ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຂ່າວຊາວອອສເຕຣເລຍ-ຈີນ ທີ່ຖືກຄຸມຂັງໃນຈີນ ເປັນເວລາ 3 ປີ ເດີນທາງກັບອອສເຕຣເລຍ


ຮູບພາບໃນເອກະສານແຈກຢາຍນີ້ ຖ່າຍໃນວັນທີ 11 ຕຸລາ 2023 ແລະ ໄດ້ຖືກເຜີຍແຜ່ໂດຍກະຊວງການຕ່າງ ແລະ ການຄ້າ ອອສເຕຣເລຍ ສະແດງໃຫ້ເຫັນ ນັກຂ່າວອອສເຕຣເລຍ ນາງເຊັງ ເລີຍ (Cheng Lei) ໃນລະຫວ່າງການເດີນທາງມາຮອດສະໜາມບິນໃນນະຄອນເມລເບີນ.
ຮູບພາບໃນເອກະສານແຈກຢາຍນີ້ ຖ່າຍໃນວັນທີ 11 ຕຸລາ 2023 ແລະ ໄດ້ຖືກເຜີຍແຜ່ໂດຍກະຊວງການຕ່າງ ແລະ ການຄ້າ ອອສເຕຣເລຍ ສະແດງໃຫ້ເຫັນ ນັກຂ່າວອອສເຕຣເລຍ ນາງເຊັງ ເລີຍ (Cheng Lei) ໃນລະຫວ່າງການເດີນທາງມາຮອດສະໜາມບິນໃນນະຄອນເມລເບີນ.

ນັກ​ຂ່າວ​ຊາວ​ຈີນ-ອອສ​ເຕຣ​ເລຍທີ່​ຖືກ​ຕັດສິນ​ໂທດ​ວ່າມີຄວາມຜິດ ໃນ​ຂໍ້​ກ່າວ​ຫາ​ສອດ​ແນມ​ທີ່ບໍ່ຈະແຈ້ງ ​ແລະ​ຖືກ​ກັກ​ຂັງ​ຢູ່​ໃນ​ຈີນ​ເປັນ​ເວລາ 3 ປີ ​ໄດ້​ກັບ​ຄືນ​ໄປ​ອອສ​ເຕຣ​ເລຍ​ແລ້ວ, ນາຍົກລັດຖະມົນຕີ ແອນໂທນີ ອາລບານີສ (Anthony Albanese) ກ່າວ​ໃນ​ວັນ​ພຸດນີ້​, ອີງຕາມອົງການຂ່າວເອພີ.

ນາງເຊັງ ເລີຍ (Cheng Lei), ອາຍຸ 48 ປີ, ເຮັດວຽກໃຫ້ຫ້ອງການລະຫວ່າງປະເທດ ຂອງສະຖານີໂທລະພາບ CCTV ຂອງທາງການຈີນ. ນາງໄດ້ກັບມາຮວມໂຕກັບລູກສອງ​ຄົນ​ຂອງ​ນາງ ອີກຄັ້ງ ​ໃນ​ນະຄອນເມລເບິນ, ທ່ານ ອາລບານີສ ໄດ້ກ່າວ.

ການ​ກັບ​ຄືນ​ມາ​ຂອງ​ນາງ​ແມ່ນ​ມີ​ຂຶ້ນ​ກ່ອນ​ການ​ໄປ​ຢ້ຽມ​ຢາມ​ປັກ​ກິ່ງ​ຂອງ ທ່ານອານບານິສ (Albanese) ໃນ​ປີ​ນີ້ ທີ່​ຍັງ​ບໍ່​ທັນ​ໄດ້ມີການປະກາດວັນ​ເວ​ລາ ຢ່າງເປັນທີ່ຈະແຈ້ງເທື່ອ.

ລັດ​ຖະ​ບານ​ຂອງ​ທ່ານອາ​ລ​ບາ​ນີສ ໄດ້​ພະຍາຍາມວິ້ງເຕັ້ນ ​ໃຫ້​ປ່ອຍ​ຕົວ​ນາງເຊັງ ແລະ​ຊາວ​ຈີນ-ອອສເຕຣເລຍ ​ອີກ​ຄົນນຶ່ງ​ທີ່​ຖືກ​ກັກ​ຂັງ​ຢູ່​ໃນ​ຈີນ ​ນັບ​ແຕ່​ປີ 2019, ເຊິ່ງກໍ່ຄືທ່ານຢາງ ເຮັງຈຸນ (Yang Hengjun).

ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ປັບປຸງ​ນັບໃຫ້ດີຂຶ້ນ ນັບຕັ້ງ​ແຕ່​ພັກ​ແຮງ​ງານ​ອຽງ​ຊ້າຍ ​ຂອງທ່ານອາລບານີສ ​ໄດ້​ຮັບ​ການ​ເລືອກ​ຕັ້ງຫຼັງຈາກປົກຄອງແບບອະນຸລັກນິຍົມ ມາເປັນເວລາ 9 ປີ. ປັກ​ກິ່ງ​ໄດ້​ຍົກ​ເລີກ​ສິ່ງ​ກີດ​ຂວາງທາງດ້ານ​ການ​ຄ້າ​ຢ່າງ​ເປັນ​ທາງ​ການ ແລະ​ບໍ່​ເປັນ​ທາງ​ການ​ຫຼາຍ​ຢ່າງ​ ກ່ຽວ​ກັບ​ການ​ສົ່ງ​ອອກ​ຂອງ​ອອສເຕຣເລຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG