ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ຮຽກຮ້ອງໃຫ້ສະຫະລັດ ແລະຈີນ ຫຼີກລ້ຽງ "ອຸບັດຕິເຫດ ຫຼື ການຄິດໄລ່ທີ່ຜິດພາດ" ແບບສົງຄາມເຢັນ


ແຟ້ມພາບ - ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ ກ່າວຄໍາປາໄສ ຢູ່ທີ່ກອງ​ປະ​ຊຸມຄວາມປອດໄພ Shangri-La ຄັ້ງທີ 20 (the 20th IISS Shangri-La Dialogue) ໃນສິງກະໂປ ວັນທີ 2 ມິຖຸນາ 2023
ແຟ້ມພາບ - ນາຍົກລັດຖະມົນຕີຂອງອອສເຕຣເລຍ ທ່ານແອນໂທນີ ອາລບານິສ ກ່າວຄໍາປາໄສ ຢູ່ທີ່ກອງ​ປະ​ຊຸມຄວາມປອດໄພ Shangri-La ຄັ້ງທີ 20 (the 20th IISS Shangri-La Dialogue) ໃນສິງກະໂປ ວັນທີ 2 ມິຖຸນາ 2023

ອອສເຕຣເລຍ​ໄດ້​ເຕືອນ​ວ່າ​ບໍ່ມີການປ້ອງກັນເພື່ອຫຼີກເວັ້ນ "​ອຸບັດຕິເຫດ ​ຫຼື…ການ​ຄິດ​ໄລ່​ທີ່​ຜິດ​ພາດ​" ແບບສົງຄາມເຢັນ ລະ​ຫວ່າງ​ສະ​ຫະ​ລັດ ​ແລະ​ຈີນ​. ນາຍົກລັດຖະມົນຕີອອສເຕຣເລຍ ທ່ານ ແອນໂທນີ ອາລບານິສ ກ່າວ​ວ່າ “ບໍ່ມີຮົ້ວປ້ອງກັນ” ​ເພື່ອ​ປ້ອງ​ກັນ​ການ​ປະ​ເຊີນ​ໜ້າ​ກັນ ​ລະຫວ່າງ ​ບັນດາ​ປະ​ເທດ​ມະຫາ​ອຳນາດ. ຟີລ ເມີເຊີ ລາຍງານຈາກນະຄອນຊິດນີ, ເຊິ່ງອາດນາສັກ ຈະນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຄວາມເຄັ່ງຕຶງ ໄດ້ເພີ້ມຂຶ້ນລະຫວ່າງ ປັກກິ່ງ ແລະວໍຊິງຕັນ ຫຼັງຈາກການປະເຊີນໜ້າກັນທາງທະຫານອີກ ໃນຊ່ອງແຄບ ໄຕ້ຫວັນ. ກອງທັບເຮືອສະຫະລັດ ໃນວັນຈັນນີ້ ໄດ້ເຜີຍແຜ່ວີດີໂອ ກ່ຽວກັບສິ່ງທີ່ພວກເຂົາໄດ້ກ່າວວ່າ ແມ່ນ “ການພົວພັນທີ່ບໍ່ປອດໄພ” ເມື່ອເຮືອລົບຈີນລຳນຶ່ງ ໄດ້ແລ່ນຕັດໜ້າ ເຮືອພິຄາດຂອງສະຫະລັດ.

ພາຍຫຼັງການເດີນທາງກັບຈາກສິງກະໂປ ແລະ ຫວຽດນາມ, ເຊິ່ງເປັນບ່ອນທີ່ໄດ້ມີການປຶກສາຫາລືກ່ຽວກັບຄວາມໝັ້ນຄົງໃນພາກພື້ນ, ນາຍົກລັດຖະມົນຕີ ອອສ ເຕຣເລຍ ທ່ານແອນໂທນີ ອາລບານິສ, ໃນການໃຫ້ສຳພາດກັບອົງການກະຈາຍ ສຽງອອສເຕຣເລຍ ໃນວັນຈັນນີ້, ກ່າວວ່າ ສອງປະເທດມະຫາອຳນາດ ຈຳເປັນຕ້ອງມີ ‘ຮົ້ວປ້ອງກັນ’ - ຫຼື ການປ້ອງກັນ - ທີ່ຈະຊ່ວຍຫຼີກລ້ຽງ ການປະທະກັນ ຫຼືການປະເຊີນໜ້າກັນທີ່ອາດເກີດຂຶ້ນ.

