ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດຫົວໜ້າທະນາຄານ ແຫ່ງຊາດຫວຽດນາມ ຖືກກ່າວຫາ ເລື້ອງສໍ້ລາດບັງຫລວງ


ທ່ານ Le Duc Thuy ອະດີດຫົວໜ້າທະນາຄານແຫ່ງຊາດຫວຽດນາມ.
ທ່ານ Le Duc Thuy ອະດີດຫົວໜ້າທະນາຄານແຫ່ງຊາດຫວຽດນາມ.







ລາຍ​ງານ​ສື່​ມວນ​ຊົນ​ຂອງ​ອອສ​ເຕຣ​ເລຍ​ ​ໄດ້ເຊື່ອມ​ໂຍງອະດີດ​ຫົວໜ້າ​ທະນາຄານ​ແຫ່ງ​ຊາດ
ຫວຽດນາມ​ໃສ່ກັບ​ຂ່າວ​ນອງ​ນັນ​ກ່ຽວ​ກັບການ​ໃຫ້​ສິນ​ບົນມາ​ເປັນ​ເວລາ​ດົນ​ນານ​ທີ່​ພົວພັນກັບ​
ບໍລິສັດ​ພິມ​ທະນະ​ບັດ​ຂອງອອສ​ເຕຣ​ເລຍ​ນັ້ນ.

ລາຍ​ງານ​ຕ່າງໆ ທີ່ມີ​ຂຶ້ນ​ໃນ​ໜັງສືພິມ​ອອສ​ເຕຣ​ເລຍຫລາຍ​ສະບັບແລະ​ໃນ​ໜັງສືພິມ Finan-
cial Times ​ໃນອັງກິດ​ໃນ​ສັບປະດາ​ນີ້ ກ່າວ​ຫາ​ວ່າ ບໍລິສັດ​ດັ່ງກ່າວ​ໄດ້​ເອົາເງິນຈາກ​ກອງ​
ທຶນ​ລັບ​ພິ​ເສດ ​ໄປ​ໃຊ້​ສໍາລັບ​ການ​ສຶກສາ​ໃນ​ອັງກິດ​ໃຫ້​ລູກ​ຊາຍຂອງ​ທ່ານ Le Duc Thuy
ຊຶ່ງ​ເປັນອະດີດຫົວໜ້າ​ທະນາຄານ​ແຫ່ງ​ຊາດ​ຫວຽດນາມ​ນັ້ນ.

ເພື່ອ​ເປັນ​ການ​ຕອບ​ແທນ​ນັ້ນ ທ່ານ Thuy ​ໄດ້​ອະນຸມັດ​ສັນຍາ​ຈ້າງ​ຕ່າງໆ​ເປັນ​ມູນ​ຄ່າ​ຫລາຍ
ສິບລ້ານ​ໂດ​ລາ​ໃຫ້​ບໍລິສັດ​ອອສ​ເຕຣ​ເລຍດັ່ງກ່າວ ທີ່​ສະໜອງ​ສານ​ເຄມີໃຫ້ສໍາລັບ​ພິມ​ທະນະ
ບັດນັ້ນ.

ທ່ານ Thuy ​ເຄີຍ​ເປັນ​ຫົວໜ້າ​ທະນາຄານ​ແຫ່ງ​ຊາດ​ຫວຽດນາມ​ແຕ່​ປີ 1999 ຫາ 2007
ແລະ​ຍັງ​ມີ​ອິດ​ທິພົນ​ຊັກ​ຈູງ​ຢູ່ ​ໃນ​ຖານະ​ເປັນ​ປະທານ​ຄະນະ​ກໍາມາ​ທິການ​ດູ​ແລ ການ​ເງິນ​ແຫ່ງ​ຊາດນັ້ນ.

XS
SM
MD
LG