ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາຍົກອອສເຕຣເລຍ ຢ້ຽມຢາມ ເກາະ Tasmania ທີ່ເກີດໄຟປ່າ (ສະໄລດ໌)


ລົດທີ່ຖືກໄຟໄໝ້ເປັນເຖົ່າ ຍ້ອນຖືກໄຟໄໝ້ ທີ່ເກາະ Tasmania ຢູ່ທາງພາກໃຕ້ຂອງ ອອສເຕຣເລຍ ບ່ອນທີ່ໄດ້ເກີດໄຟປ່າ ມາເປັນເວລາ 4 ວັນແລ້ວ
ລົດທີ່ຖືກໄຟໄໝ້ເປັນເຖົ່າ ຍ້ອນຖືກໄຟໄໝ້ ທີ່ເກາະ Tasmania ຢູ່ທາງພາກໃຕ້ຂອງ ອອສເຕຣເລຍ ບ່ອນທີ່ໄດ້ເກີດໄຟປ່າ ມາເປັນເວລາ 4 ວັນແລ້ວ
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard
ໄດ້ໄປຢ້ຽມຢາມເກາະ Tasmania ຢູ່ທາງພາກໃຕ້ຂອງປະ
ເທດ ບ່ອນທີ່ໄດ້ເກີດໄຟປ່າ ມາເປັນເວລາ 4 ວັນ ທີ່ໄດ້ທໍາລາຍ
ບ້ານເຮືອນຫຼາຍຮ້ອຍຫຼັງ ແລະເຮັດໃຫ້ປະມານ 1 ຮ້ອຍຄົນ
ຍັງຫາຍສາບສູນນັ້ນ.

ພວກເຈົ້າໜ້າທີ່ດັບເພີງ ທີ່ໃຊ້ເຮລິຄອບເຕີ ແລະເຮືອບິນທໍາມະ
ດາເພື່ອດັບໄຟຍັງກໍາລັງຕໍ່ສູ້ກັບໄຟຢູ່ເທິງເກາະ Tasmania
ບ່ອນທີ່ໄດ້ເກີດໄຟປ່າ ຂຶ້ນໃນວັນສຸກຜ່ານມາ ລຸນຫລັງທີ່ຄື້ນ
ຟອງຄວາມຮ້ອນ ທີ່ສູງເປັນປະຫວັດ ການໃນລະດູຮ້ອນຢູ່ທີ່ນັ້ນ ໄດ້ເຮັດໃຫ້ອຸນນະພູມຖີບຕົວຂຶ້ນສູງຫລາຍກວ່າ 40 ອົງສາຊຽນ
ຊີອັສ.

ນາຍົກລັດຖະມົນຕີ Julia Gillard ທີ່ບິນໄປຍັງເກາະ Tasmania ໃນວັນຈັນມື້ນີ້ ໄດ້ ເຕືອນວ່າ ລັດ New South Wales ລວມທັງ ເມືອງ ຫລວງ Sydney ຂອງລັດນັ້ນ ກໍ ຈະປະເຊີນກັບຄວາມຮ້ອນສູງສຸດຂີດ ເຊັ່ນກັນ ໃນວັນອັງຄານມື້ອື່ນ ຊຶ່ງຈະພາໃຫ້ມີຄວາມ ສ່ຽງສູງເຊ່ນກັນຕໍ່ການເກີດໄຟປ່າ. ມີການພະຍາກອນວ່າ ຈະມີສະພາບຄວາມຮ້ອນສູງ ແລະລົມແຮງ ຄ້າຍຄືກັນຢູ່ລັດ Victoria ຊຶ່ງເປັນລັດໃກ້ຄຽງນັ້ນ.

ພະນັກງານຊ່ວຍກູ້ໄພສຸກເສີນ ກໍາລັງຊອກຫາປະມານ 100 ຄົນ ທີ່ຫາຍສາບສູນຢູ່ໃນ ເຂດໄຟໄໝ້. ຍັງບໍ່ມີລາຍງານການຕາຍໃດ ທີ່ໄດ້ຮັບການຢືນຢັນເທື່ອ.

ໄຟປ່າ ຖືວ່າເປັນເລື້ອງທໍາມະດາໃນລະຫວ່າງລະດູຮ້ອນຂອງອອສເຕຣເລຍ ຊຶ່ງກົງກັບລະ ດູໜາວຢູ່ຊີກໂລກຕາເວັນຕົກ. ໃນເດືອນກຸມພາປີ 2009 ນັ້ນ ໄຟປ່າທີ່ເກີດຂຶ້ນຢູ່ຫຼາຍ ຮ້ອຍ ບ່ອນ ໃນທົ່ວລັດ Victoria ໄດ້ເຮັດໃຫ້ 173 ຄົນເສຍຊີວິດ.

ປະມວນພາບໄຟປ່າໄໝ້ທີ່ເກາະ Tasmania ຂອງອອສເຕຣເລຍ:

XS
SM
MD
LG