ທ່ານ ໄດ້ກ່າວຕື່ມວ່າ ການສື່ສານແບບ “ຊາດຕໍ່ຊາດ” ເປັນວິທີທີ່ດີທີ່ສຸດ ໃນການຫຼີກລ້ຽງ “ຜົນຮ້າຍທີ່ອາດເກີດຂຶ້ນ”. ເຊິ່ງທ່ານໄດ້ກ່າວວ່າ:

“ຄວາມສະຫງົບສຸກ ເປັນສິ່ງທີ່ບໍ່ສາມາດເບິ່ງຂ້າມໄດ້ ແລະແນ່ນອນວ່າ ກະແຈ ສຳຄັນແມ່ນການສົນທະນາ. ບັນຫາທີ່ເກີດຂຶ້ນຈາກການແຕກຫັກໃນຄວາມສຳພັນເຫລົ່ານັ້ນ ແລະນັ້ນແມ່ນສາເຫດທີ່ຝ່າຍບໍລິຫານຂອງສະຫະລັດ ຮຽກຮ້ອງໃຫ້ມີການສົນທະນາກັບຈີນຫຼາຍຂຶ້ນ, ແມ່ນສຳຄັນຫຼາຍ, ແລະມັນແມ່ນສິ່ງທີ່ພວກເຮົາສະໜັບສະໜູນ ແລະເປັນສິ່ງທີ່ເຮົາຊຸກຍູ້ໃຫ້ຈີນເຂົ້າຮ່ວມນຳ.”

ອອສເຕຣເລຍ ແລະ ພັນທະມິດອິນໂດ-ປາຊິຟິກຂອງພວກເຂົາ, ທີ່ລວມມີຍີ່ປຸ່ນ ແລະ ຫວຽດນາມ, ຢ້ານກົວຕໍ່ຄວາມ​ໝັ້ນ​ໃຈທີ່ເພີ້ມຂຶ້ນນັບມື້ຂອງຈີນ ໃນທະເລຈີນໃຕ້, ເຊິ່ງເປັນພາກພື້ນທີ່ມີຄວາມຂັດແຍ່ງຫຼາຍທີ່ສຸດຂອງໂລກ.

ອອສເຕຣເລຍແມ່ນປະເທດມະຫາອຳນາດລະດັບກາງ. ການເປັນພັນທະມິດກັບສະຫະລັດ ມາເປັນເວລາຫຼາຍທົດສະວັດຂອງພວກເຂົາ ແມ່ນເປັນພື້ນຖານຂອງຄວາມໝັ້ນຄົງແຫ່ງຊາດ.

ຄວາມສຳພັນຂອງພວກເຂົາກັບຈີນ ເຊິ່ງເປັນຄູ່ຄ້າທີ່ໃຫຍ່ທີ່ສຸດຂອງພວກເຂົາ ໄດ້ເຄັ່ງຕຶງຂຶ້ນໃນຊຸມປີມໍ່ໆມານີ້ ຈາກບັນຫາສິດທິມະນຸດ, ທະເລຈີນໃຕ້, ປະ ຊາທິປະໄຕໃນຮົງກົງ ແລະ ຕົ້ນກຳເນີດຂອງ ໂຄວິດ-19.

ແຕ່ມີສັນຍານວ່າການທູດລະດັບສູງ ກຳລັງນຳເອົາສະຖຽນລະພາບກັບຄືນມາສູ່ການພົວພັນສອງຝ່າຍ. ທ່ານ ອາລບານິສ ໄດ້ຢັ້ງຢືນໃນວັນຈັນວ່າ ຂໍ້ຈຳກັດໃນການນຳເຂົ້າ ທີ່ຈີນກຳນົດຕໍ່ໝາກໄມ້ເມັດແຂງຂອງອອສເຕຣເລຍ ໄດ້ຖືກຍົກເລີກ ໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ ຫຼັງຈາກມີການດຳເນີນການທີ່ຄ້າຍຄືກັນ ເພື່ອອະນຸ ຍາດໃຫ້ສິນຄ້າຂອງອອສເຕຣເລຍ, ເຊິ່ງລວມມີ ຖ່ານຫິນ, ເຂົ້າບາເລ້ ແລະ ໄມ້ທ່ອນ, ເຂົ້າໄປໃນຈີນ.

ທ່ານ ອາລບານິສ ໄດ້ກ່າວວ່າ ຮອງລັດຖະມົນຕີການຕ່າງປະເທດຈີນ ທ່ານນາງ ຮົວ ຈູນຢີງ ຍັງຈະໄປຢ້ຽມຢາມອອສເຕຣເລຍ ໃນເດືອນກໍລະກົດນີ້ ເຊັ່ນກັນ.

ນາຍົກລັດຖະມົນຕີອອສເຕຣເລຍ ໄດ້ກ່າວວ່າ ທ່ານໄດ້ຖືກເຊື້ອເຊີນໃຫ້ເຂົ້າຮ່ວມ ກອງປະຊຸມສຸດຍອດ ຂອງອົງການເນໂຕ ອີກເທື່ອນຶ່ງ ໃນເດືອນໜ້ານີ້ ແລະ ແຄນເບີຣາ ມີບົດບາດສຳຄັນ ໃນການທູດລະດັບພາກພື້ນ ແລະ ລະດັບໂລກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG