ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກກິລາ cricket ຊາວ​ອອສ​ເຕຣ​ເລຍ ​ເສຍ​ຊີວິດ ຈາກ​ອຸບ​ປະຕິ​ເຫດ​


Cricketer Death VOSOTVO
please wait

No media source currently available

0:00 0:00:29 0:00

ນັກກິລາຕີຄີຫລື cricketer ຊາວ​ອອສ​ເຕຣ​ເລຍ ທ້າວ Phil
Hughes ທີ່​ຖືກໝາກບານຕຳ​ຫົວ ​ໃນ​ການ​ແຂ່ງຂັນ​ກິລາ
criket ​ໃນ​ອາທິດ​ນີ້ ທີ່​ນະຄອນ Sydney ​ໄດ້​ເສຍ​ຊີວິດ​ແລ້ວ.

​ທ່ານໝໍປະຈຳທີມ ທ່ານ Peter Brukner ​ໄດ້​ກ່າວໃນ​ຖະ​ແຫຼ​ງ
ການ​ສະບັບ​ນຶ່ງ​ວ່າ ນັກກິ ລາຕີຄີ ​ໄວ 25 ປີຄົນນີ້ ​ໄດ້​ເສຍ​ຊີວິດ​ລົງ
​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງຫ້ອມລ້ອມ​ໄປ​ດ້ວຍ​ຍາດ​ມິດ ​ເພື່ອນ​ຝູງ.

ທ້າວ Hughes ​ແມ່ນ​ໄດ້ຖືກ​ວາງຢາສະ​ລົບ ​ແລະ​ເຂົ້າ​ຜ່າຕັດ​ສຸກ​ເສີນ​ໃນ​ເວລາ​ຕໍ່​ມາ ​ໃນ​ອຸບ​ປະຕິ​ເຫດ​ໃນ​ວັນ​ອັງຄານ​ແລ້ວ​ນີ້.

ທ່ານ Brukner ​ໄດ້​ກ່າວ​ວ່າ ທ້າວ Hughes ບໍ່​ໄດ້​ຟື້ນ​ຈາກ​ການ​ສະ​ລົບ​ເລີຍ ​ແລະ​ບໍ່​ໄດ້​ປະສົບ​ກັບ​ຄວາມ​ເຈັບ​ປວດ​ແຕ່​ຢ່າງ​ໃດ ກ່ອນທີ່​ລາວເສ​ຍຊີວິດ​ໄປ​ນັ້ນ.

ທ້າວ Hughes ຖືກ​ໝາກບານ​ຕຳ​ໃສ່ຫົວ​ຂ້າງ​ຫູ​ເບື້ອງຊ້າຍ ຕອນ​ທີ່​ລາວ​ເປັນ​ຄົນ​ໂຍນ​ໝາກ
ບານ​ໃຫ້​ທີ​ມ South Australia ເວລາແຂ່ງຂັນກັບ​ທີ​ມ New South Wales ​ໃນ​ສະໜາມ Cricket ທີ່ Sydney ນັ້ນ.

ການ​ສະ​ແດງ​ຄວາມ​ເສົ້າ​ສະ​ລົດ​ໃຈ ​ໄດ້​ຫຼັ່ງ​ໄຫຼ​ເຂົ້າຢ່າງຫຼວງຫຼາຍ ຫຼັງ​ຈາກ​ທີ່​ຊາບ​ຂ່າວເຖິງ​ການ​ເສຍ​ຊີວິດ​ຂອງ​ຜູ້ກ່ຽວ​ແລ້ວ​ນັ້ນ ຊຶ່ງ​ຮວມທັງ​ ນາຍົກລັດຖະມົນຕີ ທ່ານ Tony Abbott ນຳ.

ທ້າວ Hughes ​ແມ່ນ​ເປັນ​ນັກ Cricket ຜູ້​ທີ 2 ທີ່​ໄດ້​ເສ​ຍຊີວິດ​ລົງ ໃນໄລຍະ 2 ປີ ຫຼັງ​ຈາກ​ທີ່​ໄດ້​ຖືກ​ໝາກບານ​ຕຳ​ຫົວ​. ທ້າວ Darryn Randall ຊາວ​ອາ​ຟຣິກາ​ໃຕ້ ກໍໄດ້ເສຍຊີວິດ ໃນປີ
ກາຍນີ້ ຫຼັງຈາກທີ່ໄດ້ຖືກໝາກບານຕຳຂ້າງຫົວເຊັ່ນກັນ.

XS
SM
MD
LG