ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດ ອອ​ສ​ເຕ​ຣ​ເລຍ ບຸກກວດ​ຄົ້ນ ຫ້ອງ​ການ ແລະ ເຮືອນ​ຂອງ ນັກ​ຂ່າວ


​ອຳ​ນວຍ​ການ ບັນ​ນາ​ທິ​ການ​ ຂອງ​ອົງ​ການ​ຂ່າວ ABC ທ່ານ ເຄ​ຣກ ແມັກ​ເມີ​ທີ ໃຫ້​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ ຢູ່ນອກຕຶກ​ອົງ​ການ​ຂ່າວ ABC, ນະ​ຄອນ ຊິດ​ນີ, ອອ​ສ​ເຕ​ຣ​ເລຍ. 5 ມິ​ຖຸ​ນາ, 2019.
​ອຳ​ນວຍ​ການ ບັນ​ນາ​ທິ​ການ​ ຂອງ​ອົງ​ການ​ຂ່າວ ABC ທ່ານ ເຄ​ຣກ ແມັກ​ເມີ​ທີ ໃຫ້​ຄຳ​ເຫັນ​ຕໍ່​ສື່ມວນ​ຊົນ ຢູ່ນອກຕຶກ​ອົງ​ການ​ຂ່າວ ABC, ນະ​ຄອນ ຊິດ​ນີ, ອອ​ສ​ເຕ​ຣ​ເລຍ. 5 ມິ​ຖຸ​ນາ, 2019.

ສື່​ມວນ​ຊົນປະ​ເທດ ອ​ອ​ສ​ເຕ​ຣ​ເລຍ ແລະ ກຸ່ມ​ສິດ​ປົກ​ປ້ອງທິ​ມະ​ນຸດ​ຕ່າງໆ ໄດ້​ປະ​ທ້ວງ​
ຢ່າງຮຸນແຮງ ຫຼັງຈາກຕຳຫຼວດລັດຖະບານກາງ ໄດ້ບຸກກວດຄົ້ນຫ້ອງການຂ່າວແຫ່ງ
ຊາດ ກ່ຽວກັບ ການກ່າວຫາວ່າ ເຂົາເຈົ້າໄດ້ເປີດເຜີຍຂໍ້ມູນລັບ.

ການ​ບຸກກວດ​ຄົ້ນ​ໃນ​ວັນ​ພຸດມື້ນີ້ ຢູ່​ຫ້ອງ​ການ​ໃຫຍ່​ຂອງອົງ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ແລະ
ໂທລະພາບ ອອສເຕຣເລຍ ຫຼື ABC ໃນນະຄອນ ຊິດນີ ໄດ້ເກີດຂຶ້ນນຶ່ງວັນຫຼັງຈາກຕຳ
ຫຼວດ ໄດ້ບຸກກວດຄົ້ນເຮືອນຂອງບັນນາທິການອະວຸໂສຄົນນຶ່ງຂອງໜັງສືພິມ The
Sunday Telegraph.

ຕຳຫຼວດ​ເວົ້າ​ວ່າ ການ​ບຸກກວດ​ຄົ້ນ​ສອງ​ຄັ້ງ​ແມ່ນ​ບໍ່​ກ່ຽວ​ຂ້ອງ​ກັນ, ແຕ່​ບໍ​ລິ​ສັດ​ຂ່າວ ອອ​ສ​
ເຕຣເລຍ ຫຼື News Corp Australia, ເຊິ່ງບໍລິສັດແມ່ ຂອງໜັງສືພິມ The Sunday
Telegraph ນັ້ນໄດ້ກ່າວວ່າ “ການບຸກກວດຄົ້ນດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງການ
ກະທຳທີ່ເປັນອັນຕະລາຍ ກ່ຽວກັບ ການຂົ່ມຂູ່ຕໍ່ຜູ້ທີ່ມີຄວາມມຸ່ງໝັ້ນໃນການບອກ
ຄວາມຈິງທີ່ເປັນຕາອຶດອັດໃຈ.”

ຜູ້​ຈັດ​ການໃຫຍ່​ຂອງ​ ABC ທ່ານ ເດ​ວິດ ແອນ​ເດີ​ສັນ ໄດ້​ກ່າວ​ໃນ​ຖະ​ແຫຼງ​ການ​ສະ​ບັບ​
ນຶ່ງວ່າ “ມັນເປັນເລື່ອງທີ່ບໍ່ປົກກະຕິເປັນຢ່າງສູງ ສຳລັບຫ້ອງການຂ່າວ ແຫ່ງຊາດຈະ
ຖືກບຸກກວດຄົ້ນດ້ວຍວິທີນີ້.”

ອົງ​ການ​ຂ່າວ ABC ໄດ້​ກ່າວ​ວ່າ ການ​ບຸກກວດ​ຄົ້ນ​ຫ້ອງ​ການ​ຂອງ​ເຂົາ​ເຈົ້າ​ແມ່ນ​ເຊື່ອມ​
ໂຍງກັບຂ່າວທີ່ໄດ້ປະກາດໃນປີ 2017 ກ່ຽວກັບ ການກ່າວຫາພຶດຕິກຳທີ່ບໍ່ເໝາະສົມ
ຂອງກອງທະຫານ ອອສເຕຣເລຍ ໃນປະເທດ ອັຟການິສຖານ. ບໍລິສັດ News Corp
ໄດ້ກ່າວວ່າ ການບຸກກວດຄົ້ນເຮືອນຂອງບັນນາທິການ ດ້ານການເມືອງ ຂອງເຂົາເຈົ້າ,
ທ່ານນາງ ແອນນິກາ ສເມເທີສ (Annika Smethurst), ໄດ້ເກີດມາຈາກລາຍງານ
ໃນປີ 2018 ກ່ຽວກັບ ແຜນການສຳລັບການສິ້ງຊອມ ອີເມລ ຂອງຄົນ ອອສເຕຣເລຍ,
ຂໍ້ຄວາມ ແລະ ປະຫວັດທະນາຄານ.

ຕຳຫຼວດ​ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ​ເວົ້າ​ວ່າ ການ​ບຸກກວດ​ຄົ້ນ “ແມ່ນ​ກ່ຽວ​
ຂ້ອງກັບການກ່າວຫາ ໃນການເປີດເຜີຍຂໍ້ມູນລັບຕ່າງກັນ, ເຊິ່ງຂັດກັບບົດບັນຍັດ
ຂອງກົດໝາຍອາຍາ ປີ 1914, ເຊິ່ງເປັນບັນຫາທີ່ຮ້າຍແຮງຢ່າງຍິ່ງ ທີ່ມີຄວາມເປັນ
ໄປໄດ້ທີ່ຈະທຳລາຍຄວາມປອດໄພແຫ່ງຊາດຂອງ ອອສເຕຣເລຍ.”

ການ​ບຸກກວດ​ຄົ້ນ​ນັ້ນ ໄດ້​ມີ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ວັນ ຫຼັງ​ຈາກ​ລັດ​ຖະ​ບານ​ອະ​ນຸ​ລັກ​ນິ​ຍົມ​
ຂອງນາຍົກລັດຖະມົນຕີ ສກັອດ ມໍຣິສສັນ ໄດ້ຖືກເລືອກກຳອຳນາດຄືນ. ແຕ່ໃນວັນ
ພຸດວານນີ້ ທ່ານ ມໍຣິສສັນ ໄດ້ພະຍາຍາມທີ່ຈະແຍກຕົວຢູ່ຫ່າງຈາກການບຸກກວດ
ຄົ້ນນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG