ລັດຖະບານທະຫານມຽນມາ ໄດ້ຍົກເລີກການໃຫ້ນິລະໂທດກໍາຕໍ່ນັກເສດຖະສາດຊາວອອສເຕຣເລຍ ທ່ານຊອນ ເທີນແນລ (Sean Turnell), ເຊິ່ງໄດ້ຮັບການໃຫ້ອະໄພໂທດ ແລະເນລະເທດ ໃນເດືອນພະຈິກທີ່ຜ່ານມາ.
ການຕັດສິນໃຈດັ່ງກ່າວ ແມ່ນປາກົດຢູ່ໃນການປະກາດທີ່ບໍ່ໄດ້ເຜີຍແຜ່ ໃນວັນທີ 6 ທັນວາທີ່ຜ່ານມາ, ໂດຍຮົ່ວໄຫຼອອກມາສູ່ສື່ສັງຄົມອອນລາຍເມື່ອໄວໆນີ້.
ທ່ານເທີນແນລ ຢືນຢັນກັບ VOA ພາກພາສາມຽນມາວ່າ “ໜ້າເສຍດາຍທີ່ມັນບໍ່ແມ່ນເລື້ອງຂີ້ຕົວະ, ລັດຖະບານທະຫານໄດ້ຍົກເລີກການໃຫ້ອະໄພໂທດຕໍ່ຂ້າ ພະເຈົ້າ, ແລະມີການຮຽກຮ້ອງໃຫ້ຈັບໂຕຂ້າພະເຈົ້າ.”
ທ່ານເທີນແນລ, ຜູ້ທີ່ອາໄສຢູ່ໃນອອສເຕຣເລຍ ເຊິ່ງບໍ່ມີສົນທິສັນຍາສໍາລັບສົ່ງຜູ້ຮ້າຍຂ້າມແດນກັບມຽນມາ ກ່າວວ່າ ທ່ານເຂົ້າໃຈວ່າ ຊື່ຂອງທ່ານ ໄດ້ຖືກສົ່ງໄປໃຫ້ຕໍາຫຼວດສາກົນແລ້ວ.
ທ່ານກ່າວວ່າ “ມັນເປັນອັນຕະລາຍສໍາລັບຂ້າພະເຈົ້າຫຼາຍທີ່ຈະເດີນທາງໄປຂົງ ເຂດເອເຊຍໃນເວລານີ້.”
ທ່ານເທີນແນລ, ອະດີດທີ່ປຶກສາດ້ານເສດຖະກິດຂອງຜູ້ນໍາມຽນມາທີ່ຖືກຢຶດອໍານາດ ທ່ານນາງອອງຊານ ຊູ ຈີ, ເຊິ່ງໄດ້ຖືກຈັບລຸນຫຼັງທີ່ກອງທັບມຽນມາກໍ່ລັດ ຖະປະຫານຂຶ້ນໃນເດືອນກຸມພາ ປີ 2021, ອັນໄດ້ເຮັດໃຫ້ລັດຖະບານທະຫານຂຶ້ນມາກໍາອໍານາດແຕ່ນັ້ນມາ.
ການປະກາດດັ່ງກ່າວເປີດເຜີຍວ່າ ການໃຫ້ນິລະໂທດກໍາຕໍ່ທ່ານເທີນແນລ ໄດ້ຖືກຍົກເລີກ ເນື່ອງຈາກທ່ານໄດ້ລະເມີດຕໍ່ການ “ຝາກໂທດ” ຂອງທ່ານ, ແລະທ່ານ “ອາດຈະຕ້ອງຮັບໂທດຂັງຄຸກ ທີ່ຍັງເຫຼືອຢູ່ ພ້ອມດ້ວຍການລົງໂທດໃໝ່ ຖ້າທ່ານຫາກເຮັດຜິດອີກຄັ້ງ.”