ຕໍາຫຼວດໃນອອສເຕຣເລຍ ກ່າວວ່າ ນັກທຸລະກິດຊາວອອສເຕຣເລຍຄົນນຶ່ງໄດ້ຖືກຈັບຢູ່
ສະ ຫະລັດ ທີ່ພົວພັນກັບຄະດີການໂຈມຕີດ້ວຍການແຂວນລະເບີດປອມໃສ່ຄໍເດັກສາວ
ຢູ່ນະຄອນຊິດນີນັ້ນ.
ຕໍາຫຼວດໃນລັດ New South Wales ກ່າວໃນວັນອັງຄານມື້ນີ້ວ່າ ຊາຍໄວ 50 ປີຄົນນີ້
ໄດ້ຖືກຈັບໃນວັນຈັນວານນີ້ ທີ່ເມືອງ Louisville, ລັດ Kentucky ຊຶ່ງເປັນການປະຕິບັດ
ງານທີ່ພົວພັນທັງຕໍາຫຼວດອອສເຕຣເລຍແລະອົງການສັນຕິບານ FBI ຂອງສະຫະລັດ.
ພວກເຈົ້າໜ້າທີ່ຍັງບໍ່ທັນແຈ້ງໃຫ້ຊາບ ເຖິງຊື່ຂອງຜູ້ກ່ຽວ ແຕ່ວ່າ ໜັງສືພິມ Sydney
Morning Herald ໄດ້ລາຍງານໃນວັນພຸດແລ້ວນີ້ວ່າ ຜູ້ຊາຍຄົນນີ້ຊື່ວ່າ ນາຍ Paul
"Dough" Peters.
ເດັກສາວ Madeleine Pulver ໄວ 18 ປີ ໄດ້ຖືກຈູ່ໂຈມທີ່ເຮືອນຂອງລາວໃນເຂດຊານ
ເມືອງຂອງນະຄອນ Sydney ໃນຕົ້ນເດືອນນີ້ ໂດຍມີຜູ້ຊາຍປິດໜ້າ ຜູກສິ່ງຂອງຊະນິດ
ນຶ່ງທີ່ຄ້າຍຄືກັນກັບລະເບີດນັ້ນ ແຂວນໃສ່ຄໍຂອງນາງໄວ້.
ຕໍາຫຼວດເວົ້າວ່າຜູ້ຊາຍຄົນນີ້ໄດ້ຂຽນຂໍ້ຄວາມຖີ້ມໄວ້ກ່ອນຈາກໄປ ແຕ່ກໍບໍ່ໄດ້ແຈ້ງໃຫ້ຊາບວ່າ
ມີໃຈຄວາມແນວໃດ.
ລະເບີດປອມໄດ້ແຂວນຢູ່ຄໍຂອງເດັກສາວ Pulver ເປັນເວລາ 10 ຊົ່ວໂມງກ່ອນທີ່ພວກກູ້
ລະເບີດຈະມາຊ່ອຍເຫຼືອແລະປົດລະເບີດອອກໄດ້ນັ້ນ. ເດັກສາວຄົນນີ້ບໍ່ໄດ້ຮັບບາດເຈັບແຕ່
ຢ່າງໃດ ແລະຕໍ່ມາກໍຄົ້ນພົບວ່າສິ່ງຂອງທີ່ນໍາມາແຂວນໃສ່ຄໍນາງນັ້ນບໍ່ມີລະເບີດແຕ່ຢ່າງໃດ.
ຕໍາຫຼວດກ່າວວ່າ ພວກເຂົາເຈົ້າຈະຂໍໃຫ້ສະຫະລັດສົ່ງຕົວນາຍ Paul ກັບໄປຍັງອອສເຕຣ
ເລຍ ເພື່ອປະເຊີນກັບການດຳເນີນຄະດີທີ່ລາວໄດ້ກໍ່ຂຶ້ນນັ້ນ.