ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອອສເຕຣເລຍ ສັບຊ້ອນຕຳແໜ່ງ ໃນຄະນະລັດຖະບານທ່ານ ທ່າມກາງເລື້ອງນອງນັນທາງເພດ


ພາບນີ້ ຖາຍເມື່ອວັນທີ 10 ກຸມພາ 2020, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສກັອດ ມໍຣິສສັນ ຮ່ວມກັນກັບປະທານາທິບໍດີຂອງອິນໂດເນເຊຍ ທ່ານ ໂຈໂກ ວີໂດໂດ ກ່າວຖະແຫລງຢູ່ທີ່ສະພາໃນນະຄອນຫຼວງແຄນເບີຣາ ຂອງອອສເຕຣເລບ.
ພາບນີ້ ຖາຍເມື່ອວັນທີ 10 ກຸມພາ 2020, ນາຍົກລັດຖະມົນຕີອອສເຕຣເລຍ ທ່ານສກັອດ ມໍຣິສສັນ ຮ່ວມກັນກັບປະທານາທິບໍດີຂອງອິນໂດເນເຊຍ ທ່ານ ໂຈໂກ ວີໂດໂດ ກ່າວຖະແຫລງຢູ່ທີ່ສະພາໃນນະຄອນຫຼວງແຄນເບີຣາ ຂອງອອສເຕຣເລບ.

ນາຍົກລັດຖະມົນຕີ ສກັອດ ມໍຣິສສັນ ຂອງອອສເຕຣເລຍ ໄດ້ສັບຊ້ອນຄະນະລັດຖະບານຂອງທ່ານ ໃນການຮັບມືກັບການປະພຶດບໍ່ເໝາະສົມທາງເພດຫຼາຍຄັ້ງທີ່ໄດ້ເປັນເລື້ອງນອງນັນ ຊຶ່ງໄດ້ເຮັດໃຫ້ພັກເສລີນິຍົມຂອງທ່ານນັ້ນສັ່ນຄອນ.

ທ່ານມໍຣິສສັນ ໄດ້ປະກາດໃນວັນຈັນມື້ນີ້ ໃນນະຄອນຫຼວງແຄນເບີຣາຂອງປະເທດ ວ່າ ທ່ານມິແຄເລຍ ແຄສ ຈະເຂົ້າຮັບໜ້າທີ່ແທນທ່ານຄຣິສຕຽນ ພອດເຕີ ໃນຖານະເປັນລັດຖະມົນຕີກະຊວງຍຸຕິທຳ ໃນຂະນະດຽວກັນ ທ່ານພີເຕີ ດຸຕຕັນ ຈະເຂົ້າດຳລົງຕຳແໜ່ງລັດຖະມົນຕີກະຊວງປ້ອງກັນປະເທດແທນທ່ານນາງລິນດາ ເຣໂນລສ໌.

ທ່ານພອດເຕີ ໄດ້ລາພັກຍ້ອນສຸກຂະພາບທາງຈິດ ນັບຕັ້ງແຕ່ໄດ້ມີລາຍງານຕ່າງໆຖືກເປີດເຜີຍເມື່ອສອງສາມອາທິດຜ່ານມາທີ່ວ່າ ທ່ານໄດ້ຖືກ່າວຫາຂົ່ມຂືນເດັກຍິງອາຍຸ 16 ປີ ໃນປີ 1988 ເມື່ອທ່ານມີອາຍຸໄດ້ 17 ປີ ຊຶ່ງເປັນການກ່າວຫາທີ່ທ່ານພອດເຕີ ໄດ້ປະຕິເສດ. ຕຳຫຼວດໄດ້ປະກາດວ່າ ພວກເຂົາຈະບໍ່ແຈ້ງຂໍ້ກ່າວຫາໃດໆຕໍ່ທ່ານພອດເຕີ ໃນເມື່ອຜູ້ກ່າວຫາທ່ານ ໄດ້ເສຍຊີວິດໄປແລ້ວ.

ສ່ວນທ່ານນາງເຣໂນລສ໌ ໄດ້ຢູ່ພາຍໃຕ້ການຕ້ອງຕິຢ່າງໜັກ ເມື່ອທ່ານນາງໄດ້ເອີ້ນອະດີດພະນັກງານເພດຍິງຂອງທ່ານ ຜູ້ຊື່ ບຣິດຕານີ ຮິກກິນສ໌ ວ່າ “ເປັນງົວຂີ້ຕົວະ” ຫຼັງຈາກທ່ານນາງຮິກກິນສ໌ ໄດ້ນຳເອົາຂໍ້ກ່າວຫາມາເປີດເຜີຍຕໍ່ສາທາລະນະທີ່ວ່າ ທ່ານນາງໄດ້ຖືກຂົ່ມຂືນໂດຍເຈົ້າໜ້າທີ່ພະນັກງານອະວຸໂສໃນສະພາຕ່ຳເມື່ອປີ 2019. ທ່ານນາງເຣໂນລສ໌ ໄດ້ກ່າວວ່າ ທ່ານນາງບໍ່ໄດ້ອ້າງອີງເຖິງຂໍ້ກ່າວຫາຂອງທ່ານນາງຮິກກິນສ໌ ຫາກແຕ່ຄຳບັນລະຍາຍຂອງວິທີທີ່ທ່ານນາງ ໄດ້ຖືກປະຕິບັດຕໍ່ພາຍຫຼັງຈາກໄດ້ນຳເອົາເລື້ອງດັ່ງກ່າວອອກມາເປີດເຜີຍ. ທ່ານນາງເຣໂນລສ໌ ໃນເວລາຕໍ່ມາກໍໄດ້ຂໍໂທດສຳລັບຄຳເຫັນຕ່າງໆຂອງທ່ານນາງ.

ທັງທ່ານພອດເຕີແລະທ່ານນາງເຣໂນລສ໌ ໄດ້ຖືກມອບໝາຍໃຫ້ດຳລົງຕຳແໜ່ງ ໃໝ່ໃນຄະນະລັດຖະບານຂອງທ່ານມໍຣິສສັນ. ເລື້ອງນອງນັນທັງຫຼາຍ ໄດ້ກໍ່ໃຫ້ ເກີດການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ ໃນທົ່ວອອສເຕຣເລຍເມື່ອທ້າຍເດືອນກັນຍາ ໂດຍທີ່ພວກປະທ້ວງຮຽກຮ້ອງໃຫ້ຍຸຕິການກະທຳຄວາມຮຸນແຮງທາງເພດຕໍ່ພວກແມ່ຍິງ.

ນອກຈາກເລື້ອງນອງນັ້ນທີ່ກ່ຽວຂ້ອງກັບທ່ານພອດເຕີ ແລະທ່ານນາງເຣໂນລສ໌ ພັກເສລີນິຍົມ ທີ່ມີຫົວອະນຸລັກ ກໍໄດ້ປະສົບກັບລາຍງານຂ່າວເມື່ອມໍ່ໆມານີ້ ທີ່ກ່າວອ້າງວ່າ ພະນັກງານເພດຊາຍຈຳນວນນຶ່ງໄດ້ບັນທຶກພາບພວກເຂົາເຈົ້າເອງສະແດງທ່າທີທາງເພດໃນສະພາຕ່ຳ ຮວມທັງຢູ່ເທິງໂຕະຂອງຢ່າງໜ້ອຍສະມາ ຊິກສະພາຍິງຄົນນຶ່ງນຳດ້ວຍແລະໄດ້ຖືກນຳພາບຕ່າງໆໄປລົງໃນກຸ່ມແຊັຕພິເສດ ຂອງເຟສບຸກອີກດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG