ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທາງການຂອງອອສເຕຣເລຍ ຮຽກຮ້ອງໃຫ້ພົນລະເມືອງ ຍົກຍ້າຍອອກຈາກພື້ນທີ່ ກ່ອນໜ້າໄພນ້ຳຖ້ວມ ກະທັນຫັນ

ລົດຄັນນຶ່ງຈອດຕັນທາງຍ້ອນນ້ຳຖ້ວມ ຢູ່ທີ່ຄຸ້ມ ແຄມເດັນ ໃນຊານເມືອງຂອງນະຄອນຊິດນີ, ປະເທດອອສເຕຣເລຍ, ວັນທີ 4 ກໍລະກົດ 2022. ພົນລະເມືອງຊິດນີ ແລະຢູ່ໃນເຂດອ້ອມແອ້ມຫຼາຍກວ່າ 30,000 ໄດ້ຖືກບອກໃຫ້ຍົກຍ້າຍ ຫຼືບໍ່ກໍກຽມພ້ອມທີ່ຈະຍ້າຍອອກ ໃນວັນຈັນມື້ນີ້ ເມື່ອຄາດກັນວ່າ ຈະມີຝົນແລະນ້ຳຖ້ວມກະທັນຫັນຕື່ມອີກ.

ເຈົ້າໜ້າທີ່ຂອງອອສເຕຣເລຍ ພວມຮຽກຮ້ອງຕໍ່ພົນລະເມືອງຫຼາຍກວ່າ 30,000 ຄົນໃນນະຄອນຊິດນີ ແລະຫຼາຍໆຄຸ້ມ ຢູ່ອ້ອມແອ້ມຕົວເມືອງດັ່ງກ່າວໃຫ້ຍົກຍ້າຍ ຫຼືບໍ່ ກໍໃຫ້ກຽມພ້ອມທີ່ຈະຍ້າຍອອກ ໃນຂະນະທີ່ຄາດກັນວ່າ ຈະມີຝົນແລະນ້ຳຖ້ວມກະທັນຫັນຕື່ມອີກ.

ໃນການກ່າວຢູ່ທີ່ກອງປະຊຸມຖະແຫລງຂ່າວ ໃນວັນຈັນມື້ນີ້ ຜູ້ປົກ​ຄອງລັດນິວເຊົ້າ​ເວລສ໌ ທ່ານໂດມີນິກ ເປີຣັອດເທັດ (Dominic Perrottet) ໄດ້ກ່າວວ່າ ຄຳແຈ້ງເຕືອນໃຫ້ຍົກຍ້າຍ 64 ສະບັບ ແລະຄຳສັ່ງໃຫ້ຍົກຍ້າຍ 71 ສະບັບ ໄດ້ຖືກສົ່ງອອກໄປໃນລັດ ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ.

ລົດຄັນນຶ່ງ ຖືກນ້ຳຖ້ວມເຄິ່ງນຶ່ງຢູ່ທີ່ຄຸ້ມແຄມເດັນ ໃນເຂດຊານເມືອງຂອງນະຄອນຊິດນີ ປະເທດອອສເຕຣເລຍ, ວັນທີ 4 ກໍລະກົດ 2022.
ລົດຄັນນຶ່ງ ຖືກນ້ຳຖ້ວມເຄິ່ງນຶ່ງຢູ່ທີ່ຄຸ້ມແຄມເດັນ ໃນເຂດຊານເມືອງຂອງນະຄອນຊິດນີ ປະເທດອອສເຕຣເລຍ, ວັນທີ 4 ກໍລະກົດ 2022.

ພວກພົນລະເມືອງໃນເຂດດັ່ງກ່າວ ຍັງໄດ້ຖືກແນະນຳ ໃຫ້ຫລີກເວັ້ນການເດີນ ທາງທີ່ບໍ່ຈຳເປັນ ທີ່ລວມມີການຂົນສົ່ງມວນຊົນ ໃນຂະນະທີ່ເສັ້ນທາງບາງແຫ່ງແມ່ນຈົມຢູ່ໃຕ້ນ້ຳ ແລະແຫ່ງອື່ນແມ່ນມີຄວາມສ່ຽງທີ່ຈະຖືກນ້ຳຖ້ວມຢ່າງບໍ່ຄາດຄິດ.

ກົມອຸຕຸນິຍົມວິທະຍາ ຂອງອອສເຕຣເລຍ ໄດ້ກ່າວເຕືອນໃນວັນຈັນມື້ນີ້ວ່າ ນະ ຄອນຊິດນີອາດຈະເຫັນຝົນຕົກຫຼາຍເຖິງ 120 ມີລີແມັດ ໃນລະຫວ່າງຕະຫຼອດມື້.

ກົມດັ່ງກ່າວ ຍັງໄດ້ລາຍງານວ່າ ມີຝົນຕົກຢູ່ໃນຄຸ້ມບ້ານບາງແຫ່ງຂອງນະຄອນຊິດນີ ເຖິງ 200 ຫາ 350 ມີລີແມັດ ຕະຫຼອດໄລຍະສອງວັນທີ່ຜ່ານມານີ້.

ພວກພະນັກງານໜ່ວຍງານສຸກເສີນຂອງລັດນິວເຊົ້າເວລສ໌ ຫຼື New South Wales State Emergency Service (SES) ແມ່ນເຫັນໄດ້ວ່າ ຢູ່ເທິງເຮືອກູ້ໄພ ຂະນະທີ່ຖະໜົນຫົນທາງແມ່ນຈົມຢູ່ໃຕ້ນ້ຳ ຈາກນ້ຳທີ່ລົ້ນແມ່ນນ້ຳ ຮັອກເກສເບີຣີ (Hawkesbury River) ໃນເຂດວິນເຊີ, ທາງພາກຕາເວັນຕົກສຽງເໜືອຂອງນະຄອນຊິດນີ, ວັນທີ 4 ກໍລະກົດ 2022.

ກົມດັ່ງກ່າວ ໄດ້ເຕືອນເຖິງຄວາມສ່ຽງຂອງໄພນ້ຳຖ້ວມຢູ່ເລາະຕາມແຄມຝັ່ງແມ່ນ້ຳເນພີນ (Nepean River) ຍ້ອນລະດັບນ້ຳສູງຂຶ້ນເລື້ອຍໆ.

ນ້ຳໃນເຂື່ອນວໍຣາແກມບາ (Warragmba Dam) ຂອງຊິດນີ ໄດ້ລົ້ນເຂື່ອນໃນຕອນຂ້າມຄືນ ວັນອາທິດວານນີ້ ເຈົ້າໜ້າທີ່ນ້ຳປະປາຂອງອອສເຕຣເລຍ ໄດ້ກ່າວ. ອ່າງເກັບນ້ຳຢູ່ດ້ານຫຼັງເຂື່ອນ ສະໜອງນ້ຳປະປາໃຫ້ແກ່ນະຄອນຊິດນີເປັນຫຼັກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG