ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄຟປ່າ ຍັງສືບຕໍ່ ໄໝ້ລາມ ຢູ່ພາກໃຕ້ ອອສເຕຣເລຍ (ສະໄລດ໌)


ຄວັນຈາໄຟປ່າໄໝ້ ພັດໄປໃສ່ຜູ້ຄົນທີ່ໄປອາບນໍ້າ ຢູ່ແຄມທະເລ ທີ່ ເມືອງ Carlton, ທາງຕາເວັນອອກຂອງເມືອງ Hobart ໃນ Australia ໃນວັນທີ 4 ມັງກອນ 2013.
ຄວັນຈາໄຟປ່າໄໝ້ ພັດໄປໃສ່ຜູ້ຄົນທີ່ໄປອາບນໍ້າ ຢູ່ແຄມທະເລ ທີ່ ເມືອງ Carlton, ທາງຕາເວັນອອກຂອງເມືອງ Hobart ໃນ Australia ໃນວັນທີ 4 ມັງກອນ 2013.
ໄຟປ່າຍັງສືບຕໍ່ເພີ້ມທະວີຄວາມແຮງຂຶ້ນ ເກີນຄວາມສາມາດ
ທີ່ຈະຄວບຄຸມໄດ້ ຢູ່ທົ່ວພາກຕາເວັນອອກສຽງໃຕ້ຂອງອອສ
ເຕຣເລຍ ໃນວັນອັງຄານມື້ນີ້ ຊຶ່ງເຈົ້າໜ້າທີ່ເຕືອນວ່າ ຈະ ເຮັດໃຫ້ບາງເຂດຕົກຢູ່ໃນສະພາບ “ຄວາມຫາຍະນະ”.

ພວກເຈົ້າໜ້າທີ່ເວົ້າວ່າ ໄດ້ເກີດໄຟປ່າຢູ່ຫລາຍກວ່າ 130
ບ່ອນ ຊຶ່ງຈຳ ນວນນຶ່ງຍັງຄວບຄຸມບໍ່ໄດ້ນັ້ນກໍາລັງລຸກໄໝ້ຢູ່
ລັດ New South Wales ຊຶ່ງມີປະຊາຊົນອາໄສຢູ່ຢ່າງໜາ
ແໜ້ນ ບ່ອນທີ່ອຸນນະພູມ ຖີບຕົວສູງຂຶ້ນ ເຖິງ 45 ອົງສາແຊ
ລຊີອັສ ແລະມີລົມພັດແຮງກວ່າ 100 ກິໂລແມັດ ຕໍ່ຊົວໂມງ.

ຢູ່ໃນເກາະ Tasmania ຢູ່ທາງພາກໃຕ້ຂອງປະເທດນັ້ນພວກ
ເຈົ້າໜ້າທີ່ ກູ້ໄພກໍາລັງຊອກຫາປະຊາຊົນປະມານ 100 ຄົນ
ທີ່ຫາຍສາບສູນໄປລຸນຫລັງທີ່ໄດ້ເກີດໄຟໄໝ້ຢູ່ທີ່ບ້ານແຫ່ງນຶ່ງຊຶ່ງໄດ້ທໍາລາຍເຮືອນຊານ ປະມານ ຫຼາຍສິບຫຼັງ.

ຍັງບໍ່ມີລາຍງານກ່ຽວກັບການຕາຍໃດໆເທື່ອ ແຕ່ເຈົ້າໜ້າທີ່ເຕືອນວ່າ ສະພາບການໃນ ວັນອັງຄານມື້ນີ້ ໄດ້ເຖິງລະດັບຄວາມ “ຫາຍະນະ” ແລ້ວຊຶ່ງໝາຍຄວາມວ່າ ໄຟໄໝ້ຈະບໍ່ ສາມາດຄວບຄຸມໄດ້ ແລະໄໝ້ລາມຢ່າງວ່ອງ ໄວ ໂດຍມີແຕ່ການຍົກຍ້າຍໜີເທົ່ານັ້ນ ທີ່ ຈະເປັນທາງເລືອກທີ່ປອດໄພ.

ປ່າແຫ່ງຕ່າງໆຂອງລັດ ແລະສວນສາທາລະນະແຫ່ງຊາດໄດ້ຖືກປິດລົງ ແລະມີການ ເກືອດຫ້າມການດັງໄຟຢ່າງສິ້ນເຊີງ ໃນຂະນະທີ່ພວກເຈົ້າໜ້າ ທີ່ເຕືອນວ່າ ຄື້ນຟອງ ຄວາມຮ້ອນທີ່ເປັນໜ້າໜັກໃຈ ອາດຈະບໍ່ສາມາດດັບມອດລົງໄດ້ ໃນຫລາຍເຂດຂອງ ປະເທດຈົນເທົ່າຕອນແລງຂອງວັນອັງຄານມື້ນີ້.

ເບິ່ງສະໄລດ໌ພາບຫລ້າສຸດຂອງໄຟປ່າໄໝ້ທີ່ອອສເຕຣເລຍ:

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 19 ເມສາ 2024

XS
SM
MD
LG