ທະຫານມາຣິນສະຫະລັດຈຸທໍາອິດ ເດີນທາງໄປຮອດພາກເໜືອຂອງອອສເຕຣເລຍ
ແລ້ວ ໃນອັນທີ່ເປັນຂີດໝາຍແຫ່ງການເລີ້ມຕົ້ນການມີ ໜ້າຂອງທະຫານສະຫະລັດ
ໃນຈໍານວນທີ່ຫຼາຍຂຶ້ນ ໃນພາກພື້ນເອເຊຍ ປາຊີຟິກ.
ທ່ານ Stephen Smith ລັດຖະມົນຕີປ້ອງກັນປະເທດອອສເຕຣເລຍ ໄດ້ໄປຮັບຕ້ອນ
ພວກທະຫານມາຣິນຈໍານວນ 200 ຄົນດັ່ງກ່າວ ເວລາເຂົາເຈົ້າລົງຈາກຖ້ຽວບິນຮັບ
ເໝົາໃນເມືອງ Darwin ໃນວັນພຸດມື້ນີ້. ທະຫານຈຸນີ້ເປັນຈຸທໍາອິດຂອງໜ່ວຍທະຫານ
ອາກາດແລະທະຫານບົກສະເພາະກິດ 2500 ຄົນ ທີ່ຈະປະກອບສ່ວນໃນການຊ້ອມ
ລົບຮ່ວມກັບກໍາລັງຂອງອອສເຕຣເລຍ ໃນຂັ້ນຕໍ່ໄປນັ້ນ.
ພາຍໃຕ້ຂໍ້ຕົກລົງດັ່ງກ່າວ ອອສເຕຣເລຍຈະໃຫ້ຄວາມສະດວກໃນການໃຊ້ຖານທັບອາ
ກາດ Darwin ເພີ່ມຂຶ້ນອີກແກ່ເຮືອບິນກອງທັບສະຫະ ລັດ ຮວມທັງເຮືອບິນລົບໄອ
ພົ່ນແລະເຮືອບິນຖິ້ມລະເບີດນໍາ.
ທ່ານ Jeffrey Bleich ເອກອັກຄະລັດຖະທູດສະຫະລັດປະຈໍາກຸງແຄນແບຣາ ກ່າວ
ວ່າ ມັນເປັນໂຊກດີທີ່ມີກໍາລັງຂອງສະຫະລັດປະຈໍາການຢູ່ໃນພາກພື້ນ ຊຶ່ງທ່ານບັນລະ
ຍາຍວ່າ ເປັນເຂດທີ່ມີການປ່ຽນແປງໄວຫຼາຍທີ່ສຸດໃນໂລກໃນເວລານີ້.
ທະຫານມາຣິນສະຫະລັດຈະບໍ່ສ້າງຕັ້ງຄ້າຍຖາວອນໃນເມືອງ Darwin ແຕ່ຈະໄປປະ
ຈໍາຢູ່ໃນຄ້າຍທະຫານແຫ່ງນຶ່ງຢູ່ໃນເຂດຊານເມືອງ ແລະຈະປະຈໍາການຢູ່ໃນເຂດນັ້ນ
ແບບມີການສັບປ່ຽນຜຽນກັນທຸກໆ 6 ເດືອນ.
ການສົ່ງທະຫານເຫຼົ່ານີ້ ເປັນພາກສ່ວນນຶ່ງຂອງຂໍ້ຕົກລົງທີ່ໄດ້ປະກາດໃຫ້ຮູ້ໃນເດືອນ
ພະຈິກປີແລ້ວນີ້ ໂດຍປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ ແລະນາຍົກ
ລັດຖະມົນຕີອອສເຕຣເລຍ ທ່ານນາງ Julia Gillard ໃນລະຫວ່າງການທໍາພິທີຂີດ
ໝາຍຄົບຮອບ 60 ປີ ແຫ່ງການເປັນພັນທະມິດທາງດ້ານທະຫານແລະຍຸດທະສາດ
ກັນ ລະຫວ່າງ 2 ຊາດ ຕອນທີ່ທ່ານໂອບາມາໄປຢ້ຽມຢາມອອສເຕຣເລຍ.
ຂໍ້ຕົກລົງດັ່ງກ່າວໄດ້ພາໃຫ້ຈີນສະແດງຄວາມລະແວງສົງໄສອອກມາຢ່າງເປີດເຜີຍ ຊຶ່ງ
ຈີນຢ້ານວ່າສະຫະລັດກໍາລັງພະຍາຍາມຈະຍັບຍັ້ງ ການໂຜ່ໂຕຂອງກຸງປັກກິ່ງ ຂຶ້ນມາ
ເປັນອໍານາດທາງດ້ານເສດຖະກິດແລະທະຫານຂອງໂລກນັ້ນ ແຕ່ລັດຖະມົນຕີປ້ອງກັນ
ປະເທດອອສເຕຣເລຍກ່າວວ່າ ການມີໜ້າຂອງທະຫານສະຫະລັດຈະຊ່ອຍຮັບປະກັນ
ສັນຕິພາບແລະຄວາມໝັ້ນຄົງໃນພາກພື້ນ.