ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກ ອອສເຕຣເລຍ ຂູ່ວ່າ ຈະລາອອກ ສະພາ ຖ້າພັກ ຮຽກຮ້ອງໃຫ້ລົງຄະແນນ ຄັ້ງທີສອງ


ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານມາລຄອມ ເທີນບູລ ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງ ແຄເບີຣາ, ວັນທີ 21 ສິງຫາ 2018.
ນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານມາລຄອມ ເທີນບູລ ກ່າວຖະແຫລງຕໍ່ບັນດານັກຂ່າວ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງ ແຄເບີຣາ, ວັນທີ 21 ສິງຫາ 2018.

ວິກິດການດ້ານການເມືອງຄັ້ງຫລ້າສຸດ ຂອງອອສເຕຣເລຍ ໄດ້ທະວີຄວາມຮ້າຍແຮງຂຶ້ນ
ໃນວັນພະຫັດມື້ນີ້ ໂດຍທີ່ພັກເສລີນິຍົມທີ່ປົກຄອງປະເທດໃນປັດຈຸບັນ ໄດ້ປິດສະພາ
ແຫ່ງຊາດ ຫຼັງຈາກນາຍົກລັດຖະມົນຕີ ອອສເຕຣເລຍ ທ່ານມາລຄອມ ເທີນບູລ ໄດ້ສູນ
ເສຍການສະໜັບສະໜຸນ ຈາກສະມາຊິກໃນຄະນະລັດຖະບານ ຄົນສຳຄັນຂອງທ່ານ
ເຊິ່ງໄດ້ເປີດທາງໃຫ້ມີການທ້າທ້າຍຄັ້ງທີສອງ ຕໍ່ການນຳພາພັກຂອງທ່ານ ພາຍໃນພັກ
ນັ້ນ.

ນາຍົກລັດຖະມົນຕີ ເທີນບູລ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ໃນນະຄອນຫຼວງແຄນ ເບີຣາ
ວ່າ ທ່ານຈະເປີດກອງປະຊຸມພັກ ໃນວັນສຸກມື້ອື່ນນີ້ ຖ້າວ່າ ທ່ານໄດ້ຮັບຄຳຮ້ອງທີ່ລົງນາມ
ໂດຍບັນດາສະມາຊິກພັກເສລີນິຍົມ ຢ່າງໜ້ອຍ 43 ຄົນ ແຕ່ກໍໄດ້ກ່າວວ່າ ທ່ານຈະບໍ່
ສະເໜີຊື່ຂອງທ່ານ ເພື່ອການພິຈາລະນາ ຖ້າຫາກພວກເຂົາເຈົ້າ ຮຽກຮ້ອງໃຫ້ມີການລົງ
ຄະແນນສຽງຄັ້ງທີສອງ ແລະແມ່ນກະທັງ ໄດ້ຂູ່ວ່າ ຈະລາອອກຈາກສະພາ.

ທ່ານ ເທີນບູລ ໄດ້ລອດພົ້ນຈາກການທ້າທາຍຕໍ່ຕຳແໜ່ງການນຳພາ ພັກອະນຸລັກນິຍົມ
ໃນວັນອັງຄານຜານມານີ້ ໂດຍເອົາຊະນະ ທ່ານ ປີເຕີ ດັດຕັນ ຜູ້ທີ່ດຳລົງຕຳ​ແໜ່​ງ ລັດ
ຖະມົນຕີ ກະຊວງ​ພາຍ​ໃນ ໃນເວລານັ້ນ ດ້ວຍຄະແນນ 48 ຕໍ່ 35 ສຽງ. ທ່ານນາຍົກ
ລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ມີການລົງຄະແນນສຽງ ນຶ່ງວັນ ຫຼັງຈາກ ໄດ້ມີການທ້າທາຍ
ໂດຍພວກອະນຸລັກນິຍົມຈັດ ພາຍໃນພັກເສ ລີນິຍົມ ຊຶ່ງໄດ້ບັງຄັບ​ໃຫ້​ທ່ານ ຕ້ອງໄດ້ຍົກ
ເລີກ​ ແຜນການ​ທີ່​ແນ​ໃສ່​ເພື່ອຈຳກັດການ​ປ່ອຍ​ແກັສ​ເຮືອນ​ແກ້ວ ຂອງປະເທດ.

ທ່ານ ເທີນບູລ ໄດ້ປະນາມ ທ່ານ ດັດຕັນ ແລະ ພວກພັນທະມິດຂອງທ່ານທີ່ນຳໃຊ້“ວິທີ
ການຂົ່ມຂູ່”
ທີ່ພະຍາຍາມແລະດຶງເອົາພັກເສລີນິຍົມ ໄປທາງຂວາຫຼາຍຂຶ້ນ. ທ່ານເວົ້າ
ວ່າ ກຸ່ມດັ່ງກ່າວນີ້ ໄດ້ “ຊັກຊວນເອົາຜູ້ຄົນ ມີພຽງທາງດຽວເທົ່ານັ້ນ ທີ່ຈະຢຸດການທ້າ
ທາຍເອົາຕຳແໜ່ງ ກໍແມ່ນໃຫ້ຍອມເສຍ. ຂ້າພະເຈົ້າ ບໍ່ເຄີຍຍອມແພ້ຕໍ່ການຂົ່ມຂູ່
ໃດໆ.”

ໃນຕອນເຊົ້າວັນພະຫັດມື້ນີ້ ລັດຖະມົນຕີວ່າການ ກະຊວງການເງິນ ທ່ານ ແມັດທີອັສ
ຄໍແມນ ໄດ້ປະກາດວ່າ ທ່ານ ແລະລັດຖະມົນຕີ ອະວຸໂສ ອີກສອງທ່ານ ໄດ້ແຈ້ງໃຫ້
ທ່ານ ເທີນບູລ ຊາບວ່າ ທ່ານໄດ້ສູນເສຍການສະໜັບສະໜຸນ ຈາກ ບັນດາສະມາຊິກ
ສ່ວນໃຫຍ່ ພາຍໃນພັກອະນຸລັກນິຍົມແລ້ວ ແລະ ວ່າ ການລົງຄະແນນສຽງ ກ່ຽວກັບ
ການນຳພາ ຄັ້ງທີສອງ ຈະຕ້ອງໄດ້ຈັດຂຶ້ນ.

ທ່ານ ຄໍແມນ ໄດ້ກ່າວວ່າ “ຂ້າພະເຈົ້າ ບໍ່ສາມາດທີ່ຈະເມີນເສີຍຕໍ່ສະພາບການໂຕຈິງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG