ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າເກນເອົາຄົນ ໃຫ້ລັດອິສລາມ ທີ່ເກີດຢູ່ ອອສເຕຣເລຍ ຖືກຂ້າຕາຍ


ເຮືອບິນລົບອາຍພົ່ນ A-10 Thunderbolt II ຂອງກອງທັບອາກາດ ສະຫະລັດ ບິນລົງຈອດ ຢູ່ຖານທັບອາກາດ Incirlik ໃນເມືອງ Adana ທາງພາກໃຕ້ຂອງປະເທດເທີກີ.
ເຮືອບິນລົບອາຍພົ່ນ A-10 Thunderbolt II ຂອງກອງທັບອາກາດ ສະຫະລັດ ບິນລົງຈອດ ຢູ່ຖານທັບອາກາດ Incirlik ໃນເມືອງ Adana ທາງພາກໃຕ້ຂອງປະເທດເທີກີ.

ຜູ້ຕ້ອງສົງໄສ ເປັນຫົວໜ້າເກນເອົາຄົນ ໃຫ້ແກ່ກຸ່ມກໍ່ການຮ້າຍລັດອິສລາມສັນຊາດອອສ ເຕຣເລຍ ໄດ້ຖືກສັງຫານ ໃນການໂຈມຕີທາງອາກາດຂອງ​ສະຫະລັດ ຢູ່ໃນອີຣັກ.

ອະທິ​ໄອ​ຍະ​ການຂອງອອສເຕຣເລຍ ທ່ານ George Brandis ໄດ້ບອກຕໍ່ບັນດານັກຂ່າວ ໃນວັນພະຫັດມື້ນີ້ ວ່າ ທ້າວ Neil Prakash ຊຶ່ງ​ເປັນ​ຄົນ​ຈາກນະຄອນ Melbourne ໄດ້ ຖືກຂ້າຕາຍໃນການໂຈມຕີທາງອາກາດ ທີ່ເມືອງ Mosul ເມື່ອວັນທີ 29 ເມສາ ຜ່ານມາ.

ທ່ານ Brandis ກ່າວວ່າ ທ້າວ Prakash ໄດ້ມີສ່ວນພົວພັນ ກັບການເກນເອົາພວກກໍ່ການ ຮ້າຍຢ່າງຈິງຈັງ, ໄດ້ປາກົດໂຕຢູ່ໃນວີດີໂອໂຄສະນາສວນເຊື່ອ ຂອງກຸ່ມລັດອິສລາມ ແລະ ໄດ້ມີສ່ວນກ່ຽວຂ້ອງກັບການວາງແຜນ ກໍ່ການຮ້າຍຢູ່ໃນອອສເຕຣເລຍ. ທ່ານ Brandis ກ່າວຕື່ມວ່າ ທ້າວ Prakash ຍັງໄດ້ສົ່ງເສີມຊຸກຍູ້ ​ໃນອັນທີ່ເອີ້ນວ່າ ການໂຈມຕີ “​ແບບ ໂດດດ່ຽວ ຫຼື lone-wolf” ຕໍ່ສະຫະລັດ.

ອະທິ​ໄອ​ຍະ​ການ​ຂອງ​ອອສ​ເຕ​ຣ​ເລຍ ຍັງໄດ້ກ່າວອີກວ່າ ສະຫະລັດໄດ້ແຈ້ງໃຫ້ທ່ານຊາບ ວ່າ ພົນລະເມືອງອອສເຕຣເລຍອີກຄົນໜຶ່ງ ຄືນາງ Shadi Jabar Khalil Mohammad ກໍໄດ້ຖືກຂ້າຕາຍ ຢູ່ໃນການໂຈມຕີທາງອາກາດ ຢູ່ໃນຊີເຣຍ ເມື່ອເດືອນແລ້ວນີ້ ພ້ອມກັນ ກັບສາມີຂອງນາງ ທີ່ເປັນຄົນຊູດານ ຊຶ່ງທັງສອງເປັນຜູ້​ເກັບເກນເອົານັກ​ລົບໃຫ້ ແກ່ກຸ່ມ ລັດອິສລາມ.

ນາງ Mohammad ເປັນເອື້ອຍຂອງທ້າວ Farhad Jabar ອາຍຸ 15 ປີ ຜູ້ທີ່ໄດ້ຍິງສັງ ຫານ ພະນັກງານພົນລະເຮືອນ ຂອງກົມຕຳຫຼວດ ຢູ່ໃນນະຄອນ Sydney ເມື່ອເດືອນ ຕຸລາປີກາຍນີ້. ທ້າວ Jabar ໄດ້ຖືກຂ້າຕາຍ ບໍ່ດົນຕໍ່ມາ ໃນການຍິງຕໍ່ສູ້ກັບ ເຈົ້າໜ້າທີ່ ຕຳຫຼວດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Australia Terrorism
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG