ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຍັງບໍ່ຖອນທະຫານ ອອກຈາກອັຟການິສຖານ


ນາຍົກລັດຖະມົນຕີຄົນໃໝ່ ຂອງອອສເຕຣເລຍ ທ່ານນາງ Julia Gillard
ນາຍົກລັດຖະມົນຕີຄົນໃໝ່ ຂອງອອສເຕຣເລຍ ທ່ານນາງ Julia Gillard

ນາຍົກລັດຖະມົນຕີ ຄົນໃໝ່ ຂອງອອສເຕຣເລຍ ທ່ານນາງ JULIA GILLARD ກ່າວວ່າ ທ່ານນາງ ຈະບໍ່ຖອນທະຫານ ອອສເຕຣເລຍ ອອກຈາກ ອັຟການິສຖານ.

ທ່ານນາງ GILLARD ກ່າວວ່າ ທ່ານນາງໄດ້ໃຊ້ ການໂອ້ລົມ ທາງໂທລະສັບ ກັບປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ເພື່ອໃຫ້ການຢືນຢັນ ອີກຄັ້ງນຶ່ງ ກ່ຽວກັບ ຄວາມໝາຍໝັ້ນຕັ້ງໃຈ ຂອງລັດຖະບານ ທ່ານນາງ ຕໍ່ການປະຕິບັດງານ ໃນອັຟການິສຖານ.

ອອສເຕຣເລຍ ມີທະຫານເກືອບ 1,600 ຄົນ ໃນອັຟການິສຖານ ຊຶ່ງເກືອບທັງໝົດ ແມ່ນໃຫ້ການຝຶກແອບ ແກ່ກຳລັງ ອັຟການິສຖານ ຢູ່ທີ່ແຂວງ URUZGAN. ມີທະຫານອ ອສເຕຣເລຍ 16 ຄົນ ເສຍຊີວິດ ນັບແຕ່ ອອສເຕຣເລຍ ໄດ້ເຂົ້າຮ່ວມ ການປະຕິບັດງານ ພາຍໃຕ້ການນຳພາ ຂອງສະຫະລັດ ເພື່ອໂຄ່ນລົ້ມ ອຳນາດການປົກຄອງ ຂອງພວກທາລີບານ ໃນປີ 2001.

ໃນຕົ້ນອາທິດນີ້ ລັດຖະມົນຕີ ກະຊວງປ້ອງກັນປະເທດ ອອສເຕຣເລຍ ກ່າວວ່າ ປະເທດຂອງທ່ານ ຈະເລີ້ມຖອນທະຫານ ອອກຈາກ ອັຟການິສຖານ ພາຍໃນເວລາ 2 ປີ ໂດຍຈະປ່ອຍໃຫ້ ທະຫານອັຟການິສຖານ ເຂົ້າຄວບຄຸມ ເລື່ອງການຮັກສາ ຄວາມປອດໄພ.

ທ່ານນາງ GILLARD ໄດ້ເຂົ້າຮັບຕຳແໜ່ງ ເປັນນາຍົກ ລັດຖະມົນຕີແມ່ຍິງ ຄົນທຳອິດ ຂອງອອສເຕຣເລຍ ໃນວັນພະຫັດວານນີ້ ແທນທ່ານ KEVIN RUDD ທີ່ຄະແນນນິຍົມ ຂອງທ່ານ ໄດ້ຕົກຮວບລົງ ໃນໄລຍະ ສອງສາມເດືອນ ຜ່ານມານີ້.

XS
SM
MD
LG