ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ທາງ​ທະ​ຫານ​ແກ່​ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ (ຂວາ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ ທີ່​ໄປ​ຢ້ຽມ​ຢາມ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່​ອ​ວັນ​ທີ 3 ກໍ​ລະ​ກົດ 2022.
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ (ຂວາ) ແລະ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ ທີ່​ໄປ​ຢ້ຽມ​ຢາມ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ໃນ​ນະ​ຄອນ​ຫຼວງ​ກີ​ຢິບ ປະ​ເທດ​ຢູ​ເຄ​ຣນ ເມື່​ອ​ວັນ​ທີ 3 ກໍ​ລະ​ກົດ 2022.

ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ແອນ​ໂທ​ນີ ອາ​ລ​ບາ​ນີ​ສ ໃນ​ວັນ​ອາ​ທິດ​ວານນີ້ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ໃຫ້ການ​ສະ​ໜັບ​ສະ​ໜຸນທາງ​ດ້ານ​ທະ​ຫານ​ເພີ້ມ​ຕື່ມ​ແກ່​ຢູ​ເຄ​ຣນ ຮວມ​ທັງ​ລົດ​ຫຸ້ມ​ເກາະ​ແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ໃນ​ຂະ​ນະ​ທີ່​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ທີ່​ນະ​ຄອນ​ຫຼວງ​ກີ​ຢິບ.

ໃນ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຢູ​ເຄ​ຣນເປັນ​ເທື່ອ​ທຳ​ອິດ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍນັ້ນ ​ທ່ານ​ອາ​ລ​ບາ​ນີ​ສ​ທີ່ກອງ​ປະ​ຊຸມ​ຖ​ະ​ແຫຼງ​ຂ່າວຢູ່​ນະ​ຄອນ​ຫຼວງ​ກີ​ຢິບ​ວ່າ ປະ​ເທດ​ຂອງ​ທ່ານ​ຈະໃຫ້​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ທະ​ຫານ​ແກ່​ຢູ​ເຄ​ຣນ​ນຶ່ງ​ຮ້ອຍ​ລ້ານ​ໂດ​ລາ” ໂດຍ​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດສະ​ເພາະ​ເຈາະ​ຈົງ​ວ່າ​ທ່ານ​ໝາຍ​ເຖິງ​ເງິນ​ໂດ​ລາອອ​ສ​ເຕ​ຣ​ເລຍ​ຫຼື​ບໍ່.

ໂຕ​ເລກ​ດັ່ງ​ກ່າວ​ຖ້າ​ເປັນ​ເງິນ​ໂດ​ລາອອ​ສ​ເຕ​ຣ​ເລຍ ຈະ​ເທົ່າ​ກັບ​ 68 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ນາ​ຍົກ​ລັດ​ຖະ​ມົນ​ຕີອາ​ລ​ບາ​ນີ​ສ ກ່າວ​ວ່າ ອອ​ສ​ເຕ​ຣ​ເລ​ຍ​ຈະ​ສະ​ໜອງ​ອຸບ​ປະ​ກອນ​ທາງ​ທະ​ຫານ​ທີ່​ຢູ​ເຄ​ຣນ​ໄດ້​ຂໍ​ຮ້ອງ​ໄປ ຮວມ​ທັງ​ລົດ​ຫຸ້ມ​ເກາະ​ລຳ​ລຽງ​ພົນ 14 ຄັນ ລົດ​ຫຸ້ມ​ເກາະ Bushmaster 20 ຄັນ ແລະ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຫຼື​ໂດ​ຣນ​ຈຳ​ນວນ​ນຶ່ງ.

ທ່ານ​ເຊ​ເລນ​ສ​ກີ​ກ່າວ​ວ່າ ອອ​ສ​ເຕ​ຣ​ເລຍ​ໄດ້ໃຫ້ “​ການ​ຊ່ວ​ຍ​ເຫຼືອ​ຈຳ​ນວນ​ບໍ່​ໜ້ອຍແກ່​ຢູ​ເຄ​ຣນ ໂດຍ​ສະ​ເພາະ​ແລ້ວ​ແມ່ນ​ການ​ສະ​ໜັບ​ສະ​ໜຸນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ” ແລະ​ກຳ​ລັງ​ຂອງ​ຢູ​ເຄ​ຣນ ລົດ​ຫຸ້ມ​ເກາະ Bushmaster “​ມີ​ຄວາມ​ສຳ​ຄັນ​ສູງຫຼາຍ.”

ທ່ານ​ອາ​ລ​ບາ​ນີ​ສ​ໄດ້​ໄປ​ຢ້ຽມ​ເມືອງ​ບູ​ຊາ ແລະ​ເມືອງ​ເອີ​ປິນ ບ່ອນ​ທີ່​ກຳ​ລັງ​ທະ​ຫານ​ຣັດ​ເຊຍ​ຖືກ​ກ່າວ​ຫາ​ວ່າ ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ ຕະ​ຫຼອດ​ທັງ​ສະ​ໜາມ​ບິນ​ທີ່​ເມືອງ​ໂກ​ສ​ໂຕ​ແມ​ລ ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ນະ​ຄອນ​ກີ​ຢິບ.

ທ່ານ​ກ່າວ​ວ່າ “ຮູ້​ສຶກ​ເປັນ​ກຽດ​ຢ່າງ​ສູງ​ທີ່​ທ່ານ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ​ຄົນ​ທຳ​ອິດ​ທີ່​ໄດ້​ໄປ​ຢ້ຽມ​ຢາມ​ປະ​ເທດ​ຢູ​ເຄ​ຣນ.” ແລະ​ທ່ານ​ກ່າວ​ຕື່ມ​ວ່າ “ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຂອງ​ທ່ານ “ຈະ​ສະ​ແດງ​ໃຫ້ໂລກ​ເຫັນ​ຢ່າງ​ຈະ​ແຈ້ງ ໃນ​ຄວາມ​ສາ​ມັກ​ຄີ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ ທີ່​ມີ​ຢູ່​ລະ​ຫວ່າງ​ປະ​ຊາ​ຊົນ​ຊາວອອ​ສ​ເຕ​ຣ​ເລຍ​ແລະ​ປະ​ຊາ​ຊົນ​ຊາວ​ຢູ​ເຄ​ຣນ.”

ທ່ານ​ໄດ້​ສະ​ແດງ​ຄວາມ​ເຄົາ​ລົບ​ຕໍ່ “ຄວາມ​ກ້າ​ຫານ ການ​ປັບ​ໂຕ ຄວາມ​ພິ​ລາດ​ອາດ​ຫານ​ແລະ​ການ​ຕັດ​ສິນ​ໃຈ” ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ກຳ​ລັງ​ປ້ອງ​ກັນ​ປະ​ເທດ ແລະ​ປະ​ຊາ​ຊົນ ໂດຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ “ໄດ້​ຕັດ​ສິນ​ໃຈ​ລຸກ​ຂຶ້ນ​ຕໍ່​ສູ້​ກັບ​ອັນ​ທະ​ພານ​ ທີ່​ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ ໂດຍ​ປາ​ສະ​ຈາກການເກາະ​ຜິດ​ຫຼື​ຂໍ້​ແກ້​ຕົວ​ໃດໆ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG