ອົງການປະສານງານຂອງອອສເຕຣເລຍ ທີ່ກຳກັບນຳ
ການຊອກຄົ້ນຫາຖ້ຽວບິນ 370 ຂອງມາເລເຊຍກ່າວວ່າ
ວັດຖຸຊະນິດນຶ່ງໄດ້ຖືກພັດເຂົ້າມາທີ່ຝັ່ງທະເລຂອງອອສ
ເຕຣເລຍ ແລະບັນດາເຈົ້າໜ້າທີ່ ກຳລັງສືບສວນວ່າ ມີ
ສ່ວນພົວພັນກັບ ເຮືອບິນທີ່ຫາຍສາບສູນໄປນັ້ນຫລືບໍ່.
ຢູ່ໃນຖະແຫລງການສະບັບນຶ່ງ ສູນກາງປະສານງານຮ່ວມ
ກ່າວວ່າ ບັນດາເຈົ້າໜ້າທີ່ພວມພາກັນ “ກວດກາເບິ່ງຮູບ
ພາບຕ່າງໆ ຂອງວັດຖຸດັ່ງກ່າວເພື່ອພິຈາລະນາວ່າ ຈະມີ
ຄວາມຕ້ອງການວິໃຈເພີ້ມເຕີມອີກບໍ່ ແລະຖ້າຫາກວ່າ ມີ
ສ່ວນກ່ຽວຂ້ອງໃດໆກັບການຊອກຫາຖ້ຽວບິນ MH370
ທີ່ຫາຍສາບສູນໄປນັ້ນຫລືບໍ່.”
ການຊອກຄົ້ນຫາ ຂອງນາໆຊາດຄັ້ງໃຫຍ່ ຍັງບໍ່ສາມາດພົບເຫັນຮ່ອງຮອຍຂອງເຮືອ
ບິນ ເກືອບເຈັດອາທິດທີ່ຜ່ານມາ ຫລັງຈາກເຮືອບິນ Boeing 777 ໄດ້ຫາຍສາບສູນ
ຢ່າງລຶກລັບ ໃນຂະນະທີ່ເດີນທາງຈາກນະຄອນກົວລາລຳເປີ ໄປຫາປັກກິ່ງ ພ້ອມກັບ
ຜູ້ໂດຍສານແລະພະນັກງານ 239 ຄົນ ຢູ່ໃນເຮືອບິນ.
ໃນຕອນເຊົ້າວັນພຸດມື້ນີ້ ບັນດາເຈົ້າໜ້າທີ່ ອອສເຕຣເລຍ ໄດ້ໃຫ້ຄຳໜັ້ນສັນຍາ ທີ່ຈະ
ສືບຕໍ່ການຊອກຄົ້ນຫາ ເຖິງແມ່ນວ່າ ຍານດຳນຳ້ ໃກ້ຈະປະຕິບັດງານຂັ້ນ ທຳອິດສຳ
ເລັດແລ້ວ ແຕ່ມາຮອດປັດຈຸບັນ ຍັງບໍ່ໄດ້ເສັດສິ້ນການຖ່າຍຮູບ ຢູ່ພື້ນ ມະຫາສະມຸດ
ອິນເດຍ.
ສູນກາງປະສານງານຮ່ວມ ກ່າວວ່າ ຍານດຳນ້ຳ Bluefin-21 ໄດ້ສຳເລັດ 80 ເປີເຊັນ
ຂອງການປະຕິບັດງານທັງໝົດ ປາດສະຈາກການພົບເຫັນ “ສິ່ງຂອງທີ່ເປັນໜ້າສົນ
ໃຈ” ໃດໆ.
ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ Tony Abbott ກ່າວໃນວັນພຸດມື້ນີ້ວ່າ ຖ້າ
ຫາກຍານດຳນ້ຳຫາກບໍ່ສາມາດພົບເຫັນຊາກເຮືອບິນໃດໆ ບັນດາເຈົ້າໜ້າທີ່ຈະ “ຄິດ
ພິຈາລະນາທົບທວນການຊອກຄົ້ນຫາໃໝ່.” ແຕ່ທ່ານກ່າວວ່າ ການຕາມລ່າຫາຊາກ
ເຮືອບິນ ຈະບໍ່ຖືກປະລະ. ທ່ານກ່າວວ່າ ບັນດາຄອບຄົວຂອງຜູ້ເຄາະຮ້າຍ ມີສິດທິ ທີ່
ຈະຮູ້ວ່າ ແມ່ນຫຍັງໄດ້ເກີດຂື້ນ.