ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂີ້ເຖົ່າພູໄຟຈາກ Chile ຍັງກະທົບຕໍ່ ການເດີນທາງ ທາງອາກາດ ໃນອອສເຕຣເລຍ


ພູເຂົາໄຟ Puyehue Cordon Caulle ຂອງ Chile
ພູເຂົາໄຟ Puyehue Cordon Caulle ຂອງ Chile

ລັດຖະມົນຕີກະຊວງຂົນສົ່ງຂອງອອສເຕຣເລຍກ່າວວ່າ ສະໜາມບິນທີ່ສຳຄັນຂອງ
ປະເທດ 3 ແຫ່ງອາດຈະໄດ້ຮັບຄວາມກະທົບກະເທືອນໃນໄລຍະສອງສາມມື້ຂ້າງ
ໜ້ານີ້ ຍ້ອນເຝື້ອຂີ້ເຖົ່າພູໄຟຈາກປະເທດ Chile ປິວກັບຄືນມາອີກ.

ທ່ານ Anthony Albanesse ກ່າວຕໍ່ພວກນັກຂ່າວໃນວັນອັງຄານມື້ນີ້ ພວກນັກພະ
ຍາກອນອາກາດເວົ້າວ່າ ເມືອງ Adelaide, ກຸງ Canberra, ນະຄອນ Melbourne
ແລະນະຄອນ Sydney ຈະໄດ້ຮັບຄວາມກະທົບກະເທືອນໃນໄລຍະ 1 ຫາ 2 ມື້ຂ້າງ
ໜ້ານີ້. ຫົວໜ້າສູນກາງໃຫ້ຄຳແນະນຳກ່ຽວກັບເຝື້ອຂີ້ເຖົ່າພູໄຟທີ່ນະຄອນ Darwin
ກ່າວວ່າ ເຝື້ອພູໄຟດັ່ງກ່າວຈະເຄື່ອນເຂົ້າປົກຄຸມພາກໃຕ້ອອສເຕຣ ເລຍໃນວັນພຸດ
ມື້ອື່ນນີ້.

ສາຍ​ການບິນ​ໃຫຍ່​ຂອງປະ​ເທດຄືສາຍການບິນ​ Qantas ​ໄດ້ຍົກເລີກທຸກຖ້ຽວບິນ
ໄປ​ຍັງແລະອອກຈາກນະຄອນ Sydney ນະຄອນ Melbourne ແລະ​ນະຄອນຫຼວງ
Canberra ສຳລັບວັນພຸດມື້ອື່ນ ຫຼັງຈາກໄດ້ມີການໂຈະຖ້ຽວບິນພາຍໃນປະເທດ
ຈຳນວນນຶ່ງໃນວັນອັງຄານມື້ນີ້. ນອກນັ້ນ ສາຍ​ການບິນ​ Qantas ຍັງ​ຍົກ​ເລີກ​ຖ້ຽວ​ບິນ
6 ຖ້ຽວຈາກ Sydney ​ສູ່ New Zealand.

ນີ້​ແມ່ນ​ຄັ້ງ​ທີ່ 2 ​ໃນ​ຮອບສອງອາທິດ ທີ່​ຖ້ຽວ​ບິນ​ທັງ​ພາຍໃນ​ແລະ​ນອກ​ປະ​ເທດ​ຂອງ
ອອສເຕ​ຣເລຍ​ ໄດ້​ຖືກ​ລົບ​ກວນ​ຈາກ​ເຝື້ອຂີ້ເຖົ່າພູໄຟ​ Puyehue Cordon Caulle
ຂອງ Chile ທີ່​ໄດ້​ລະ​ເບີ​ດຂຶ້ນ​ໃນ​ວັນ​ທີ 4 ​ເດືອນ​ມິຖຸນາຜ່ານ​ມາ​ນັ້ນ.​ ທ້ອງ​ຟ້າ​ຂອງ
ອອສເຕຣເລຍໂປ່​ງ​ໃສ​ໃນ​ທ້າ​ຍອາທິດ​ທີ່​ແລ້ວ​ນີ້ ​ຫຼັງຈາກນັ້ນ ຂີ້ເຖົ່າພູໄຟກໍໄດ້ພັດໄປ
ອ້ອມໂລກແລະ​ຄືນມາ​ສູ່ ອອສເຕຣເລຍ ອີກ​ຄັ້ງນຶ່ງ.

XS
SM
MD
LG