ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ເຮືອ​ ອອສ​ເຕຣ​ເລຍ ພວມນໍາ​ເອົາ ຜູ້​ໂດຍສານ 52 ຄົນ ກັບຄືນບ້ານ (ວີດີໂອ)


Antarctica
please wait
Embed

No media source currently available

0:00 0:00:26 0:00
ເຮືອ​ຕັດ​ນໍ້າ​ແຂງ​ ຂອງອອສ​ເຕຣ​ເລຍ ພວມນໍາ​ເອົາຜູ້​ໂດຍສານ
52 ຄົນ ທີ່​ຖືກກູ້​ໄພ​ ຈາກເຮຶອຣັດ​ເຊຍນັ້ນ ມຸ່ງໜ້າ​ສູ່​ທ່າ​ເຮືອຫຼັງ
​ຈາກ​ໄດ້​ຖືກ​ແຈ້ງວ່າບໍ່​ມີ​ຄວາມ​ຕ້ອງການ​ຄວາມຊ່ວຍ​ເຫຼືອຈາ​ກ
ເຮືອອີກ​ລຳ​ນຶ່ງທີ່​ຕິດ​ຄາ​ຢູ່ ​ຄືເຮືອຕັດ​ນໍ້າ​ແຂງ​ມັງກອນ​ຫິມະ​ຫລື
Snow Dragon ຂອງ​ຈີນ. ​

​ເຮືອ Aurora Australis ​ໄດ້ມຸ່ງ​ໜ້າ​ກັບ​ຄືນບ້ານ​ໃນ​ວັນ​ເສົາມື້​ນີ້
ຫຼັງ​ຈາກ​ພວກ ລູກ​ເຮືອ Snow Dragon ກ່າ​ວວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​
ຕົກຢູ່ໃນອັນຕະລາຍແລະ​ມີ​ສະບຽງອາຫານ​ຢູ່​ໄດ້​ອີກຫຼາຍ​ອາທິດ.

​ເຮືອບິນ​ເຮ​ລິ​ຄອບ​ເຕີ​ລໍາ​ນຶ່ງ ຂອງເຮືອ​ຈີນ ໃນ​ວັນ​ພະຫັດ​ຜ່ານ​ມາ
ນີ້ໄດ້​ຂົນ​ສົ່ງ​ຜູ້​ໂດຍສາ​ນ​ທັງ​ໝົດໄປ​ຫາ​ເຮືອ Aurora Australis ຈາກ​ເຮື​ອຄົ້ນຄວ້າຣັດເຊຍ
ທີ່ໄດ້​ຕິດ​ຄາ​ຢູ່ນໍ້າ​ແຂງ ຕັ້ງ​ແຕ່​ວັນ​ທີ 24 ​ເດືອນ​ທັນວາ. ​ແຕ່​ເຮືອ Snow Dragon ກໍ​ຕິ​ດຄາ
ນໍ້າ​ແຂງເຊັ່ນ​ດຽວ​ກັນ.

ລົມພາຍຸ​ຫິມະ ​ໄດ້​ເປັນ​ອຸບປະສັກ​ຂັດຂວາງ​ ຕໍ່​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ ເພື່ອຈະຍົກ
ຍ້າຍ​ຜູ້​ໂດຍສານ​ໂດຍ​ທາງ​ເຮຣີຄອບ​ເຕີ້ ຫຼັງ​ຈາກ​ເຮືອ​ຕັດ​ນໍ້າ​ແຂງ​ ຈາກຈີນ ອອສເຕຣ​ເລຍ ​ແລະ​ຝຣັ່ງ ບໍ່​ສາມາດ​ເຂົ້າ​ໄປ​ຫາ​ເຮືອຣັດ​ເຊຍ​ໄດ້.

​ເຮືອ Akademik Shokalskiy ມີສະບຽງ​ອາຫານ​ຢູ່​ໄດ້​ຫລາຍ​ອາທິດ ​ແລະ​ບໍ່​ຢູ່​ໃນອັນຕະ
ລາຍ​ທີ່​ຈະ​ຈົມ​ລົງ ​ໃນ​ຂະນະ​ທີ່​ເຮືອແລະ​ລູກ​ເຮືອ​ກໍາລັງ​ລໍຖ້າ​ໃຫ້​ນໍ້າ​ແຂງ ​ແຕກເປື່ອຍຈຶ່ງ​ຈະ
​ເດີນທາງ​ຕໍ່.

​ເຮືອຣັດ​ເຊຍລຳ​ນີ້ ທີ່​ໄດ້​ອອກ​ຈາກ New Zealand ​ໃນ​ວັນ​ທີ 28 ພະຈິກ ​ໄດ້​ພະຍາຍາມ
ຕິດ​ຕາມ​ນໍາ​ຮອຍ ນັກ​ສໍາ​ຫລວດອອສ​ເຕ​ຣເລຍ ທ່ານ Douglas Mawson ​ໃນ​ການ​ເດີນ
​ທາງ​ໄປ​ຂົ້ວ​ໂລກ​ໃຕ້ ຄົບຮອບ​ນຶ່ງສັດຕະວັດ​ນັ້ນ.

XS
SM
MD
LG