ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສັງຄະລາດ ອອສເຕຣເລຍ ຖືກຕັດສິນວ່າ ມີຄວາມຜິດ ຖານປົກປິດ ການລະເມີດ ທາງເພດ


ອະດີດພະສັງຄະລາດ ຟີລິບ ວິລສັນ ອອກມາຈາກສານເມືອງ ນິວແຄໂໍຊລ ໃນນະຄອນ ນິວແຄໂໍຊລ ຂອງອອສເຕຣເລຍ, ວັນທີ 3 ກໍລະກົດ 2018.
ອະດີດພະສັງຄະລາດ ຟີລິບ ວິລສັນ ອອກມາຈາກສານເມືອງ ນິວແຄໂໍຊລ ໃນນະຄອນ ນິວແຄໂໍຊລ ຂອງອອສເຕຣເລຍ, ວັນທີ 3 ກໍລະກົດ 2018.

ອະດີດພະສັງຄະລາດ ຂອງອອສເຕຣເລຍ ຟີລິບ ວິລສັນ ໄດ້ຖືກສັ່ງໃຫ້ຮັບໃຊ້ໂທດນຶ່ງປີ
ໃນຖານປົກປິດ ການລະເມີດທາງເພດຕໍ່ພວກເດັກນ້ອຍ ໂດຍການກັກບໍລິເວນ ຢູ່ໃນ
ເຮືອນຂອງຜູ້ກ່ຽວ.

ທ່ານ ວິລສັນ ໄດ້ຖືກພົບເຫັນວ່າ ມີຄວາມຜິດ ຢ້ອນຄືນຫຼັງໄປໃນ ເດືອນພຶດສະພາ ໃນ
ຖານ ບໍ່ລາຍງານການລະເມີດທາງເພດ ໂດຍຄຸນພໍ່ ເຈມສ໌ ແຟລັຕເຈີ ຕໍ່ເດັກຊາຍ 2 ຄົນ ຜູ້ທີ່ເປັນຄົນຊ່ອຍຄຸນພໍ່ ທີ່ເກີດຂຶ້ນ ໃນຊ່ວງປີ 1970 ເຊິ່ງໄດ້ກາຍເປັນການຕັດສິນວ່າ
ມີຄວາມຜິດ ໃນການກ່າວຟ້ອງເຊັ່ນນັ້ນ ຕໍ່ພະສົງ ໃນລະດັບສູງສຸດຂອງສາສະໜາ
ຄາໂທລິກ. ທ່ານ ວິລສັນ ຊຶ່ງຜູ້ທີ່ເປັນຜູ້ຊ່ອຍ ພາຍໃຕ້ ຄຸນພໍ່ ແຟລັຕເຈີ ໃນເວລານັ້ນ
ເຊິ່ງນຶ່ງໃນສອງຜູ້ເຄາະຮ້າຍ ໄດ້ກ່າວບອກ ກ່ຽວກັບເລື້ອງການລະເມີດດັ່ງກ່າວ.

ທ່ານ ແຟລັຕເຈີ ໄດ້ຖືກຕັດສິນວ່າ ມີຄວາມຜິດ ໃນປີ 2004 ໃນເກົ້າກະໂທງ ຂອງການ
ລະເມີດ ທາງເພດ ແລະ ໄດ້ເສຍຊີວິດຢູ່ໃນຄຸກ ສອງປີຕໍ່ມາ.

ຜູ້ພິພາກສາ ໂຣເບີດ ສໂຕນ ຂອງນະຄອນ ນິວແຄໂຊລ ຜູ້ທີ່ໄດ້ຕັດສິນຄວາມຜິດ ຂອງ
ທ່ານ ວິລສັນ ນັ້ນ ໄດ້ກ່າວວ່າ ທ່ານໄດ້ຕັດສິນໃຈ ໃຫ້ກັກໃນບໍລິເວນຢູ່ໃນເເຮືອນ ແທນ
ທີ່ຈະຂັງຄຸກ ສຳລັບ ທ່ານ ວິລສັນ ອາຍຸ 67 ປີ ກໍຍ້ອນປັດໄຈຫຼາຍປະການ ປະກອບດ້ວຍ
ອາຍຸຂອງທ່ານ ບັນຫາສຸຂະພາບຕ່າງໆ ທີ່ລວມທັງ ໂຣກຫລົງລືມ ຫຼື Alzheimer ແລະ
ປະຫວັດຄຸນສົມບັດທີ່ດີ ຂອງທ່ານ. ທ່ານ ວິລສັນ ໄດ້ຮັບໃຊ້ໂທດຂອງເພິ່ນ ມາແລ້ວ
ຢ່າງໜ້ອຍ 6 ເດືອນ ກ່ອນທີ່ຈະມີຄວາມເໝາະສົມ ທີ່ຈະໄດ້ຮັບການຜ່ອນຜັນໂທດ.

ໃນຂະນະທີ່ ທ່ານອອກມາຈາກສານ ທ່ານ ວິລສັນ ໄດ້ປະເຊີນໜ້າໂດຍກົງ ກັບ ຜູ້ເຄາະ
ຮ້າຍອີກຄົນນຶ່ງ ຂອງຄຸນພໍ່ ແຟລັຕເຈີ ຄື ທ້າວ ປີເຕີ ໂກກາຣຕີ ຜູ້ທີ່ໄດ້ຮຽກຮ້ອງໃຫ້ທ່ານ
ວິລສັນ ຂໍອະໄພໂທດ ສຳລັບການກຳທຳຕ່າງໆ ຂອງທ່ານ.

ທ່ານ ວິລສັນ ໄດ້ລາອອກຈາກຕຳແໜ່ງ ພະສັງຄະລາດ ຂອງນະຄອນ ອາແດລເລດ
(Adelaide) ເມື່ອເດືອນແລ້ວນີ້. ທ່ານໄດ້ປະຕິເສດຕໍ່ຂໍ້ກ່າວຫາຕ່າງໆ ມາເປັນເວລາ
ດົນນານ ແລະ ໃນເບື້ອງຕົ້ນ ບໍ່ຍິນຍອມທີ່ຈະລົງຈາກຕຳແໜ່ງ ແຕ່ພາຍໃຕ້ການກົດດັນ
ຢ່າງໜັກຈາກທັງພາຍໃນ ແລະພາຍນອກສາສະໜາ ລວມທັງ ນາຍົກລັດຖະມົນຕີ ທ່ານ ມາລຄອມ ເທີນໂບລ ຜູ້ທີ່ຮຽກຮ້ອງຕໍ່ ພະສັນຕະ ປາປາ ແຟຣນຊິສ ໃຫ້ປົດ ທ່ານ ວິລສັນ.

ສ່ວນພະສັງຄະລາດ ເກຣກ ໂອ’ແຄລລີ ຜູ້ທີ່ສະໝັກເປັນ ພະສັງຄະລາດຂອງນະຄອນ
ອາແດລເລດ ໃນຖານະເປັນຜູ້ຮັກສາການຢູ່ນັ້ນ ກໍໄດ້ອອກຖະແຫລງການສະບັບນຶ່ງ
ໂດຍກ່າວວ່າ ທ່ານ ວິລສັນ ແມ່ນຢູ່ໃນການສວດມົນພາວັນນາ “ໃນຂະນະທີ່ເລີ້ມຕົ້ນ
ຊ່ວງໄລຍະຊີວິດຢ່າງເປັນທາງການ ໃນຂະນະດຽວກັນ ຍັງຈະຕ້ອງໄດ້ຄຳນຶງ ເຖິງ
ພວກຜູ້ເຄາະຮ້າຍ ແລະພວກລອດຊີວິດຈາກການລະເມີດຢູ່ໃນສາສະໜາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG