະສົງເພື່ອ “ປະຕິວັດ” ການຫຸ້ມຫໍ່ປລາສະຕິກ ໂດຍການສ້າງພລາສຕິກທີ່ເຮັດດ້ວຍຊີວະພາບ ເຊິ່ງສາມາດເປື່ອຍຍ່ອຍໃນປຸຍບົ່ມ, ດິນ ຫຼື ນໍ້າ ໄດ້.
ເປົ້າໝາຍ ແມ່ນເພື່ອຜະລິດຂວດນ້ໍາ, ຕົວຢ່າງ ການນໍາໃຊ້ປລາສຕິກຊີວະພາບທີ່ໄດ້ມາຈາກຜະລິດຕະພັນສິ່ງເສດເຫຼືອຂອງອຸດສາຫະກໍາການອາຫານ.
ໂຄງການພລາສຕິກສີຂຽວ ໄດ້ນໍາເອົາອົງການຄົ້ນຄວ້າດ້ານວິທະຍາສາດ ແລະ ອຸດສາຫະກຳຄັອມມັອນເວລ ຫຼື CSIRO (Commonwealth Scientific and Industrial Research Organization), ເຊິ່ງເປັນອົງການວິທະຍາສາດແຫ່ງຊາດຂອງອອສເຕຣເລຍ ແລະມະຫາວິທະຍາໄລ ເມີດອຈ (Murdoch) ໃນເມືອງ ເພີດທ໌ (Perth) ສໍາລັບການຮ່ວມມືຫຼາຍລ້ານໂດລາກັບບັນດາຄູ່ຮ່ວມອຸດສາຫະກໍາ.
ທ່ານ ແອນດຣີວ ໄວທ໌ລີ (Andrew Whiteley), ຜູ້ອຳນວຍການໂຄງການຄົ້ນຄ້ວາ CSIRO ກ່າວຕໍ່ VOA ວ່າ ເທັກໂນໂລຈີດັ່ງກ່າວນີ້ ສາມາດກາຍມາເປັນພື້ນຖານອັນໃໝ່.
ທ່ານ ແອນດຣີວ ໄວທ໌ລີ:
“ສິ່ງທີ່ພວກເຮົາກຳລັງດໍາເນີນງານຢ່າງແທ້ຈິງຈັງແມ່ນ ຄວາມພະຍາຍາມທີ່ຈະຄ່ອຍໆອອກຈາກເຊື້ອໄຟທີ່ມາຈາກຊາກສັດຊາກພືດດຶກດໍາບັນເຫຼົ່ານັ້ນ ແລະນໍາເອົາປລາສຕິກຊີວະພາບລຸ້ນໃໝ່, ເຊິ່ງເຂົ້າມາແທນທີ່ປລາສຕິກທີ່ພວກເຮົາໃຊ້ຢູ່ແລ້ວນັ້ນ. ສະນັ້ນ, ມັນຈຶ່ງເປັນພຽງແຕ່ການຫັນປ່ຽນ ແລະກ້າວໄປຂ້າງໜ້າໃນວິທີການທີ່ຍືນຍົງກວ່າ ໂດຍນໍາໃຊ້ປລາສຕິກຊີວະພາບເຫຼົ່ານີ້.”
ປະເທດອອສເຕຣເລຍ ແລະດິນແດນຕ່າງໆ ໄດ້ຢຸດເຊົາການຜະລິດປລາສຕິກຕ່າງໆມາເປັນເວລາຫຼາຍປີແລ້ວ. ໃນຕົ້ນເດືອນ ກັນຍາ ປີ 2024, ມີຫຼາຍລາຍການຖືກຫ້າມຢູ່ໃນຂົງເຂດພາກໃຕ້ ແລະພາກຕາເວັນຕົກຂອງ ອອສເຕຣເລຍ, ລວມທັງຕູ້ຄອນເທນເນີ polystyrene ແລະຈອກ, confetti ພລາສຕິກ, ແລະຈອກກາເຟພາດສະຕິກແລະຝາປິດ.
ປະເທດຊິເລ, ເຄັນຢາ, ອິນເດຍ ແລະ ນິວຊີແລນ ຍັງໄດ້ວາງຂໍ້ຈຳກັດຕໍ່ບາງຜະລິດຕະພັນປລາສຕິກທີ່ໃຊ້ຄັ້ງດຽວ ເຊັ່ນ: ຖົງຢາງ ຫຼື ບ່ວງ-ສ້ອມ ຢາງ.
ແຕ່ມີຄໍາເຕືອນວ່າ ການເຊື່ອມສະພາບຂອງເຄື່ອງໃຊ້ປລາສຕິກໃນຊີວິດປະຈໍາວັນ ຈາກການຫຸ້ມຫໍ່ ແລະເຄື່ອງນຸ່ງຕ່າງໆ, ແມ່ນການສ້າງໄມໂຄຣປລາສຕິກທີ່ເຮັດໃຫ້ເກີດມົນລະພິດຕໍ່ສິ່ງແວດລ້ອມ ແລະເຮັດໃຫ້ເກີດຄວາມສ່ຽງຕໍ່ສຸຂະພາບ.
ທ່ານນາງ ມິເຊລ ເບລວິດທ໌ (Michelle Blewitt), ຜູ້ອໍານວຍການໂຄງການຂອງໂຄງການການປະເມີນໄມໂຄຣປລາສຕິກຂອງອອສເຕຣເລຍ, ໂດຍເປັນອົງການວິທະຍາສາດພົນລະເມືອງແຫ່ງຊາດ, ເຊິ່ງໄດ້ຕິດຕາມກວດກາກ່ຽວກັບຂີ້ເຫຍື້ອໄມໂຄຣປລາສຕິກ.
ທ່ານນາງບອກສະຖານີໂທລະພາບຂອງອອສເຕຣເລຍວ່າ ບັນຫາກ່ຽວກັບໄມໂຄຣປລາສຕິກ ແມ່ນກໍາລັງຮ້າຍແຮງຂຶ້ນ.
ທ່ານນາງ ມິເຊລ ເບລວິດທ໌:
“ໄມໂຄຣປລາສຕິກ ແມ່ນຂີ້ປລາສຕິກທີ່ມີຂະໜາດນ້ອຍກວ່າ 5 ມມ, ແລະ ພວກມັນສາມາດແຕກອອກເປັນຕ່ອນນ້ອຍ ແລະ ນ້ອຍກວ່າເກົ່າຈົນກ່ວາພວກມັນກາຍມາເປັນອາກາດ. ດັ່ງນັ້ນ, ພວກມັນຈຶ່ງຖືກພົບເຫັນຢູ່ໃນແມ່ນ້ໍາລໍາຄອງ ແລະໃນອາກາດ ພ້ອມທັງເຮືອນຂອງພວກເຮົາ, ແລະແນ່ນອນ ຢູ່ໃນຫາດຊາຍອ້ອມຮອບສາຍນໍ້າຕ່າງໆຂອງພວກເຮົາເຊັ່ນກັນ.”
ບັນດານັກວິທະຍາສາດຂອງອົງການ CSIRO ກ່າວວ່າ ໂຄງການປລາສຕິກທີ່ຍ່ອຍສະຫຼາຍໄດ້ ແມ່ນສ່ວນນຶ່ງຈາກຄຳໝັ້ນສັນຍາຂອງອອສເຕຣເລຍຕໍ່ສົນທິສັນຍາກ່ຽວກັບມົນລະພິດປລາສຕິກຢູ່ໃນທົ່ວໂລກຂອງອົງການສະຫະປະຊາຊາດ, ໂດຍມີຈຸປະສົງສໍາລັບເປັນຂໍ້ຕົກລົງສາກົນທີ່ມີຜົນບັງຄັບໃຊ້ທາງກົດໝາຍລະຫວ່າງ 175 ປະເທດ ເພື່ອຫຼຸດຜ່ອນການຜະລິດ ແລະ ການບໍລິໂພກຢາງປລາສຕິກທີ່ມີຄວາມສ່ຽງສູງ.
ອີງຕາມອົງການສະຫະປະຊາຊາດ, ປະມານ 98 ເປີເຊັນຂອງຜະລິດຕະພັນປລາສຕິກທີ່ໃຊ້ຄັ້ງດຽວ ແມ່ນຜະລິດມາຈາກເຊື້ອໄຟຂອງຊາກສັດ ແລະຊາກພືດດຶກດໍາບັນ.
ຟໍຣັມສະແດງຄວາມຄິດເຫັນ